English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
| ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ລຳຕົ້ນ ມີໜາມຢູ່ໂຄນ, ທາດສານລະບາຍອອກເປັນນ້ຳໄສ, ສີແດງແກມສີນ້ຳຕານ. ກິ່ງງ່າ ແລະ ໃບກ້ຽງ ບໍ່ມີຂົນ. ໃບດ່ຽວ ຈັບພາບ, ດ້ານລຸ່ມຂຽວແກມສີນ້ຳເງິນ; ກ່າງຂັ້ນສອງ ສະຫຼຽງ ມຸມເຫວີ, ບໍ່ໂຄ້ງຈອດກັນ. ດອກອອກສີບົວ. ໝາກເປັນໝາກແຫ້ງ ໄຂໄດ້ແບບແຄບຊູນ. |
| ປະເພດພືດ : | ເປັນໄມ້ຢືນຕົ້ນ ໃບລົ່ນຕາມລະດູການ, ສູງເຖິງ 12 ແມດ. |
| ລຳຕົ້ນ ແລະ ເປືອກ : | ລຳຕົ້ນຊື່, ເປືອກອອກສີຂີ່ເຖົ່າຈືດ, ມີຮອຍແຕກ ແລະ ມີເກັດເປັນແຜ່ນ ບາງໆ, ລຳອ່ອນສ່ວນຫຼາຍມີໜາມ. |
| ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ. |
| ທາດແຫຼວທີ່ລະບາຍອອກ : | ທາດແຫຼວທີ່ລະບາຍອອກ ເປັນນ້ຳ, ສີແດງອົມສີນ້ຳຕານ. |
| ໃບ : | ໃບດ່ຽວ, ຈັບພາບ, ໃບກ້ຽງ ບໍ່ມີຂົນ, ດ້ານລຸ່ມມີສີຂຽວແກມນ້ຳເງິນ, ໃບເປັນ ຮູບສ້ວຍ, ປາຍໃບສ້ວຍແຫຼມເລັກນ້ອຍ ຫາແຫຼມເປັນຕິ່ງ, ໂຄນໃບມົນ ຫາສ້ວຍ ແຫຼມ, ຂອບໃບລຽບ. ກ່າງຂັ້ນໜຶ່ງເປັນເສັ້ນດ່ຽວ, ກ່າງໃບຂັ້ນສອງສະຫຽງ ມຸມເຫວີ, ກ່າງຂັ້ນສາມຈັດເປັນຕາໜ່າງ. ບໍ່ມີຫູໃບ. |
| ຊໍ່ດອກ / ດອກ : | ດອກມີ 3 ຫາ 5 ດອກ ຈັດລຽງຕາມຊໍ່ດອກ ທີ່ອອກທາງຂ້າງ ຢູ່ກິ່ງທີ່ບໍ່ມີໃບ, ດອກມີສອງເພດ, ກ້ານດອກຍ່ອຍຍາວເຖິງ 3 ມມ. |
| ໝາກ : | ໝາກແຫ້ງໄຂໄດ້ແບບແຄບຊູນ, ຍາວເຖິງ 1.2 ຊມ, ມີກາບດອກ ເຫຼືອຢູ່ຫຸ້ມໝາກໄວ້, ແຕກອອກ ຕາມ 3 ບິ້ງ. |
| ແກ່ນ : | ມີແກ່ນຫຼາຍ, ມີປີກຢູ່ປາຍ 1 ເບື້ອງໜ່ຶງ. |