Chisocheton siamensis Craib - MELIACEAE

ຊ່ືພື້ນເມືອງເປັນພາສາລາວ : ໄມ້​ຊໍ່ May so

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຂຽວຕະຫລອດປີ, ເປືອກມີຮອຍແຕກຫາ ເປືອກ ແຕກ ເຫີບ. ໃບປະສົມປາຍຄູ່, ຈັບສະຫຼັບ. ກ້ານກາງໄຄ່ໂພງ ທີ່ໂຄນ, ບິ້ງໃບ 5-10 ຄູ່. ຊໍ່ດອກຍາວ ອອກທາງ ຂ້າງ, ຢ່ອນລົງ, ດອກສີຂາວແກມສີອອກຄີມ. ໝາກແມ່ນໝາກ ແຫ້ງໄຂໄດ້ ແບບແຄບຊູນ, ມີນວນຫຸ້ມ.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບຂຽວຕະລອດປີ ສູງເຖິງ 5 ແມັດ, ເສັນຜ່າກາງຂອງລຳຕົ້ນ ປະມານ 10 ຊັງຕີແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນລຽບ, ແຕກເຫີບລະອຽດ ແລະ ມີຊ່ອງອາກາດ, ມີສີອອກຂີ້ເຖ່ົາ ເປືອກນອກຫນາປະມານ 1 ຊມ. ເປືອກໃນປະມານ 0,5 ຊມ., ອ່ອນ, ມີສີນ້ຳຕານຈືດຫາສີຄີມ; ມອກໄມ້ສີຂາວ ແກມສີຄີມ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າມີຂົນປົກຄຸມ ຕໍ່ມາກ້ຽງ ບໍ່ມີຂົນ ເວລາແກ່.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ
ໃບ : ໃບປະສົມແບບຂົນນົກປາຍຄູ່, ຈັບສະຫລັບ, ກ້ານກາງຂອງໃບຍາວປະມານ 50 ຊມ. ກ້ານໃບຍ່ອຍ ຍາວປະມານ 20 ຊມ., ໃບຍ່ອຍຈັບພາບກັນ, ມີຈຳນວນ 5-10 ຄູ່, ໃບຮູບຂອບຂະໜານແກມຮູບຮີ ຂະຫນາດ 6-18 x 3-6 ຊມ. ແຜ່ນໃບ ບໍ່ສະເໝີກັນ, ກ້ຽງ ບໍ່ມີຂົນຢູ່ທັງສອງດ້ານ, ແຕ່ ເມ່ືອຍັງອ່ອນປົກຄຸມດ້ວຍຂົນ ເລັກນ້ອຍ, ປາຍໃບສ້ວຍແຫລມເປັນຕ່ິງ ຫາສ້ວຍແຫລມ, ປາຍຄ້າຍໃບຜັກກູດ; ກົກໃບບ້ຽວ, ມົນ, ຂອບໃບລຽບ; ບໍ່ມີຂົນ ຫຼື ມີເລັກນ້ອຍເວລາຍັງອ່ອນ. ກ່າງໃບ ເຫັນແຈ້ງຢູ່ດ້ານລຸ່ມ, ຂັ້ນສອງ ປະມານ 7-10 ຄູ່, ສະຫຼຽງໃຫ້ກ່າງກາງ, ຂະ ຫນານກັນຫ່າງໆ, ກ່າງຂັ້ນສາມສະຫຼຽງ. ກ້ານໃບຍ່ອຍໄຄ່ຟອງ, ຍາວປະມານ 3 ມມ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ຊໍ່ດອກສັ້ນກວ່າໃບ, ຍາວຫຼຸດ 30 ຊມ, ອອກຢູ່ຂ້າງກິ່ງ, ແມ່ນຊໍ່ ແຕກແຫນງ. ດອກມີຮ່ວມເພດ, ມີຫຼອດດອກເປັນຮູບທໍ່, ສີຂາວ. ກ້ານດອກສັ້ນກວ່າ 0.5 ຊມ.
ໝາກ : ໝາກແມ່ນໝາກແຫ້ງໄຂເອງໄດ້ເປັນ 2 ຫາ 4 ຫ້ອງ, ເປືອກໜາ, ຮູບກົມ, ເສັ້ນຜ່າກາງປະມານ 5 ຊມ, ຍັງອ່ອນມີສີນ້ຳຕານແກມສີອອກຂຽວ, ເມື່ອແກ່ ອອກສີແດງ.
ແກ່ນ : ເມັດມີສີດຳເຫຼື້ອມ, ມີນວນສີສົ້ມປົກຫຸ້ມ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບເຫັນໃນປ່າດົງດິບ ຫຼື ປ່າໂຄກຊຸດໂຊມລະດັບຄວາມສູງ ແຕ່ 400 ຫາ - 600 ມ, ມັກພົບຢູ່ຕາມແຄມຫ້ວຍ.

ເຂດແຜ່ກະຈາຍພັນ :

ພົບໃນປະເທດມ່ຽນມ້າ, ຈີນ, ອິນເດັຍ, ຫວຽດນາມ ແລະ ລາວ.

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ນຳໃຊ້ໃນການປູກສ້າງ ແລະເຮັດຟືນ.

ຕົວຢ່າງທີ່ໄດ້ສຶກສາ :
BT 794, BT 841, Lao 31 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Dung, Vu Van. 1996. Vietnam Forest Trees. Agriculture Publishing House, Hanoi, Vietnam.

Top of the page