English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ຕາເປັນຮູບປາຍຫອກ, ມີຂົນສີນ້ຳຕານ ປົກຫຸ້ມຢ່າງ ໜາແໜ້ນ. ຂອບໃບເປັນແສກແຂ້ວເລື່ອຍຖີ່ໆ. ດອກຜູ້ ເປັນ ຊໍ່ດອກຫ້ອຍ ຈັດເປັນ ກຸ່ມໆ ກຸ່ມລະ 2 - 3 ດອກ, ດອກແມ່ ມີວົງກາບ ແລະ ວົງກີບເຫັນຊັດເຈນ. |
ປະເພດພືດ : | ເປັນໄມ້ ຢືນຕົ້ນ ໃບປ່ຽນຕາມລະດູການ ສູງເຖິງ 25 ແມັດ. ກິ່ງງ່າຕັ້ງຊັນຂຶ້ນ ທຽບໃສ່ລຳຕົ້ນ ແລະ ຕົ້ນແຕກ ກິ່ງງ່າ ແຕ່ຢູ່ໂຄນໄປ. |
ລຳຕົ້ນ ແລະ ເປືອກ : | ລຳຕົ້ນຕັ້ງຊື່. ເປືອກມີຮອຍແຕກ, ເປັນເກັດ, ມີຊ່ອງ ອາກາດ, ສີນ້ຳຕານ ອົມສີຂີ້ເຖ່ົາ ຫຼື ສີຂີ້ເຖ່ົາແກ່, ເປືອກ ໃນ ມີສີສົ້ມແກມສີອອກເຫຼືອງ ແລະ ເປືອກແຂງ. |
ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າ ເປັນທໍ່ກົມ, ມີຊ່ອງອາກາດ, ກ້ຽງບໍ່ມີຂົນ, ອອກສີນ້ຳຕານແກ່ ຫຼື ມີສີນ້ຳຕານອົມສີອອກຂຽວ, ມີຮອຍແປ້ວຂອງຈຸດຈັບຂອງໃບທົ່ວໆ. ກິ່ງງ່າ ອ່ອນມີເກັດໆທີ່ເປັນຕ່ອມປົກຫ້ມ, ມີສີແດງອອກສົ້ມ, ເວລາແຫ້ງ ມີສີນ້ຳຕານແກ່ ພ້ອມທັງ ມີຂົນຮູບດາວກະແຈກກະຈາຍຢູ່. |
ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ. |
ໃບ : | ໃບ ປະສົມແບບຂົນນົກ, ປາຍຄີກ, ຈັບສະຫຼັບ ກ້ຽວວຽນ ຫຼື ຈັບເກືອບພາບກັນ, ກ້ານກາງ ຍາວ 10 - 25 ຊມ, ມີບິ້ງໃບ 5 - 7 ຊິ້ນ ຈັບພາບກັນ, ຂະໜາດ 6 - 15 x 2.7 - 5.2 ຊມ, ໃບຮູບໄຂ່, ຮູບປາຍຫອກ ແກມຮູບໄຂ່, ບາງຄັ້ງ ເປັນຮູບໄຂ່ປີ້ນ, ປາຍໃບສ້ວຍແຫຼມ ຫຼື ສ້ວຍແຫຼມ ເປັນຕິ່ງ, ກົກໃບມົນ, ຂອບໃບ ເປັນແສກແຂ້ວເລື່ອຍຖີ່, ແຜ່ນໃບບາງ ຄ້າຍຄື ແຜ່ນເຈັ້ຍ, ມີຂົນຍາວ ແຈກຢາຍ ຫ່າງໆຕາມກ່າງກາງຂອງໃບ, ມີຕ່ອມເກັດ ແບບກະແຈກກະຈາຍຢູ່ທັງສອງດ້ານ. ກ່າງກາງ ຮາບພຽງຢູ່ດ້ານເທິງ, ກ່າງຂັ້ນໜຶ່ງ ມີເສັ້ນດ່ຽວ, ກ່າງແບບຂົນນົກ, ກ່າງ ຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມສະຫຼຽງ ຈັດເປັນ ແບບຂັ້ນໄດຖີ່ໆ. ກ້ານກາງ ມີຕ່ອມເກັດສີສົ້ມ ແລະ ຂົນຮູບດາວ ສີເຫຼືອງ ປົກຫຸ້ມດົກໜາ, ເມື່ອເວລາແກ່ ຈະກ້ຽງ ບໍ່ມີຂົນ. ບໍ່ມີຫູໃບ. |
ຊໍ່ດອກ / ດອກ : | ດອກມີເພດແຍກ, ດອກຜູ້ ແລະ ດອກແມ່ ອອກສີຂຽວ, ຈັດກັນເປັນຊໍ່ດອກຫ້ອຍ ແຍກກັນຕາມເພດ , ໂດຍທົ່ວໄປ ຊໍ່ດອກຜູ້ ຢູ່ເປັນ ກຸ່ມ 2 - 3 ຊໍ່, ດອກແມ່ ມີວົງກາບ ແລະ ວົງກີບເຫັນຊັດ. |
ໝາກ : | ໝາກ ແມ່ນໝາກແຫ້ງເປືອກແຂງ ເມັດດຽວ, ຂະໜາດ 3 x 2.8 ຊມ, ຮູບກົມ ແປເຂົ້າດ້ານຂ້າງ ຫຼື ດ້ານເທິງ, ໝາກ ແຕກເປັນ 3 - 4 ປ່ຽງ. |
ແກ່ນ : | ແກ່ນ ມີ 1 ເມັດ. |