Acer laurinum Hassk. - ACERACEAE

ຊ່ືພ້ອງ : Acer decandrum Merr.
Acer garettii Craib
Acer niveum Blume
Acer philippinum Merr.

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຂຽວຕະຫລອດປີ ເປືອກແຕກເຫີບ. ໃບດ່ຽວຈັບພາບກັນ, ດ້ານລຸ່ມມີສີຂຽວແກມນ້ຳເງິນ. ດອກສີຂາວ. ໝາກເປັນໝາກ ແຫ້ງ ໄຂບໍ່ໄດ້ມີປີກ.
ປະເພດພືດ : ເປັນໄມ້ຢືນຕົ້ນຂຽວຕະຫລອດປີ, ສູງເຖິງ40 ແມດ
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກເປັນເກັດສີນ້ຳຕານອອກແດງ
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ
ໃບ : ແມ່ນໃບດ່ຽວ, ຈັບພາບ, ມີຮູບໄຂ່ ຫຼື ຮູບສ້ວຍ,ຢູ່ດ້ານລຸ່ມມີສີຂຽວແກມນ້ຳເງິນ, ໃບກ້ຽງ ບໍ່ມີຂົນ, ປາຍໃບມີຕ່ິງແຫຼມ, ໂຄນໃບມົນ. ກ່າງກາງຮາບພຽງ, ກ່າງຂັ້ນສອງ ອອກຢູ່ໂຄນຂອງແຜ່ນໃບ, ມີ 3 ຫາ 5 ກ່າງ, ກ່າງຂັ້ນສອງສະຫຼຽງໃຫ້ກາງກາງ, ກ່າງຂັ້ນສາມຈັດເປັນຕາໜ່າງ.
ບໍ່ມີຫູໃບ .
ຊໍ່ດອກ / ດອກ : ດອກອອກສີຂາວ, ໃຫຍ່, ຈັດລຽງຕາມຊໍ່ດອກທີ່ອອກທາງຂ້າງ, ດອກມີສອງເພດ, ກ້ານດອກຍ່ອຍຍາວກວ່າ 0.5 ຊມ.
ໝາກ : ໝາກ ຂະໜາດ 3.5 ເຖິງ 7. 5 ເ ຊັມ, ແມ່ນໝາກ ແຫ້ງ ໄຂບໍ່ໄດ້ມີປີກ, ດ້ານໃນ ກ້ຽງ.
ແກ່ນ : ມີ ແກ່ນ 2 ແກ່ນ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ປົກກະຕິ ພົບແບບມີທົ່ວໄປ ຫຼື ແບບກະແຈກະຈາຍ ໃນປ່າດົງດິບ ທີ່ບໍ່ຖືກລົບກວນ

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດ ມ່ຽນມ້າ, ກຳພູຊາ, ອິນເດັຍ (ເຂດອັດສຳ), ອິນໂດເນເຊັຍ, ມາເລເຊັຍ, ເນປານ, ຟີລີປິນ, ໄທ, ແລະ ລາວ (ແຂວງຄຳມ່ວນ) .

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ການນຳມາໃຊ້ ຍັງບໍ່ເປັນທີ່ຮູ້ຈັກ .

ຕົວຢ່າງທີ່ໄດ້ສຶກສາ :
BT 55 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page