English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ໃບປະສົມປາຍຄີກ, ຈັບພາບ, ໃບຍ່ອຍຈັບພາບ, ມີຕ່ອມເປັນ ເມັດໃສໆ. ດອກມີສອງເພດ. ໝາກເປັນໝາກເນື້ອ, ສີຂາວ ຫາສີບົວ. |
ປະເພດພືດ : | ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນ ຂະໜາດນ້ອຍ ຂຽວຕະຫລອດປີ, ສູງ ເຖິງ 7 ແມດ. |
ລຳຕົ້ນ ແລະ ເປືອກ : | ລຳຕົ້ນຊື່ ຫຼື ບາງຄັ້ງກໍແຕກງ່າຢູ່ລຸ່ມຕົ້ນ, ເປືອກມີສີຂີ້ເຖົ່າແກມສີອອກຂຽວ, ລຳຕົ້ນ ລຳຕົ້ນກ້ຽງ. |
ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າກົມມົນ, ມີຂົນລະອຽດຢ່າງດົກໜາ. |
ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ. |
ໃບ : | ໃບປະສົມ, ຈັບສະລັບ ແລະ ຈັບກ້ຽວວຽນ, ມີຂົນລຽບງາມ, ແມ່ນໃບປະສົມ ແບບຂົນນົກປາຍຄີກ, ມີຕ່ອມເປັນ ເມັດໃສໆ; ໃບຍ່ອຍ 8-15 ຄູ່, ຈັບສະຫຼັບ, ບິ້ງໃບຮູບໄຂ່ ຫຼື ຮູບປາຍຫອກ, ປາຍສ້ວຍແຫຼມ, ໂຄນບ້ຽວ, ຂອບໃບ ເປັນແຂ້ວເລ່ືອຍ. ກ່າງກາງເປັນເສັ້ນດ່ຽວ, ກ່າງຂັ້ນສອງຈັບສະຫລຽງມຸມເຫວີ ໃຫ້ກ່າງກາງ, ກ່າງຂັ້ນສາມບໍ່ເຫັນແຈ້ງ. ບໍ່ມີຫູໃບ. |
ຊໍ່ດອກ / ດອກ : | ດອກມີຈຳນວນຫຼາຍ ຈັດລຽງຕາມຊໍ່ດອກ ອອກຢູ່ປາຍສຸດ ຫຼື ຢູ່ງ່າມໃບເທິງ, ດອກມີສອງເພດ, ກ້ານດອກຍ່ອຍຍາວເຖິງ 3 ມມ. |
ໝາກ : | ໝາກມີເນື້ອ ສີຂາວຫາສີບົວ, ເສັ້ນຜ່າກາງຍາວເຖິງ 2 ຊມ, ມີຈຸດຕ່ອມ. |
ແກ່ນ : | ມີແກ່ນ 1 ຫຼື 2 ແກ່ນ. |