Alstonia scholaris (L.) R.Br. - APOCYNACEAE

ຊ່ືພື້ນຖານ : Echites scholaris L.

ຊ່ືພ້ອງ : Echites pala Ham.
Alstonia scholaris (L.) R.Br. var. avae A.DC.
Alstonia scholaris (L.) R.Br. var. blumii A.DC.
Alstonia kurzii Hook.f.
Alstonia scholaris (L.) R.Br. var. velutina Monach.

ຊ່ືພື້ນເມືອງເປັນພາສາລາວ : ຕີນ​ເປັດ Teen Pet

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຂຽວຕະຫລອດປີ ຫຼື ປ່ຽນໃບໄລຍະສັ້ນໆ, ລຳຕົ້ນ ເປັນທໍ່ກົມ, ງ່າຕາກອອກຕາມລວງນອນ. ນ້ຳຢາງສີຂາວ. ໃບດ່ຽວ ຈັດກັນເປັນວົງ, ກ່າງຂັ້ນສອງຕັ້ງສາກໃຫ້ກ່າງກາງ. ຊໍ່ດອກ ອອກຢູ່ປາຍກິ່ງງ່າ, ດອກສີຂາວ. ໝາກເປັນໝາກແຫ້ງໄຂໄດ້ ແບບໂຟລິເກິນ, ຍາວ. ແກ່ນມີປຸ້ມຂົນ ຢູ່ສອງສົ້ນ.
ປະເພດພືດ : ເປັນໄມ້ຢືນຕົ້ນ ທີ່ມີໃບຂຽວຕະຫຼອດປີ ຫຼື ໃບລົ່ນໄລຍະສັ້ນໆ, ສູງເຖິງ 40 ແມັດ, ງ່າຕັ້ງຊັນຂຶ້ນ ຫຼື ຢູ່ຕາມລວງນອນໃຫ້ກັບລຳຕົ້ນ.
ລຳຕົ້ນ ແລະ ເປືອກ : ເປືອກຂອງລຳຕົ້ນ ກ້ຽງ, ເປັນເກັດໆຕື້ນ, ອອກສີນ້ຳຕານອ່ອນ, ເປືອກຊັ້ນໃນ ອອກສີ ນ້ຳຕານ ຫາສີເຫຼືອງ.
ງ່າ ແລະ ກິ່ງນ້ອຍ : ງ່າ ກ້ຽງ ບໍ່ມີຂົນ, ມີ ຊ່ອງອາກາດຫ່າງໆ ຫາຖ່ີໆ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ລະບາຍອອກຈາກລຳຕົ້ນ ແລະ ໃບມີສີຂາວ ມີ.
ໃບ : ໃບດ່ຽວ, ຂະໜາດ ຍາວ 5 - 32 ຊມ, ກວ້າງ 1.5 -8 ຊມ, ຈັບເປັນວົງ 4-8 ໃບ, ຮູບສ້ວຍແກມຮູບຂອບຂະໜານ ຫາຮູບສ້ວຍ, ປາຍໃບ ສ່ວນຫຼາຍມົນ, ໂຄນໃບສ້ວຍມຸມເຫວີ, ບໍ່ມີຈຸດເຊ່ືອມຕໍ່ກັບກ້ານໃບ, ແຜ່ນໃບໜຽວແຂງ ແລະ ກ້ຽງ ບໍ່ມີຂົນ, ອອກສີນ້ຳຕານໃໝ້ ເວລາໃບແຫ້ງ, ແຄມໃບລຽບ ແລະ ເປັນຄື້ນ ເລັກນ້ອຍ. ກ່າງກາງ ຮາບພຽງຢູ່ດ້ານເທິງຂອງໃບ ແຕ່ ດູນຂຶ້ນສູງຢູ່ດ້ານລຸ່ມ, ກ່າງຂັ້ນສອງຂະໜານກັນຖ່ີໆ.
ຊໍ່ດອກ / ດອກ : ດອກ ສີຂາວ ຫຼື ສີເຫຼືອງອອກຂຽວ, ດອກມີຂົນອ່ອນໆ,ຈັດເປັນຊໍ່ຢ່າງແໜ້ນໜາ, ຊໍ່ອອກຢູ່ປາຍ.
ໝາກ : ໝາກເປັນໝາກແຫ້ງໄຂໄດ້ ແບບໂຟລິເກິນ , ຂະໜາດ ຍາວ 21-56 ຊມ, ເສັ້ນຜ່າກາງ 0.2-0.3 ຊມ, ມີ ຮູບກົມຮຽວ, ອອກເປັນຄູ່ ແລະ ຈຸ້ມເປັນວົງ ຢ່ອນລົງ, ໝາກກ້ຽງ ບໍ່ມີຂົນ.
ແກ່ນ : ມີແກ່ນ ຈຳນວນ ຫຼາຍ, ກ້ຽງ ບໍ່ມີຂົນ ຕາມຕົວແກ່ນ ແຕ່ ມີຂົນຝອຍຢູ່ສອງສົ້ນ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າດົງດິບ, ປ່າປ່ຽນໃບ ຫຼື ປ່າປະສົມ ຕາມແຄມຂອງປ່ານັ້ນໆ, ບາງເທ່ືອ ກໍ່ມີການປູກເປັນພືດປະດັບ. ລະດູອອກດອກ ແມ່ນແຕ່ເດືອນຕຸລາ ຫາເດືອນມີນາ; ລະດູໝາກແມ່ນແຕ່ເດືອນເມສາ ເຖິງເດືອນມີຖຸນາ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດອິນເດັຍ ແລະ ສີລັງກາ ເຖິງພາກໃຕ້ຂອງປະເທດຈີນ, ພົບໃນບັນດາປະເທດຢູ່ໃນເອເຊັຍ ຕາວັນອອກສ່ຽງໃຕ້ , ເຂດແຈກຢາຍພືດ ມາເລເຊັຍ), ໝູ່ເກາະ ບິດສະມັກ, ໝູ່ເກາະ ໂຊໂລອນ ແລະ ລາວ (ແຂວງຄຳມ່ວນ ແລະ ເກີດທົ່ວໄປໃນຫຼາຍແຂວງອ່ືນໆອີກ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເພິ່ນໃຊ້ເປືອກຂອງລຳຕົ້ນ ແລະ ຮາກ ປຸງແຕ່ງຢາພື້ນເມືອງ, ສ່ວນໄມ້ໃຊ້ໃນການເຮັດເຄ່ືອງມືນ້ອຍໆ.

ຕົວຢ່າງທີ່ໄດ້ສຶກສາ :
BT 924 and FOS 67 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.
Lecomte H. (ed.). 1907-1912. Flore Générale de l'Indo-Chine. Vol. 3 (8-9), Muséum National d’Histoire Naturelle, Laboratoire de Phanérogamie, Paris, France.
Lecomte H. (ed.). 1907-1912. Flore Générale de l'Indo-Chine. Vol. 7 (1), Muséum National d’Histoire Naturelle, Laboratoire de Phanérogamie, Paris, France.

Top of the page