Bischofia javanica Blume - EUPHORBIACEAE

ຊ່ືພ້ອງ : Bischofia trifoliata Hook.f.

ຊ່ືພື້ນເມືອງເປັນພາສາລາວ : ຂົມຝາດ, ສົ້ມຝາດ Khom fat, Som fat

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ເປືອກມີນ້ຳຢາງສີແດງ, ໃບປະສົມ 3 ບິ້ງ, ຮຽງສະລັບ ຫຼື ຈັບແບບກ້ຽວວຽນ.
ປະເພດພືດ : ເປັນໄມ້ຢືນຕົ້ນຂຽວຕະຫລອດປີ ຫຼື ມີໃບລົ່ນຕາມລະດູການ, ຕົ້ນສູງເຖິງ 35 ແມດ
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກມມີສີນ້ຳຕານອອກແດງ, ເປືອກ ກ້ຽງຫາແຕກເປັນເກັດໆ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວລະບາຍມີສີແດງ.
ໃບ : ໃບປະສົມ ມາມບິ້ງ , ໃບຈັບສະລັບ ແລະ ຈັບກ້ຽວວຽນ, ໂຄນໃບໄຄ່. ໃບຍ່ອຍກ້ຽງ ບໍ່ມີຂົນ, ຮູບສ້ວຍແກມຮູບໄຂ່ ຫຼື ຮູບໄຂ່, ປາຍໃບເປັນຕິ່ງແຫຼມ, ກົກໃບແຫຼມ, ແຄມໃບເປັນແຂ້ວເລ່ືອຍ. ກ່າງຂັ້ນໜຶ່ງເປັນເສັ້ນດ່ຽວ, ກ່າງຂັ້ນສອງ ສະຫຼຽງມຸມ ເຫວີ, ກ່າງໃບຂັ້ນສາມຈັດເປັນຕາໜ່າງ.
ມີຫູໃບ, ລົ່ນໄວ.
ຊໍ່ດອກ / ດອກ : ດອກຈັດລຽງເປັນຊໍ່ດອກ, ອອກດ້ານຂ້າງ ຫຼື ບາງຄັ້ງຢູ່ດ້ານຫລັງ ຂອງໃບ, ດອກມີເພດດ່ຽວຢູ່ຕ່າງຕົ້ນກັນ, ກ້ານດອກຍ່ອຍຍາວ 2 ຫາ 3 ມມ.
ໝາກ : ໝາກມີຂະໜາດ 0. 5 -1 ຊມ, ເປືອກຄ້າຍໜັງ, ໝາກບໍ່ສາມາດໄຂເອງໄດ້.
ແກ່ນ : ມີ ແກ່ນ 2 ຫາ 8 ເມັດ, ມີນວນປົກຫຸ້ມເມັດ, ນວນກິນໄດ້ ມີຣົດສົ້ມ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົ່ວໄປ, ປົກກະຕິ ມັກພົບຢູ່ໃກ້ນ້ຳ ຫຼື ຢູ່ແຄມແມ່ນ້ຳ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດມ່ຽນມ້າ, ຈີນ (ພາກໃຕ້), ອິນເດັຍ, ອິນໂດຈີນ, ມາເລ ເຊັຍ ໄປຈົນເຖິງ ອົດສະຕາລີ, ໄທ, ລາວ (ແຂວງຄຳມ່ວນ, ຫຼວງພະ ບາງ, ໄຊຍະບູລີ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ແຂງດີ ໃຊ້ກໍ່ສ້າງ, ເປືອກລຳຕົ້ນຍັງໃຊ້ເຮັດສີຍ້ອມ, ສີແດງ, ນວນຫຸ້ມເມັດມີຣົດສົ້ມ ກິນໄດ້.

ຕົວຢ່າງທີ່ໄດ້ສຶກສາ :
BT 825 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page