English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
| ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ໄມ້ຢືນຕົ້ນຂະໜາດນ້ອຍ ຂຽວຕະຫລອດປີ ຫຼື ຜັດປ່ຽນໃບ, ເປືອກ ມີຮອຍແຕກ. ໃບດ່ຽວຈັບພາບ ແຕ່ເມ່ືອຢູ່ໃກ້ຊໍດອກຈັບສະ ຫຼັບ, ດ້ານລຸ່ມມີຂົນຮູບດາວ. ດອກສີຂາວ. ໝາກແມ່ນໝາກແຫ້ງ ໄຂໄດ້ແບບແຄບຊູນ, ແກ່ນມີປີກ. |
| ປະເພດພືດ : | ໄມ້ຢືນຕົ້ນຂຽວຕະຫລອດປີ ຫຼື ຜັດປ່ຽນໃບ, ສູງ ເຖິງ 35 ແມດ. |
| ລຳຕົ້ນ ແລະ ເປືອກ : | ລຳຕົ້ນຊື່ ຫຼື ເນີ້ງ, ບາງຄັ້ງແຕກກິ່ງຢູ່ສ່ວນກົກຕົ້ນ, ເປືອກມີສີນ້ຳຕານອ ອກແດງ ແລະ ມີຮອຍແຕກ. |
| ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າ ມົນແກມແປເລັກນ້ອຍ, ມີຂົນອ່ອນດົກໜາ. |
| ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ. |
| ໃບ : | ໃບດ່ຽວ, ປົກກະຕິ ແມ່ນໃບຈັບພາບ ແຕ່ເມ່ືອຢູ່ໃກ້ຊໍ່ດອກ ໃບຈັບສະຫລັບ, ໃບ ມີຮູບ ສ້ວຍແຄບ ຫຼື ຮູບໃບຫອກ, ປາຍແຫຼມ, ໂຄນຮຽວແຫຼມຄືຫລີ້ມ, ຂອບໃບກ້ຽງ ບໍ່ມີ ຂົນ, ດ້ານລຸ່ມຂອງໃບມີຂົນຮູບດາວສີເຖົ່າ. ກ່າງກາງຮາບພຽງຢູ່ດ້ານເທິງ, ກ່າງ ຂັ້ນສອງ ສະຫຼຽງມຸມ ເຫວີ, ກ່າງໃບຂັ້ນສາມຈັດເປັນຕາໜ່າງ. |
| ຊໍ່ດອກ / ດອກ : | ດອກຈັດເປັນຊໍ່ດອກ ອອກ ຢູ່ປາຍ ຫຼື ອອກຢູ່ງ່າມໃບເທິງ, ດອກມີ ສອງເພດ, ກ້ານດອກຍ່ອຍຍາວປະມານ 1 ມມ. |
| ໝາກ : | ໝາກເປັນໝາກແຫ້ງໄຂໄດ້ແບບແຄບຊູນ, ມີເສັ້ນຜ່າກາງ ເຖິງ 0. 5 ຊມ, ໝາກແຕກອອກເປັນ 2 ບິ້ງ ໂກບແລະ ປີ້ນ. |
| ແກ່ນ : | ມີແກ່ນຫຼາຍແກ່ນ, ແກ່ນມີປີກ. |