Alstonia rostrata C.E.C.Fisch. - APOCYNACEAE

ຊ່ືພ້ອງ : Winchia calophyllaA.DC.
Winchia glaucescens K.Schum.
Alstonia glaucescens (K. Schum) Monachino
Alstonia undulifolia Kochummen & Wong.

ຊ່ືພື້ນເມືອງເປັນພາສາລາວ : ຕີນ​ເປັດ Teen pet; ຕົ້ນໜ້ອງ​ຂາວ Nong khao

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນ ມີນ້ຳຢາງສີຂາວ; ໃບ ຈັດເປັນວົງ; ດອກສີຂາວ ຊຶ່ງມີກາບດອກ ປີ້ນອອກນອກ ແລະ ເລ່ືອນເຕັງກັນ, ມີຂົນອ່ອນໆທົ່ວ ທັງສອງດ້ານ.
ປະເພດພືດ : ເປັນໄມ້ຢືນຕົ້ນ ສູງເຖິງ 30 ແມັດ, ງ່າຕັ້ງຊັນຂຶ້ນ. ໂດຍທົ່ວໄປ ລຳຕົ້ນ ປຸ້ງທີ່ໂຄນ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນ ມີປີກຮາກ ຕຳ່. ເປືອກໄມ້ ມີຮອຍແຕກ, ມີຊ່ອງອາກາດ ຈັດ ຕາມລວງຍາວ, ເປືອກມີສີ ເຫຼືອງຈືດໆ, ເປືອກຊັ້ນໃນ ສີເຫຼືອງ ແກມສີອອກນ້ຳຕານ.
ງ່າ ແລະ ກິ່ງນ້ອຍ : ງ່າ ແລະ ກິ່ງນ້ອຍ ເປັນທໍ່ກົມ, ບໍ່ສະໝຳ່ ສະເໝີ ແລະ ກ້ຽງ ບໍ່ມີຂົນ, ເວລາແຫ້ງ ອອກສີນ້ຳຕານໃໝ້, ມີ ຊ່ອງອາກາດຈຳນວນຫຼາຍ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ລະບາຍອອກ ມີສີຂາວ ອອກຕາມລຳຕົ້ນ ແລະ ໃບ.
ໃບ : ໃບ ດ່ຽວ, ຂະໜາດ ຍາວ 5 -14, ກວ້າງ 1.6 - 5.5 ຊມ, ຈັບເປັນວົງ, ຮູບຂອບ ຂະໜານ ຫຼື ຮູບສ້ວຍ, ປາຍໃບ ສ້ວຍແຫຼມຕິ່ງ ຫຼື ແຫຼມຕິ່ງແຮງ, ກົກໃບຮຽວແຫຼມ ແລະ ບໍ່ມີຈຸດເຊ່ືອມຕໍ່ກັບກ້ານໃບ, ແຄມໃບເປັນຄື້ນໆ, ໃບອ່ອນມີສີອອກສີ ນ້ຳຕານໃໝ້, ແຜ່ນໃບ ໜຽວແຂງ ແລະ ກ້ຽງ ບໍ່ມີຂົນ. ກ່າງກາງ ຮາບພຽງ ຢູ່ດ້ານເທິງຂອງໃບ ແຕ່ ດູນຂຶ້ນສູງຢູ່ດ້ານລຸ່ມ, ກ່າງຂັ້ນສອງຂະໜານກັນຖ່ີໆ, ມີ 35 - 56 ຄູ່. ມີຫູນ້ອຍໆຈັບຢູ່ໂຄນ ລະຫວ່າງກ້ານໃບ ແລະ ມີ ກ້ານລວມ ຄ້າຍເກັດ ຢູ່ດ້ານຂ້າງ.
ຊໍ່ດອກ / ດອກ : ດອກ ສີຂາວ ເປັນຈຸ້ມຄ້າຍຈຸ້ມດອກຜັກຊີ, ມີ ຫຼອດກີບ, ກີບດອກ ເຕັງເລ່ືອນກັນ, ມີຂົນບົ່ວອ່ອນໆ ຢູ່ຕາມສອງດ້ານ, ມີກິ່ນຫອມ ອ່ອນໆ.
ໝາກ : ໝາກ ແມ່ນໝາກແຫ້ງໄຂໄດ້ແບບໂຟລິເກິນ, ອອກດ່ຽວ, ຂະໜາດ ຍາວ 12-19.5 ຊມ, ເສັ້ນຜ່າສູນກາງ 0.7-0.8 ຊມ, ເປືອກໜາ ແລະ ກ້ຽງ ບໍ່ມີຂົນ.
ແກ່ນ : ມີແກ່ນ ຈຳນວນ ຫຼາຍ, ຂະໜາດ ຍາວ 1 ຊມ ກວ້າງ 0.25 ຊມ, ກ້ຽງ ບໍ່ມີຂົນຕາມຕົວແກ່ນ ແຕ່ມີຂົນຝອຍຢູ່ສອງສົ້ນ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າດົງດິບ ຫຼື ປ່າໂຄກຊຸດໂຊມຢູ່ບ່ອນສູງ ແຕ່500 ແມັດເຖິງ 1300 ແມັດ. ລະດູອອກດອກ ແມ່ນແຕ່ເດືອນກຸມພາ ຫາເດືອນເມສາ; ລະດູໝາກແມ່ນແຕ່ເດືອນເມສາ ເຖິງເດືອນພຶດສະພາ.

ເຂດແຜ່ກະຈາຍພັນ :

ພົບຢູ່ ປະເທດ ຈີນ, ແຫຼມມາເລເຊັຍ, ມ່ຽນມ້າ, ໄທ, ເກາະ ຊູມາຕຼາ ແລະ ລາວ (ແຂວງຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ໃຊ້ເຮັດແອບ ແລະ ເຮັດໄມ້ອັດ. ນ້ຳຕົ້ມໃບໃຊ້ລ້າງບາດແຜທີ່ຊຶມເຊື້ອ. ເປືອກຂົມ ແລະ ນ້ຳຢາງໃຊ້ເປັນຢາບຳລຸງ ແລະ ຂ້າເຊື້ອ.

ຕົວຢ່າງທີ່ໄດ້ສຶກສາ :
BT 35 and P 67 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flora of Thailand. 1970-2002. Vol. 2, part 1. Forest Herbarium, Royal Forest Department, Bangkok, Thailand.
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.
Lecomte H. (ed.). 1907-1912. Flore Générale de l'Indo-Chine. Vol. 3 (8-9), Muséum National d’Histoire Naturelle, Laboratoire de Phanérogamie, Paris, France.

Top of the page