Anneslea fragans Wall. - THEACEAE

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໃບດ່ຽວ, ຈັບພາບ, ຈຸ້ມກັນຢູ່ປາຍກິ່ງງ່າ. ດອກມີສອງເພດ, ກາບດອກຄ້າຍກີບດອກ, ກີບດອກຈຸ້ມກັນເຂົ້າ ກິ່ວກາງ ຢູ່ເທິງ ອະໄວຍະວະເພດ.
ປະເພດພືດ : ເປັນໄມ້ຢືນຕົ້ນຂຽວຕະຫລອດປີ, ສູງເຖິງ 25 ແມດ
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກສີຂີ່ເຖົ່າແກ່, ຮອຍແຕກເລິກ ແລະ ເປັນຕາໜ່າງ ເຫັນຊັດ, ເມ່ືອຍຟັນ ເຫັນຮອຍເປັນສີແດງຊ້ຳ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບສະຫຼັບ ແລະ ຈັບກ້ຽວວຽນ, ໃບກ້ຽງ ບໍ່ມີຂົນ, ປົກກະຕິ ໃບຈັບເປັນຈຸ້ມ ຢູ່ປາຍກິ່ງ, ໃບເປັນຮູບຮີແຄບ, ປາຍໃບຂ້ອນຂ້າງແຫຼມ, ໂຄນໃບຮຽວແຫຼມຄືຫຼີ້ມ. ກ່າງຂັ້ນໜ່ຶງ ມີ 1 ເສັ້ນ, ກ່າງຂັ້ນສອງສະຫຼຽງມຸມເຫວີ, ກ່າງຂັ້ນສາມເບິ່ງບໍ່ເຫັນ.
ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກມີຈຳນວນໜ້ອຍຈັດລຽງກັນເປັນພົ້ວ, ຢູ່ໃກ້ປາຍສຸດຂອງງ່າ, ມີສອງເພດ, ກ້ານດອກຍ່ອຍຍາວກວ່າ 0.5 ຊມ.
ໝາກ : ໝາກມີຂະໜາດ 1. 5 ຫາ 5 ຊມ, ເປືອກຫຍາບຄ້າຍໜັງ, ເມື່ອແກ່ຈະຫັກມຸ່ນ ບໍ່ສະເໝີກັນ.
ແກ່ນ : ມີ ແກ່ນ 2 ຫາ 9 ແກ່ນ, ມີ ນວນສີແດງຫຸ້ມເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບຫຼາຍໃນປ່າແປກ ແຕ່ຍັງພົບໃນປ່າປຽກຊື້ນກວ່ານັ້ນອີກ.

ເຂດແຜ່ກະຈາຍພັນ :

ເກີດຢູ່ມ່ຽນມ້າ, ພາກໃຕ້ຂອງຈີນ (ຢູ່ນານ, ກວາງຕຸ້ງ ແລະ ໄຮນັງ), ໄທ, ອິນໂດຈີນ ແລະ ລາວ (ແຂວງຫົວພັນ, ຄຳມ່ວນ ແລະ ວຽງຈັນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ແຂງຫຼາຍ ແລະ ຫັກງ່າຍ, ມີລາຍງາມ, ໄມ້ໃຊ້ເຮັດເຟີນີເຈີ, ເປືອກໄມ້ແລະ ດອກ ໃຊ້ເປັນຢາຂ້າແມ່ທ້ອງ ແລະ ປົວພະຍາດທ້ອງບິດ, ແລະ ອາການເປັນໄຂ້.

ຕົວຢ່າງທີ່ໄດ້ສຶກສາ :
BT 245, BT 444, BT 622, BT 725 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page