Aporosa serrata Gagnep. - EUPHORBIACEAE

ຊ່ືພື້ນເມືອງເປັນພາສາລາວ : ເໝືອດຕົ້ນ Muat ton

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຂະໜາດນ້ອຍມີຂົນແຂງຢາຍທົ່ວໆ, ໃບດ່ຽວຈັບສະຫຼັບ ພາຍໃນແຜ່ນພຽງດຽວ, ແຄມໃບເປັນແຂ້ວເລ່ືອຍ ມີຕ່ອມ ເຫັນ ແຈ້ງ ຢູ່ຕາມແຂ້ວເລື່ອຍ , ມີ ຕ່ອມອີກ 2 ອັນ ຈັບປາຍຂອງກ້ານ ໃບ. ດອກມີເພດແຍກຕ່າງຕົ້ນ. ໝາກມີເນື້ອ ສີຂຽວ ພ້ອມມີນວນ ຫຸ້ມແກ່ນສີເຫຼືອງ.
ປະເພດພືດ : ໄມ້ຢືນຕົ້ນຂະໜາດນ້ອຍຂຽວຕະຫຼອດປີ ສູງເຖິງ 12 ແມັດ, ງ່າຕັ້ງຊັນຂຶ້ນ ທຽບໃສ່ລຳຕົ້ນ.
ລຳຕົ້ນ ແລະ ເປືອກ : ເປືອກມີຮອຍແຕກ, ເປືອກນອກສີຂີ້ເຖົ່າ, ເປືອກທາງໃນສີນ້ຳຕານ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າ ເປັນຮູບທໍ່ກົມ, ມີຂົນແຂງສີນ້ຳຕານອົມເຫຼືອງ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼລະບາຍອອກ.
ໃບ : ໃບດ່ຽວຈັບສະລັບ ພາຍໃນແຜ່ນພຽງດຽວ, ຂະໜາດ 9-17 X 4-6 ຊມ, ຮູບສ້ວຍ ແກມຮູບໄຂ່ຫາ ຮູບສ້ວຍ, ປາຍໃບແຫຼມເປັນຕິ່ງ, ໂຄນໃບ ຮຽວແຫຼມ ຫາມົນ, ຂອບໃບເປັນແຂ້ວເລື່ອຍ ມີຕ່ອມ, ແຜ່ນໃບແຂງຄ້າຍຄືໜັງ, ເມ່ືອແຫ້ງ ດ້ານເທິງ ແຜ່ນໃບມີສີອອກນ້ຳຕານ ຫຼື ສີອອກຂຽວ, ມີຂົນ ຈັບຢູ່ຕາມກ່າງໃບ ດ້ານເທິງ, ດ້ານລຸ່ມມີຂົນແຂງດົກໜາ. ກ່າງກາງດູນຂຶ້ນຢູ່ທາງເບື້ອງເທິງ, ກ່າງຂັ້ນ ໜຶ່ງເປັນກ່າງດ່ຽວ, ດູນຂຶ້ນຢູ່ດ້ານເທິງ, ກ່າງຂັ້ນສອງສະຫຼຽງ ໃຫ້ກ່າງ ກາງ, ຂະໜານກັນຫ່າງໆ ແລະໂຄ້ງກົ່ງຈອດກັນເປັນວົງ, ກ່າງຂັ້ນສາມ ສະຫຼຽງ. ກ້ານໃບມີຂົນແຂງ, ໄຄ່ໂພງອອກເລັກນ້ອຍຢູ່ທາງປາຍ, ຢູ່ບ່ອນຈັບຂອງແຜ່ນໃບ ມີຕ່ອມສອງອັນ. ຫູໃບເປັນຮູບໄຂ່, ມີຂົນແຂງ, ຕົກລົ່ນໄວ.
ຊໍ່ດອກ / ດອກ : ດອກແຍກເພດ, ດອກຈັດເປັນຈຸ້ມ ອອກຢູ່ຂ້າງກິ່ງ.
ໝາກ : ໝາກແຫ້ງ ໄຂເອງໄດ້, ຮູບກົມສ້ວຍ, ຂະໜາດ 0.8 - 0.9 x 0.5 - 0.6 ຊມ, ມີຂົນແຂງ, ໝາກສີຂຽວ ບາດເວລາ ແຫ້ງ ເປັນສີອອກນ້ຳຕານ.
ແກ່ນ : ແກ່ນ ມີ 1 ເມັດ, ກ້ຽງ ບໍ່ມີຂົນ, ແປເຂົ້າ ທາງ ຂ້າງ ເລັກນ້ອຍ, ມີນວນ ສີເຫຼືອງປົກຫຸ້ມ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າດົງດິບ ຫຼື ປ່າປະສົມ ປ່ຽນໃບ, ມັກພົບຢູ່ຕາມປ່າໂຄກ ບ່ອນທີ່ອ່າວຊຸ່ມແດ່, ບອນສູງ 200 - 300 ແມັດ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະທດກຳພູຊາ, ແຫຼມມາເລເຊັຍ, ປະເທດໄທ (ພາກເໜືອ ແລະ ພາກຕາວັນອອກສ່ຽງເໜືອ) ແລະ ລາວ (ແຂວງຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ການນຳໃຊ້ຍັງບໍ່ເປັນທີ່ຮູ້ຈັກ.

ຕົວຢ່າງທີ່ໄດ້ສຶກສາ :
BT 53, BT 472, BT 558 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flore Générale de l’Indochine. 1927. Vol. 5, Fasc. 6. Muséum national d'histoire naturelle, Laboratoire de Phanérogamie, Paris, France.
Kongkanda Chayamarit & Peter C. Van Welzen. 2005. Flora of Thailand, Vol. 8, part 1.The Forest Herbarium, Royal Forest Department, Bangkok, Thailand.

Top of the page