Cinnamomum iners Reinw. ex Blume - LAURACEAE

ຊ່ືພ້ອງ : Cinnamomum malabathrum Batha
Cinnamomum eucalyptoides T.Nees
Cinnamomum nitidum Blume
Cinnamomum paraneuron Miq.
Cinnamomum iners var. angustifolium Ridl.

ຊ່ືພື້ນເມືອງເປັນພາສາລາວ : ສີໄຄຕົ້ນ See khai ton, ຊ້າຈວງ Sa chouang, ຈັນຫອມ Chanhom, ຈວງຫອມ Chouanghom

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໃບອ່ອນອອກສີບົວ, ພື້ນໃບອອກສີຂຽວ ແກມສີນ້ຳເງິນ, ເມ່ືອຍ່ອງໃບສົດ ແລະ ເປືອກຊັ້ນໃນ ຈະໄດ້ກິ່ນສີໄຄຕົ້ນຢ່າງແຮງ. ໝາກ ມີສີຂຽວ ແລະ ມີຈຸດໆສີເຫຼືອງເວລາຍັງອ່ອນ, ອອກສີຟ້າຊ້ຳໆ ເວລາສຸກ, ຍັງມີືຊິ້ນສ່ວນຂອງກາບດອກ ຕິດນຳໝາກຢູ່.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບຂຽວຕະຫຼອດປີ, ສູງແຕ່ 20 ເຖິງ 30 ແມັດ. ເຮືອນຍອດ ເປັນຄືຂອງຕົ້ນຟຸ່ມ ມົນ ດົກ. ມອກໄມ້ມີສີອອກຂາວ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊ່ື, ເປືອກກ້ຽງ ແລະ ມີຮອຍແຕກຊ່ອງອາກາດ, ເປືອກຊັ້ນໃນ ມີສີອອກບົວ ມີກ່ິນຫອມແຮງ.
ງ່າ ແລະ ກິ່ງນ້ອຍ : ງ່າ ແລະ ກິ່ງນ້ອຍ ອອກສີນ້ຳຕານ ມີຊ່ອງອາກາດ ແຈກຢາຍຫ່າງໆ.
ທາດແຫຼວທີ່ລະບາຍອອກ : ບໍ່ມີ ທາດແຫຼວບາຍອອກ.
ໃບ : ໃບດ່ຽວ ຈັບພາບ ຫຼື ເກືອບຈັບພາບ, ຂະໜາດ 7.5 - 30 x 2.5 - 9 ຊມ, ຮູບສ້ວຍຫາ ຮູບຂອບຂະໜານ, ປາຍໃບ ສ້ວຍແຫຼມ, ປົກກະຕິ ໂຄນໃບ ຮຽວ ແຫລມ, ແຄມໃບລຽບ, ແຜ່ນໃບ ແຂງຄ້າຍແຜ່ນໜັງ, ອອກສີນ້ຳຕານ ເວລາ ມັນແຫ້ງ, ດ້ານໜ້າໃບອອກສີຂຽວແກມສີນ້ຳເງິນ, ກ້ຽງ ບໍ່ມີຂົນ ຢູ່ດ້ານເທິງ ແລະ ລຸ່ມ. ກ່າງຂັ້ນໜຶ່ງຕົ້ນຕໍ ມີ ສາມເສັ້ນ, ຢູ່ດ້ານເທິງຮາບພຽງ, ກ່າງນັ້ນດູນສວດ ຂຶ້ນຢູ່ດ້ານລຸ່ມ, ກ່າງຂັ້ນສອງຈັບສະຫລຽງໃຫ້ກ່າງກາງ; ກ້ານໃບ ມີ ຂົນສັ້ນໆ ຫຸ້ມ. ບໍ່ ມີຫູໃບ.
ຊໍ່ດອກ / ດອກ : ດອກສີຂຽວແກມສີອອກຂາວ ຈັດເປັນຊໍ່ແຕກແໜງ ຈັບຢູ່ປາຍ ຫຼື ຢູ່ຂ້າງກ່ິງ, ດອກມີເພດຮ່ວມ ແລະ ມີກ່ິນເໝັນ.
ໝາກ : ໝາກມີເນື້ອ, ຮູບກົມສ້ວຍ ຍາວ 1-1.5 ຊມ ກວ້າງ 0.6-1 ຊມ, ອອກ ສີຂຽວແກ່, ມີຈຸດເຫຼືອງຢາຍທົ່ວໆ, ໝາກ ອອກສີອິດແກມສີດຳ ເວລາມັນສຸກ, ຊິ້ນສ່ວນ ຂອງກາບດອກຍັງມີນຳໝາກຢູ່.
ແກ່ນ : ແກ່ນ ມີ 1 ເມັດ, ຂະໜາດໃຫຍ່.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົວ່ໄປຢູ່ໃນຊັ້ນລ່າງຂອງປ່າດົງດິບ ຊ່ຶງມັນປະປົນກັບ ກຸ່ມພືດຕະກູຸນແປກ, ພົບໃນປ່າຖືກລົບກວນ ແລະ ປ່າຂັ້ນສອງ ເຊັ່ນດຽວ ພົບຢູ່ບ່ອນສູງ ເຖິງ 1800 ແມັດ. ລະດູອອກດອກ ແຕ່ ເດືອນມັງກອນ ເຖິງເດືອນກຸມພາ; ລະດູອອກໝາກ ແຕ່ເດືອນມີນາເຖິງເດືອນສິງຫາ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດກຳພູຊາ, ອິນເດັຍ, ອິນໂດເນເຊັຍ (ເກາະ ຊາວາ), ມາເລເຊັຍ, ຟີລິບປິນ, ໄທ ແລະ ຢູ່ລາວ (ແຂວງຄຳມ່ວນ, ແຂວງຫຼວງພະບາງ,…).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເປືອກໄມ້ ໃຊ້ເຮັດທູບ, ໝາກອອ່ນ ແລະ ເປືອກໄມ້ຍັງໃຊ້ເປັນຢາພື້ນເມືອງອີກ. ໃບ ໃຊ້ຕົ້ມໃສ່ນ້ຳດ່ືມ ຢູ່ໃນເຂດຊົນນະບົດ ຊຶ່ງເຮັດໃຫ້ນ້ຳນັ້ນມີຣົດຫວານ, ໄມ້ ໃຊ້ເຮັດຕູ້ ຕັ່ງ ແລະ ເຮັດໄມ້ອັດ.

ຕົວຢ່າງທີ່ໄດ້ສຶກສາ :
BT 927 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Dung, Vu Van. 1996. Vietnam Forest Trees. Agriculture Publishing House, Hanoi, Vietnam.
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.
Lecomte H. (ed.). 1907-1912. Flore Générale de l'Indo-Chine. Vol.5 (2), Muséum National d’Histoire Naturelle, Laboratoire de Phanérogamie, Paris, France.
Lehmann L., M. Greijmans and D. Shenman. 2003. Forests and trees of the central highlands of Xieng Khouang Lao PDR, A field guide. Lao Tree Seed Project, Vientiane, Laos.
Tree Flora of Malaya. 1972-1989. Vol. 4. Forest Research Institute Malaysia, Kepong, Malaysia.

Top of the page