Baccaurea ramiflora Lour. - EUPHORBIACEAE

ຊ່ືພ້ອງ : Baccaurea cauliflora Lour.
Pierardia sapida Roxb.
Baccaurea sapida (Roxb.) Mull.Arg.
Baccaurea flaccida
Baccaurea propinqua Mull.Arg.
Baccaurea wrayi King ex Hook.f.
Baccaurea oxycarpa Gagnep.
Gatnaia annamica Gagnep.

ຊ່ືພື້ນເມືອງເປັນພາສາລາວ : ໝາກໄຟ Ton mak Fay

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຂຽວຕະຫລອດປີ, ງ່າແຕກອອກທາງຂ້າງ. ໃບດ່ຽວ, ຈັບສະຫຼັບ ແລະ ກ້ຽວວຽນ. ກ້ານໃບໄຄ່ຢູ່ໂຄນ ແລະ ປາຍກ້ານ. ດອກມີເພດດ່ຽວ ອອກຕາມລຳຕົ້ນ ແລະ ງ່າໂດຍກົງ. ໝາກເນື້ອ ມີນວນສສີສົ້ມຫາສີແດງຊ້ຳແກມສີມ່ວງ.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບຂຽວຕະຫຼອດປີຂະໜາດນ້ອຍ, ສູງ ກວ່າ 10 ແມັດ. ງ່າຕາກອອກທາງຂ້າງ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນ ແຕກເຫີບ ແລະ ປຸ້ງຢູ່ສ່ວນລຸ່ມເລັກນ້ອຍ. ເປືອກຂອງລຳຕົ້ນມີສີຄີມ ຈາງໆ ຫຼື ສີນ້ຳຕານແກມສີສົ້ມ, ເປືອກກ້ຽງ ຫຼື ມີຮອຍແຕກ ຕາມລວງຍາວເລັກນ້ອຍ ແລະ ແຕກເຫີບ.
ງ່າ ແລະ ກິ່ງນ້ອຍ : ງ່າ ແລະ ກິ່ງນ້ອຍ ເປັນທໍ່ກົມ ແລະ ກ້ຽງ ບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວທີ່ລະບາຍອອກ.
ໃບ : ໃບດ່ຽວ, ຂະໜາດ 9-25 x 3-9 ຊມ, ຈັບສະຫລັບ ແລະ ແບບກ້ຽວວຽນ ແລະ ຈຸ້ມກັນເປັນໄລຍະໆ ຕາມກ່ິງ ຫຼື ງ່ານ້ອຍ; ໃບຮູບສ້ວຍແຄບ ຫຼື ຮູບໄຂ່ປີ້ນ ມີປາຍແຫຼມສັ້ນໆ, ສ່ວນໂຄນແຫຼມ, ແຄມໃບລຽບ ຫຼືເປັນຄື້ນເລັກນ້ອຍ. ໃບ່ອອນ ມີສີອອກແດງ, ມີຂົນສັ້ນ ຂົນສີນ້ຳຕານ, ເມ່ືອແກ່ແລ້ວ ໃບອອກສີຂຽວເຂັ້ມ ແລະ ດ້ານເທິງເຫຼື້ອມ ແລະ ກ້ຽງ ບໍ່ມີຂົນ. ກ່າງກາງ ຮາບພຽງຢູ່ດ້ານເທິງ, ສ່ວນຢູ່ດ້ານລຸ່ມ ກ່າງດູນ ຂຶ້ນສູງ, ກ່າງຂັ້ນສອງ ຕັດສະຫລຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງໂຄ້ງ ແລະ ຈອດກັນຢູ່ແຄມໃບ, ກ່າງຂັ້ນສາມ ຈັດເປັນຕາໜ່າງ. ກ້ານໃບ ຍາວຮຽວ ໄຄ່ຢູ່ໂຄນ ແລະ ປາຍ. ມີ ຫູໃບ ແຕ່ລົ່ນໄວ.
ຊໍ່ດອກ / ດອກ : ດອກ ຂະໜາດນ້ອຍ ຈັດເປັນຊໍ່ດອກມີກ້ານ, ຊໍ່ດອກອອກຢູ່ຂ້າງກ່ິງ ຫຼື ຈັບຕາມລຳຕົ້ນ, ມີດອກຜູ້ ແລະ ດອກແມ່ ຢູ່ຕ່າງຕົ້ນກັນ. ດອກຜູ້ ຢູ່ເປັນຈຸ້ມ, ຊໍ່ດອກ ຍາວ 10 ຊມ, ສ່ວນຫຼາຍຊໍ່ດອກຈັບ ຢູ່ປາຍໆ ຂອງກິ່ງນ້ອຍ, ກ້ານດອກຍ່ອຍສັ້ນ. ດອກແມ່ ໃຫຍ່ກວ່າເລັກນ້ອຍ, ແມ່ນຊໍ່ດອກມີກ້ານ, ຊໍ່ຍາວ ເຖິງ 30 ຊມ., ອອກເປັນຈຸ້ມ ຕາມງ່າເກົ່າ ແລະ ລຳຕົ້ນ.
ໝາກ : ໝາກມີເນື້ອ, ເສັ້ນຜ່າກາງ 2.5 – 3.5 ຊມ, ໝາກເປັນຮູບໄຂ່ ຫຼື ຮູບກົມສ້ວຍ, ຢ່ອນລົງຕາມ ງ່າເກົ່າ ແລະ ຕາມລຳຕົ້ນ, ໝາກ ມີສີສົ້ມຈືດໆ ເມ່ືອສຸກ ໝາກມີສີອອກແດງ ຫາສີ ອອກແດງອົມມ່ວງ.
ແກ່ນ : ມີແກ່ນໃຫ່ຍຈຳນວນ 2 ຫາ 4 ແກ່ນ, ມີນວນ ອວບນ້ຳສີຂາວໄສ ຫຼື ສີ ອອກບົວ ຫຸ້ມແກ່ນໄວ້.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າດົງດິບຊຸ່ມ ບອນສູງ ແຕ່ 50 ເຖິງ 1700 ແມັດ, ມັນໄດ້ກາຍມາ ເປັນຊະນິດທີ່ພົບຢູ່ຊັ້ນລ່າງ ຂອງ ປ່າທີ່ຖືກໄຟປ່າຮຸກຮາມເລື້ອຍ, ຄົນມັກເອົາພືດຊະນິດນີ້ມາປູກ ເພ່ືອກິນໝາກພໍສົມຄວນ. ລະດູອອກດອກ ແຕ່ ເດືອນກຸມພາເຖິງ ເດືອນມີນາ; ລະດູອອກໝາກ ແຕ່ເດືອນສິງຫາເຖິງເດືອນກັນຍາ.

ເຂດແຜ່ກະຈາຍພັນ :

ພົບຢູ່ປະເທດມ່ຽນມ້າ, ພາກໃຕ້ຂອງປະເທດຈີນ, ອິນເດັຍ (ອັດສຳ), ແຫຼມມາເລເຊັຍ, ເກາະອັນດາມັນ ແລະ ເກາະມີໂກບາ, ຫວຽດນາມ (ແມ່ແບບ) ແລະ ລາວ (ແຂວງຄຳມ່ວນແລະ ແຂວງອ່ືນໆອີກຫຼາຍແຂວງ ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ນວນຂອງໝາກ ກິນໄດ້ ຊ່ຶງມີຣົດສົ້ມເລັກນ້ອຍ ຫາຣົດຫວານ.

ຕົວຢ່າງທີ່ໄດ້ສຶກສາ :
BT 819, BT 912, BT 583, BT 584 (Herbarium of Faculty of Sciences, UNoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flora of Thailand. 1970-2002. Vol. 8, part 1. Forest Herbarium, Royal Forest Department, Bangkok, Thailand.
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.
Lecomte H. (ed.). 1907-1912. Flore Générale de l'Indo-Chine. Vol.5 (6), Muséum National d’Histoire Naturelle, Laboratoire de Phanérogamie, Paris, France.
Tree Flora of Malaya. 1972-1989. Vol. 2. Forest Research Institute Malaysia, Kepong, Malaysia.

Top of the page