English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
| ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ເມື່ອຜ່າລຳຕົ້ນນ້ຳຢາງສີຂາວ. ກິ່ງງ່າອ່ອນມີຂົນອ່ອນໆ ສີ ນ້ຳຕານປົກຄຸມດົກໜາ.ໃບປະສົມປາຍຄີກ, ຈັບສະຫຼັບ ແບບ ກ້ຽວວຽນ. ໃບຍ່ອຍຈັບພາບ, ໂຄນໃບມົນ, ບ້ຽວ. ມີ ຫູໃບ. ດອກ ມີເກສອນເປັນຫຼອດ. ໝາກເປັນໝາກເນື້ອມີແກນ. |
| ປະເພດພືດ : | ໄມ້ຢືນຕົ້ນ ຂະໜາດກາງ, ສູງເຖິງ18 ມ., ມີເສັ້ນລັດສະໝີ 25 ຊມ . ງ່າ ຕັ້ງຊັນຂື້ນທຽບໃສ່ລຳຕົ້ນ. ເຮືອນຍອດ ມີຂະໜາດນ້ອຍແລະ ເປັນຮູບມົນ. |
| ລຳຕົ້ນ ແລະ ເປືອກ : | ລຳຕົ້ນຕັ້ງຊື່, ເປັນທໍ່ກົມ. ເປືອກລຽບ, ມີສີຂີ້ເຖົ່າ ອົມສີອອກຂຽວ, ມີຮອຍກ່ານເປັນຈຳນວນຫລາຍ. ເປືອກໃນມີສີຂາວ ແກມສີອອກເຫຼືອງ. |
| ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າແຂງ, ປົກຄຸມດ້ວຍຂົນ ສີນ້ຳຕານ |
| ທາດແຫຼວທີ່ລະບາຍອອກ : | ມີທາດແຫຼວທີ່ລະບາຍອອກ ບັນຈຸທາດນ້ຳມັນ, ມີສີຂາວ ແລະ ກິ່ນຫອມ |
| ໃບ : | ໃບປະສົມແບບຂົນປີກນົກ ປາຍຄີກ, ຈັບສະຫລັບ ແລະ ກ້ຽວວຽນ , ໃບຍ່ອຍ ຈັບພາບກັນ, ຂະໜາດ 4-13 X 2-7 ຊມ., ເປັນຮູບໄຂ່ສ້ວຍແກມຮູບໄຂ່ , ປາຍໃບສ້ວຍແຫລມເປັນຕິ່ງເລັກນ້ອຍ, ກົກໃບມົນ ຫາບ້ຽວເລັກນ້ອຍ, ຂອບໃບລຽບ ເປັນແສກແຂ້ວເລືອ່ຍເລັກນ້ອຍ ແລະມີຂົນເປັນກະຈຸກຢູ່ຕາມແສກແຂ້ວ, ຄູ່ໃບຍ່ອຍຢູ່ກົກສຸດມີຂະໜາດນ້ອຍກ່ວາໝູ່, ກ້ານກາງຂອງໃບ ຍາວ 27-30 ຊມ. ແຜ່ນໃບ ຄ້າຍຄືແຜ້ນເຈ້ຍ ມີຂົນຫ່າງໆ ຢູ່ທັງສອງດ້ານ. ກ່າງກາງຮາບພຽງຢູ່ດ້ານເທິງ, ກ່າງຂັ້ນ ໜຶ່ງ ມີເສັ້ນດຽວ, ກ່າງຂັ້ນສອງ ສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມສະຫຼຽງຈັດແບບຂັ້ນໄດຖີ່ໆ. ກ້ານກາງຂອງໃບ ຍາວ 26-28 ຊມ.. ຫູໃບ ນ້ອຍ ແນມບໍ່ເຫັນແຈ້ງ ພ້ອມມີຂົນຍາວໆ. |
| ຊໍ່ດອກ / ດອກ : | ດອກມີຂະໜາດນ້ອຍ, ອອກສີ ຂາວ ອົມສີອອກຂຽວ, ຈັດເປັນຊໍ່ດອກ ແບບຊໍ່ກະຈຸກ, ອອກຢູ່ຂ້າງກິ່ງ |
| ໝາກ : | ໝາກ ເປັນໝາກເນື້ອມີແກນ, ຣູບຂອບຂະໜານ ແກມຮູບໄຂ່, ທັງສອງສົ້ນ ເກືອບມົນ, ມີສີເຫລືອງຈືດໆ ເມື່ອແກ່ແລ້ວ. |
| ແກ່ນ : | ແກ່ນ ມີ 1 ເມັດ. |