Camellia sasanqua Thunb. - THEACEAE

ຊ່ືພື້ນເມືອງເປັນພາສາລາວ : ໝ້ຽງ Mieng

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຂຽວຕະຫລອດປີ. ໃບດ່ຽວຈັບສະຫຼັບ ແບບກ້ຽວວຽນ, ກ້ຽງບໍ່ມີຂົນ, ຂອບໃບເປັນແຂ້ວເລ່ືອຍ. ດອກມີສອງເພດ, ສີຂາວ ມີຮວຍເກສອນຫຼາຍ. ໝາກແມ່ນໝາກແຫ້ງ ໄຂໄດ້ແບບແຄບຊູນ.
ປະເພດພືດ : ເປັນໄມ້ຢືນຕົ້ນຂຽວຕະຫລອດປີ, ຂະໜາດນ້ອຍ, ສູງເຖິງ 10 ແມດ
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກມີສີນ້ຳຕານອອກແດງ, ເປືອກບາງ ແລະ ກ້ຽງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບສະຫຼັບ ແລະ ຈັບກ້ຽວວຽນ, ໃບກ້ຽງ ບໍ່ມີຂົນ, ຮູບສ້ວຍ, ປາຍໃບ ແຫຼມເປັນຕິ່ງ, ກົກໃບສ້ວຍແຫຼມ, ແຄມໃບເປັນແຂ້ວເລ່ືອຍເລັກນ້ອຍ. ກ່າງຂັ້ນ ໜຶ່ງເປັນເສັ້ນດ່ຽວ, ກ່າງຂັ້ນສອງ ສະຫຼຽງມຸມເຫວີ, ກ່າງຂັ້ນສາມຈັດລຽນ ເປັນຕາໜ່າງ.
ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກສີຂາວ, ມີ 1 ຫາ 3 ດອກ ຈັດລຽງເປັນຊໍ່ ດອກ ອອກຢູ່ດ້ານຂ້າງ, ດອກມີສອງເພດ, ກ້ານດອກຍ່ອຍຍາວເຖິງ 3 ມມ.
ໝາກ : ໝາກມີເສັ້ນຜ່າກາງຍາວເຖິງ 2.5 ຊມ, ໝາກແຕກອອກເປັນ 2 ຫາ 3 ບິ້ງ ທີ່ບໍ່ສະເໝີກັນ.
ແກ່ນ : ມີຫຼາຍແກ່ນ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົ່ວໄປ ຢູ່ຊັ້ນລຸ່ມ ໃນປ່າດົງດິບ .

ເຂດແຜ່ກະຈາຍພັນ :

ພົບຢູ່ ປະເທດ ກຳພູຊາ, ຍ່ີປຸ່ນ, ຫວຽດນາມ ແລະ ລາວ ( ແຂວງຄຳມ່ວນ ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ການນຳໃຊ້ ຍັງບໍ່ເປັນທີ່ຮູ້ຈັກ.

ຕົວຢ່າງທີ່ໄດ້ສຶກສາ :
BT 159, BT 880 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Sealy J. R. 1958. A revision of the genus Camellia. The Royal Horticultural Society, London.

Top of the page