English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
| ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ມີຫູໃບສອງອັນ ຂະໜາດໃຫຍ່ແລະ ມີຮູບກ່ຽວ. ດອກນ້ອຍ, ຫອມ, ຈັດເປັນຊໍ່ດອກຊຶ່ງອອກເປັນຈຸ້ມຈັບຢູ່ຂ້າງກິ່ງ. ໝາກແຫ້ງໄຂໄດ້ແບບແຄບຊູນ ມີຂົນ ແຂງດົກໜາ, ມີນວນສີແດງ ຫຸ້ມແກ່ນ. |
| ປະເພດພືດ : | ໄມ້ຢືນຕົ້ນ ສູງເຖິງ 45 ແມັດ, ງ່າຕັ້ງຊັນຂຶ້ນ ທຽບໃສ່ລຳຕົ້ນ . ເຮືອນຍອດກວ້າງໃຫຍ່. |
| ລຳຕົ້ນ ແລະ ເປືອກ : | ລຳຕົ້ນຊື່, ແຂງແຮງ ພ້ອມກັບມີຕູດຫຼາຍປານກາງ. ເປືອກລຽບ, ມີຮອຍແຕກ ຊ່ອງອາກາດ, ບາງເທື່ອເປັນເກັດໆ, ສີຂີ້ເຖົ່າ ຫຼືສີຂີ້ເຖົ່າແກມສີອອກຂາວ, ເປືອກດ້ານໃບໜາ, ສີເຫຼືອງ ອົມສີອອກຂີ້ເຖົ່າ. |
| ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າ ເປັນຮູບທໍ່ກົມ, ກ້ຽງ ບໍ່ມີຂົນ. |
| ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ. |
| ໃບ : | ໃບດຸ່ຽວ, ຈັບສະລັບ ພາຍໃນແຜ່ນພຽງດຽວ, ແຜ່ນໃບຮູບໄຂ່ຫາຮູບສ້ວຍ, ຂະໜາດ 7-15 X 3-5 ຊມ, ປາຍໃບສ້ວຍແຫຼມ, ປາຍສ້ວຍແຫຼມເປັນຕິ່ງ, ໂຄນໃບສ້ວຍແຫຼມມຸມເຫວີ, ຂອບໃບລຽບ, ແຜ່ນໃບໜຽວຄືແຜ່ນໜັງ, ດ້ານເທິງກ້ຽງ ບໍ່ມີຂົນ. ກ່າງກາງຮາບພຽງ ຢູ່ດ້ານເທິງ, ກ່າງຂັ້ນໜຶ່ງ ເປັນກ່າງດ່ຽວ, ກ່າງຂັ້ນ ສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນ ສາມຈັດເປັນຕາໜ່າງ ແບບລະອຽດ. ກ້ານໃບມີຂົນອ່ອນໆ. ຫູໃບກວ້າງ ແລະ ເປັນຮູບກ່ຽວ, ຢູ່ໂຄນມີຂົນ. |
| ຊໍ່ດອກ / ດອກ : | ຊໍ່ດອກ ມີຂົນແຂງດົກໜາ, ດອກມີເພດດຽວ, ອອກສີເຫຼືອງປົນ ສີອອກຂຽວ ຫາ ສີເຫຼືອງປົນສີຂາວ ຫາ ສີເຫຼືອງ, ອອກຢູ່ຂ້າງກິ່ງ ແລະ ຈັດເປັນຈຸ້ມ. |
| ໝາກ : | ໝາກ ເປັນໝາກແຫ້ງໄຂໄດ້ແບບແຄບຊູນ ມີຂົນແຂງ ດົກໜາ, ຮູບມົນ, ຂະໜາດມີເສັ້ນຜ່າກາງ 0.8 - 1.8 ຊມ, ເວລາແກ່ ໜາກແຕກອອກເປັນ 3 ປ່ຽງ. |
| ແກ່ນ : | ແກ່ນ ມີ 1 ຫາ 4 ເມັດ, ສີດຳເຫຼື້ອມ, ມີນວນສີແດງຫຸ້ມ. |