Apodytes dimidiata E.Mey. ex Arn. - ICACINACEAE

ຊ່ືພ້ອງ : Apodytes cambodiana Pierre
Apodytes yunnanesis Hu
Apodytes benthamiana Wight
Apodytes beddomei Mast.
Apodytes javanica Koord. & Valeton
Apodytes tonkinensis Gagnep.

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຂຽວຕະຫລອດປີ, ເປືອກກ້ຽງ. ໃບດ່ຽວ ຈັບສະຫຼັບ, ໂຄນໃບບໍ່ສະເໝີກັນ. ດອກສີຂາວ, ຄໍເຕົ້າໄຂ່ຈັບທາງຂ້າງ ຂອງເຕົ້າໄຂ່. ໝາກເນື້ອມີແກນ. ມີເມັດດຽວ.
ປະເພດພືດ : ເປັນໄມ້ຢືນຕົ້ນຂຽວຕະຫລອດປີ, ຂະໜາດນ້ອຍ, ສູງເຖິງ 15 ແມດ
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກມີສີນ້ຳຕານແກ່, ກ້ຽງ ແລະ ບາງ
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບສະຫຼັບ ແລະ ຈັບກ້ຽວວຽນ, ມີຂົນ, ໃບເປັນຮູບໄຂ່ແຄບ ຫຼື ຮູບຮີ, ປາຍໃບແຫຼມ, ໂຄນໃບບ້ຽວເລັກນ້ອຍ. ກ່າງກາງຮາບພຽງຢູ່ດ້ານເທິງຂອງໃບ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ກ່າງຂັ້ນສາມຈັດເປັນຕາໜ່າງ.
ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກຈັດເປັນຊໍ່ດອກ, ອອກຢູ່ປາຍ ຫຼື ອອກຢູ່ດ້ານຂ້າງຂອງງ່າ, ດອກມີສອງເພດ, ກ້ານດອກຍ່ອຍສັ້ນກວ່າ 0.5 ຊມ.
ໝາກ : ໝາກມີຂະໜາດ 0.7 ຫາ 1 ຊມ, ເປັນໝາກເນື້ອມີແກນ, ມີຕິ່ງສີແດງສົດໄສຢູ່ໂຄນໝາກ , ໝາກ ບໍ່ສາມາດໄຂ ເອງໄດ້.
ແກ່ນ : ແກ່ນ ມີ 1 ແກ່ນ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບຂ້ອນຂ້າງທົ່ວໄປໃນປ່າຂຽວຕະຫຼອດປີ.

ເຂດແຜ່ກະຈາຍພັນ :

ພົບຢູ່ອາຟຣິກາ, ມ່ຽນມ້າ, ຈີນ (ຢຸນນ່ານ, ໄຮນັງ), ອິນເດັຍ (ພາກຕາເວັນຕົກສຽງໃຕ້ ແລະ ເຂດອັດສຳ), ມາເລເຊັຍ, ໄທ, ຫວຽດນາມ ແລະ ລາວ ( ແຂວງຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ໃຊ້ເຮັດຕູ້.

ຕົວຢ່າງທີ່ໄດ້ສຶກສາ :
BT 24 and LAO 671 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page