English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ໃບຈັບສະຫຼັບພາຍໃນແຜ່ນພຽງດຽວ. ກ່າງໃບໂຄ້ງຈອດກັນຢູ່ແຄມ. ກິ່ງງ່າທີຍັງອ່ອນມີຂົນແຂງມີສີອອກເຫຼືອງຫາສີນ້ຳຕານ. ໝາກເປັນໝາກເນື້ອມີແກນ. |
ປະເພດພືດ : | ໄມ້ຢືນຕົ້ນຂະໜາດນ້ອຍ ສູງເຖິງ 10 ແມັດ. |
ລຳຕົ້ນ ແລະ ເປືອກ : | ລຳຕົ້ນຊື່, ເປືອກລຽບ, ເປັນຕູດໆ, ສີຂີ້ເຖົ່າແກມສີອອກຂາວ ຫຼື ມີສີອອກນ້ຳຕານ. |
ງ່າ ແລະ ກິ່ງນ້ອຍ : | ຍອດອ່ອນມີຂົນສີຂີ້ໝຽງປົກຫຸ້ມຢ່າງດົກໜາ. ກິ່ງງ່າຮູບທໍ່ກົມ, ເມື່ອເຕີບ ໃຫຍ່ເຕັມທີຈະກ້ຽງ ບໍ່ມີຂົນ. |
ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ. |
ໃບ : | ໃບດຸ່ຽວຈັບສະຫລັບ ພາຍໃນແຜ່ນພຽງດຽວ, ຂະໜາດ 10-25 X 3-8 ຊມ, ຮູບຂອບຂະໜານ ຫຼື ຮູບປາຍຫອກ ປາຍໃບຮຽວແຫຼມ, ໂຄນໃບຮຽວແຫຼມຫາ ຫາມົນ, ຂອບໃບລຽບ, ແຜ່ນໃບຄືແຜ່ນເຈັ້ຍ, ໃບແກ່ມີຂົນຈັບຫ່າງໆຢູ່ທາງດ້ານເທິງ, ສ່ວນທາງດ້ານລຸ່ມມີຂົນອ່ອນສີເງິນ ຫຼື ມີສີອອກເຫຼືອງ ປົກຫຸ້ມ. ກ່າງກາງທາງດ້ານເທິງເປັນຮ່ອງຕາມທາງຍາວ, ກ່າງຂັ້ນໜຶ່ງເປັນ ກ່າງດ່ຽວ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ໂຄ້ງຈອດກັນຢູ່ແຄມ, ກ່າງຂັ້ນ ສາມສະຫຼຽງ. ກ້ານໃບມີຂົນສີຂີ້ໜ້ຽງດົກໜາ. ຫູໃບມີຂົນ, ຕົກລົ່ນໄວ. |
ຊໍ່ດອກ / ດອກ : | ດອກອອກເປັນຊໍ່ດອກບໍ່ມີກ້ານ ອອກຢູ່ປາຍ ຫຼື ອອກດ້ານຂ້າງກິ່ງ, ມີດອກໜາແໜ້ນມີຂົນ ຫຼື ບໍ່ມີຂົນ. |
ໝາກ : | ເປັນໝາກແຫ້ງ ມີລັກສະນະຄ້າຍໝາກມີແກນ, ຂະໜານ 0.5-0.6 ຊມ, ຮູບກົມ ຫຼື ບ້ຽວເລັກນ້ອຍ, ມີຂົນລະອຽດ. |
ແກ່ນ : | ແກ່ນມີ 1 ຫາ 2 ເມັດ. |