Carallia brachiata (Lour.) Merr. - RHIZOPHORACEAE

ຊ່ືພື້ນຖານ : Diatoma brachiata Lour.

ຊ່ືພ້ອງ : Carallia integerrima DC
Carallia lucida Roxb.
Carallia scortechinii King.

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຂຽວຕະຫລອດປີ, ເປືອກແຕກເຫີບ. ໃບດ່ຽວຈັບພາບ, ກ້ຽງ ບໍ່ມີຂົນ, ມີຕ່ອມຢູ່ດ້ານລຸ່ມ. ມີຫູໃບ, ໂອບເປັນກາບ ແລະ ປະຮອຍອ້ອມຮອບກິ່ງ. ດອກມີສີຂຽວ ແກມສີອອກສີຄີມ, ມັກມີ ທາດນ້ຳມັນຫຸ້ມ. ໝາກຄ້າຍໝາກເນື້ອມີແກ່ນຫຼາຍ, ແກ່ນມີ ເຍ່ືອສີສົ້ມຫຸ້ມ.
ປະເພດພືດ : ເປັນໄມ້ຢືນຕົ້ນຂຽວຕະຫລອດປີ, ສູງ 20 ແມດ
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່. ເປືອກກ້ຽງ, ມີສີນ້ຳຕານປົນຂີ່ເຖົ່າ,ມີຮອຍຂອງກີ່ງງ່າ ຫຼື ໃບ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນກ້ຽງບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບພາບກັນ, ໃບກ້ຽງບໍ່ມີຂົນ, ໃບເປັນຮູບໄຂ່ປີ້ນ, ປາຍໃບແຫຼມເປັນຕິ່ງ, ກົກສ້ວຍແຫຼມ, ແຄມໃບລຽບ, ດ້ານລຸ່ມໃບ ມີຈຸດຕ່ອມນ້ອຍໆຫຼາຍຈຸດ. ກ່າງກາງ ເປັນຮ່ອງຢູ່ດ້ານເທິງ, ກ່າງຂັ້ນສອງ ສະຫຼຽງມຸມເຫວີ, ຂະໜານກັນຫ່າງໆ, ກ່າງ ຂັ້ນສາມບໍ່ມີ. ຫູໃບໃຫຍ່ ແລະ ປິດງໍຄ້າຍກອກຢາຊີກາ, ມັກ ມີນ້ຳຢາງປົກ ຄຸມເລື້ອຍ.
ຊໍ່ດອກ / ດອກ : ດອກມີຈຳນວນຫຼາຍຈັດລຽງຕາມຊໍ່ ທີ່ອອກດ້ານຂ້າງ, ດອກມີ ສອງເພດ, ກ້ານດອກຍ່ອຍຍາວກວ່າ 3 ມມ.
ໝາກ : ໝາກຄ້າຍໝາກເນື້ອແກ່ນຫຼາຍ, ມີເສັ້ນຜ່າກາງເຖິງ 1 ຊມ, ໝາກແຕກອອກບໍ່ໄດ້.
ແກ່ນ : ມີແກ່ນ 1 ຫຼື 2 ແກ່ນ, ປົກຄຸມດ້ວຍນວນສີສົ້ມ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົ່ວໄປໃນປ່າດົງດິບ , ໂດຍສະເພາະ ພົບເລາະຕາມແຄມແມ່ນ້ຳ.

ເຂດແຜ່ກະຈາຍພັນ :

ເກີດຢູ່ອົດສະຕາລີ (ພາກເໜືອ), ມ່ຽນມ້າ, ກຳພູຊາ, ຈີນ (ພາກໃຕ້), ອິນເດັຍ, ມາດາກັດສະກາ, ມາເລເຊັຍ, ໂຊໂລມອນ, ໄທ, ຫວຽດນາມ ແລະ ລາວ (ແຂວງອັດຕະປື, ຈຳປາສັກ, ຄຳມ່ວນ, ສະຫັວນນະເຂດ ແລະ ວຽງຈັນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ໃຊ້ເຮັດເຟີນີເຈີ ແລະ ຕົບແຕ່ງພາຍໃນ ເຖິງວ່າການກະກຽມໄມ້ສຳລັບການຕົບແຕ່ງນີ້ຍາກ.

ຕົວຢ່າງທີ່ໄດ້ສຶກສາ :
BT 727, BT 796 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page