English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
| ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ໄມ້ຢືນຕົ້ນຂຽວຕະຫລອດປີ, ເປືອກກ້ຽງ ຫຼື ເປືອກແຕກເຫີບ. ໃບດ່ຽວ ຈັບສະຫຼັບພາຍໃນແຜ່ນພຽງດຽວ. ດອກສີຂາວ, ອອກທາງຂ້າງກິ່ງງ່າ. |
| ປະເພດພືດ : | ເປັນໄມ້ຢືນຕົ້ນຂຽວຕະຫລອດປີ, ສູງເຖິງ 12 ແມດ |
| ລຳຕົ້ນ ແລະ ເປືອກ : | ລຳຕົ້ນຊື່, ມີສີນ້ຳຕານຄຣີມ, ກ້ຽງ ຫຼື ແຕກເຫີບ. |
| ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ |
| ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ. |
| ໃບ : | ໃບດ່ຽວ, ຈັບສະຫຼັບພາຍໃນແຜ່ນພຽງດຽວ, ໃບກ້ຽງ, ເປັນຮູບສ້ວຍ, ປາຍ ແລະ ໂຄນໃບແຫຼມ. ກ່າງກາງຮາບພຽງຢູ່ດ້ານເທິງ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ກ່າງຂັ້ນສາມ ຈັດເປັນຕາໜ່າງ. ບໍ່ມີຫູໃບ. |
| ຊໍ່ດອກ / ດອກ : | ດອກສີຂາວ ມີຈຳນວນບໍ່ຫຼາຍປານໃດ ຈັດເປັນພົ້ວ, ອອກທາງຂ້າງ ຫຼື ຢູ່ຫລັງໃບ, ດອກມີສອງເພດ, ກ້ານດອກຍ່ອຍຍາວເຖິງ 3 ມມ. |
| ໝາກ : | ໝາກເນື້ອມີແກນ, ຍາວ ເຖິງ 4 ຊມ, ມີເນື້ອເລັກນ້ອຍ , ບໍ່ສາມາດແຕກໄດ້. |
| ແກ່ນ : | ມີ 1 ແກ່ນ. |