Alniphyllum fortunei (Hemsley) Makino - STYRACACEAE

ຊ່ືພື້ນຖານ : Halesia fortunei Hemsley

ຊ່ືພ້ອງ : Alniphyllum buddleiifolium Hu & Cheng
Alniphyllum hainanense Hayata
Alniphyllum pterospermum Matsum.
Alniphyllum macranthum Perkins
Alniphyllum fauriei Perkins
Alniphyllum megaphyllum Hemsley & E.H. Wilson.

ຊ່ືພື້ນເມືອງເປັນພາສາລາວ : ມີ້​ດົງ Mee dong

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນປ່ຽນໃບ, ມີຮອຍຈັບຂອງກິ່ງງ່າຕາມລຳຕົ້ນ. ທາດແຫຼວໄຫຼອອກ ເປັນນ້ຳມັນ. ໃບຈັບໂຮມກັນຢູ່ປາຍກິ່ງງ່າ, ມີຂົນຮູບດາວ ຢູ່ຕາມ ສອງດ້ານຂອງໃບ, ແຄມໃບເປັນແຂ້ວເລ່ືອຍ ແລະ ມີຕ່ອມ. ດອກສີຂາວ. ໝາກເປັນໝາກແຫ້ງໄຂໄດ້ ແບບແຄບຊູນ, ແກ່ນມີປີກ.
ປະເພດພືດ : ເປັນໄມ້ຢືນຕົ້ນຜັດປ່ຽນໃບ ຂະໜາດກາງ ມີລວງສູງເຖິງ 25 ແມັດ. ງ່າຕັ້ງຂຶ້ນ ທຽບໃສ່ລຳຕົ້ນ. ເນື້ອໄມ້ມີສີເຫຼືອງຈາງ ຫຼື ສີຂາວ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ມີຮອຍຈັບຂອງໃບຕາມລຳຕົ້ນ. ເປືອກກ້ຽງ, ມີຮອຍແຕກເລັກນ້ອຍ, ເປືອກສີນ້ຳຕານ ຫາສີຂີ້ເທົ່າອອກນ້ຳຕານ, ເປືອກໃນສີແດງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າເປັນຮູບທໍ່ກົມ, ອອກສີນ້ຳຕານຈາງ ຫາສີນ້ຳຕານເຂັ້ມ, ຍອດອອ່ນມີຂົນຮູບດາວອ່ອນໆ ອອກສີແດງປົກຫຸ້ມ, ມັນຈະກ້ຽງໃນເວລາຕໍ່ມາ.
ທາດແຫຼວທີ່ລະບາຍອອກ : ມີທາດແຫຼວໄຫຼອອກທີ່ເປັນນ້ຳມັນ.
ໃບ : ໃບດ່ຽວ ຮຽງສະຫຼັບ ແລະ ຈັບກ້ຽວວຽນ, ຢູ່ບໍລິເວນປາຍກິ່ງໃບຈັບກັນເປັນກຸ່ມຫ່າງໆ, ຂະໜາດຂອງໃບ 8-13 x 4-6 ຊມ, ຮູບໄຂ່ປີ້ນ ຫຼືຮູບໄຂ່ກວ້າງໆ ຫາຮູບຂອບຂະໜານແກມຮູບໄຂ່ປີ້ນ, ປາຍໃບມົນ ຫຼືມີຕິ່ງແຫຼມສັ້ນ, ກົກໃບເຫວີ, ແຄມໃບເປັນແຂ້ວເລື່ອຍ ແລະ ມີຕ່ອມ, ໃບອ່ອນເປັນແຜ່ນບາງ ເມ່ືອແກ່ ໃບ ຄ້າຍຄືແຜ່ນເຈັ້ຍ ຫຼື ແຜ່ນໜັງ, ທັງສອງດ້ານຂອງໃບ ມີຂົນ ຮູບດາວຈັບຫ່າງໆ, ເວລາແຫ້ງ ໃບມີສີອອກດຳ. ເສັ້ນກ່າງກາງໃບເປັນຮ່ອງຕາມທາງຍາວຢູ່ດ້ານໜ້າໃບ, ເສັ້ນກ່າງໃບຂັ້ນໜຶ່ງ ເປັນເສັ້ນດ່ຽວ, ເສັ້ນກ່າງໃບຂັ້ນສອງສະຫຼຽງໃຫ້ເສັ້ນກ່າງກາງ ແລະ ຂະໜານກັນ ຫ່າງໆ, ເສັ້ນກ່າງຂັ້ນສາມເປັນຕາໜ່າງ. ກ້ານໃບມີຂົນຮູບດາວສີ ນ້ຳຕານ ອົມ ສີເຫຼືອງຢາຍຢູ່ຫ່າງໆ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກ ຈັດເປັນຊໍ່ແຕກແໜງ ຫຼືເປັນແບບຊໍ່ກະຈຸກແໜ້ນໜາ, ອອກຢູ່ປາຍ, ທັງໝົດຊໍ່ ມີຂົນຮູບດາວສີນ້ຳຕານອົມສີເຫຼືອງປົກຫຸ້ມຢູ່.
ໝາກ : ໝາກເປັນໝາກແຫ້ງໄຂໄດ້ ແບບແຄບຊູນ, ຂະໜາດ 1-2,5 x 0,6-1,2 ຊມ, ສີນ້ຳຕານເຂັ້ມ.
ແກ່ນ : ມີຫຼາຍແກ່ນ, ແມ່ນແກ່ນມີປີກ ອອກສີສົ້ມ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບຕາມປ່າໂຄກ, ປ່າປະສົມ ແລະ ປ່າຂັ້ນສອງເກົ່າ ຕັ້ງແຕ່ລະດັບຄວາມສູງ 400 ແມັດ ເຖິງ 2200 ແມັດ. ລະດູອອກດອກ ແຕ່ເດືອນ ເມສາເຖິງເດືອນ ກໍລະກົດ, ລະດູອອກໝາກ ແຕ່ເດືອນ ສິງຫາເຖິງເດືອນ ຕຸລາ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດ ມ່ຽນມ້າ, ຈີນ (ພາກໃຕ້), ອິນເດັຍ, ຫວຽດນາມ (ພາກເໜືອ ແລະ ພາກໃຕ້) ແລະ ລາວ (ພາກເໜືອ ແລະ ພາກກາງ ( ແຂວງຄຳມ່ວນ) ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ຊະນິດນີ້ເປັນໄມ້ເນື້ອອ່ອນ ລຳຕົ້ນໃຊ້ເຂົ້າໃນການເຮັດອຸປະກອນການກະເສດ.

ຕົວຢ່າງທີ່ໄດ້ສຶກສາ :
BT 324 and BT 363 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
B. Svengsuksa & J.E. Vidal. 1992. Styracaceae. Flore du Cambodge, Laos et Vietnam, No 26. Museum National d’Histoire Naturelle.
Dung, Vu Van. 1996. Vietnam Forest Trees. Agriculture Publishing House, Hanoi, Vietnam.
Hwang Shu-mei & James Grimes. 2000. Flora of China, Vol. 15. Missouri Botanical Garden Press (St.Louis).

Top of the page