Aidia chantonea Tirveng. - RUBIACEAE

ຊ່ືພື້ນເມືອງເປັນພາສາລາວ : Khendong

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຂຽວຕະຫລອດປີ, ເປືອກກ້ຽງຫາເປືອກແຕກເຫີບ. ໃບດ່ຽວ ຈັບພາບ ມີຂຸມແມງກ້ຽງບໍ່ມີຂົນ. ຫູໃບ ຢູ່ລະຫວ່າງ ກ້ານໃບ. ດອກສີຂາວ, ມີຫຼອດກີບດອກ. ໝາກເປັນໝາກເນື້ອ ມີແກນ.
ປະເພດພືດ : ໄມ້ຢືນຕົ້ນ ໃບຂຽວຕະລອດປີ ສູງເຖິງ 25 ແມັດ, ເສັນຜ່າສູນກາງຂອງລຳຕົ້ນ ປະມານ 30 ຊມ..
ລຳຕົ້ນ ແລະ ເປືອກ : ລຳຕົ້ນລຽບ ເປັນເກັດໆ ສີເທົາແກມນ້ຳຕານ, ມີຮອຍແຕກ, ເປືອກນອກສີຂຽວ, ລອກຕົກອອກ, ຫນາປະມານ 3 ຊມ. ເປືອກໃນສີນ້ຳຕານຈາງ, ປະກອບດ້ວຍແຖບສີຂາວຕາມທາງຍາວ ຈຳນວນ 2-3 ແຖບ, ມອກໄມ້ສີເຫລືອງຈາງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າ ກ້ຽງ ບໍ່ມີຂົນ, ມີຊ່ອງອາກາດຈຳນວນຫລວງຫລາຍ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວໄຫຼອອກ
ໃບ : ໃບດ່ຽວ, ຈັບພາບກັນ, ໃບຮູບຮີແຄບ ຂະຫນາດ 12-15 x 4-6 ຊມ. , ປາຍສ້ວຍແຫຼມເປັນຕິ່ງ, ໂຄນສ້ວຍແຫຼມ ຫາ ຮຽວແຫຼມ, ຂອບໃບລຽບ, ແຜ່ນໃບບາງຄືແຜ່ນເຈັ້ຍ ເຖິງຫນຽວເລັກນ້ອຍຄືແຜ່ນຫນັງ, ກ້ຽງ ບໍ່ມີຂົນຢູ່ທັງສອງດ້ານ. ກ່າງກາງດູນຂຶ້ນຢູ່ດ້ານເທິງ, ສ່ວນດ້ານລຸ່ມ ກ່າງເຫັນຊັດເຈນ, ມີຂຸມແມງ ຢູ່ຈຸດແຍກຂອງກ່າງກາງ ແລະ ກ່າງຂັ້ນສອງ. ກ່າງຂັ້ນສອງຈັດສະຫຼຽງ, ຂະຫນານກັນຖ່ີໆ, ມີ 5 - 7 ຄູ່, ກ່າງຂັ້ນສາມເປັນຕາໜ່າງ. ມີໃບຈຳນວນ ຫນ່ຶງຫຼຸດຂະໜາດລົງເທົ່າກັບຫູໃບ. ຫູໃບ ຈັບຢູ່ລະຫວ່າງສອງກ້ານໃບ, ເປັນຮູບສາມລ່ຽມ, ຍາວ ປະມານ 5-6 ມມ. ຂຸມແມງຈັບຢູ່ຕີນກ່າງຂັ້ນສອງ.
ຊໍ່ດອກ / ດອກ : ຊໍ່ດອກຍາວປະມານ 5 ຊມ ອອກທາງຂ້າງ, ຢູ່ກົງກັນຂ້າມ ກັບກ້ານໃບ, ກ້ານຊໍ່ດອກຕົ້ນຕໍ ມີ 3 ກ້ານ. ດອກຈັດເປັນກຸ່ມ, ສີຂາວ, ມີຂົນປົກຄຸມຢູ່ຜົ້ງດອກ. ດອກຈູມເປັນຫລອດ ສີຂາວຈາງ.
ໝາກ : ໝາກເນື້ອມີແກນ ຮູບກົມ, ເສັ້ນຜ່ານສູນກາງບໍ່ຍາວກວ່າ 1 ຊມ, ຜິວກ້ຽງ ບໍ່ມີຂົນ, ໝາກອອກສີຂຽວເວລາຍັງອ່ອນ ຕໍ່ມາເປັນສີແດງ ຫາ ເປັນສີດຳ ເວລາມັນສຸກ.
ແກ່ນ : ມີເມັດຈຳນວນຫລາຍ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າເຄິ່ງດົງດິບ ແລະ ປ່າໂຄກຊຸດໂຊມ ຢູ່ບ່ອນທີ່ມີ ຄວາມສູງແຕ່ 500 - 600 ມ.

ເຂດແຜ່ກະຈາຍພັນ :

ພົບໃນປະເທດ ມ່ຽນມ້າ, ເຂດອາຊີຕາວັນອອກສ່ຽງໃຕ້, ມາເລເຊັຍ, ໄທ, ຫວຽດນາມ ແລະ ລາວ (ແຂວງບໍລິຄຳໄຊ ແລະ ຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ການນຳໃຊ້ບໍ່ເປັນທີ່ຮູ້ຈັກ.

ຕົວຢ່າງທີ່ໄດ້ສຶກສາ :
Lao 207, Lao 197, BT 112, BT 149, BT 151, BT 456, BT 856, BT 870 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Lehmann L., M. Greijmans and D. Shenman. 2003. Forests and trees of the central highlands of Xieng Khouang Lao PDR, A field guide. Lao Tree Seed Project, Vientiane, Laos.

Top of the page