Cratoxylum formosum (Jack) Dyer - GUTTIFERAE

ຊ່ືພື້ນຖານ : Elodea formosa Jack

ຊ່ືພື້ນເມືອງເປັນພາສາລາວ : ຕິ້ວສົ້ມ, ຜັກຕິ້ວ Tiu som, Phak Tiu

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ລຳຕົ້ນ ມີໜາມຢູ່ໂຄນ,ເປືອກມີຮອຍແຕກ. ທາດແຫຼວທີ່ລະບາຍ ອອກເປັນນ້ຳໃສ, ສີແດງແກມສີນ້ຳຕານ. ໃບດ່ຽວ, ຈັບພາບ, ດ້ານລຸ່ມ ອອກສີຂຽວແກມສີນ້ຳເງິນ . ດອກ ສີບົວ ອອກຢູ່ຕາມກິ່ງ ທີ່ບໍ່ມີໃບ. ໝາກເປັນໝາກ ແຫ້ງໄຂໄດ້ ແບບແຄບຊູນ.
ປະເພດພືດ : ເປັນໄມ້ຢືນຕົ້ນໃບລົ່ນຕາມລະດູການ, ຕົ້ນສູງເຖິງ 15 ແມດ
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່ ຫຼື ເນີ້ງ, ເປືອກມີສີຂີ່ເຖົ່າແກ່, ມີຮອຍແຕກ ແລະ ມີເກັດເປັນ ແຜ່ນບາງໆ, ລຳອ່ອນສ່ວນຫຼາຍມີໜາມ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ລະບາຍອອກ ເປັນນ້ຳ, ສີແດງອົມສີນ້ຳຕານ.
ໃບ : ໃບດ່ຽວ, ຈັບພາບ, ໃບກ້ຽງ ບໍ່ມີຂົນ ຫຼື ມີຂົນລະອຽດ ແຕ່ເວລາຍັງອ່ອນ, ໃບເປັນຮູບສ້ວຍ, ປາຍໃບ ແຫຼມເລັກນ້ອຍ, ໂຄນໃບຮຽວແຫຼມ, ຂອບໃບລຽບ. ກ່າງກາງຮາບພຽງ, ກ່າງໃບຂັ້ນສອງໂຄ້ງຈອດກັນ,ສະຫຼຽງມຸມເຫວີ, ກ່າງຂັ້ນ ສາມເປັນຕາໜ່າງ.
ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກສີຂາວ, ມີ 3 ຫາ 5 ດອກ ຈັດລຽງຕາມຊໍ່ດອກ ທີ່ອອກດ້ານຂ້າງ ຢູ່ຕາມກິ່ງທີ່ບໍ່ມີໃບ, ດອກມີສອງເພດ, ກ້ານດອກຍ່ອຍຍາວເຖິງ 3 ມມ.
ໝາກ : ໝາກແຫ້ງໄຂໄດ້ ແບບແຄບຊູນ, ເສັ້ນຜ່າກາງຍາວເຖິງ 1.8 ຊມ, ມີກາບດອກ ເຫຼືອຢູ່ຫຸ້ມໝາກໄວ້, ໝາກແຕກ ອອກເອງ ຕາມ 3 ບິ້ງ.
ແກ່ນ : ມີແກ່ນຫຼາຍ, ມີປີກຢູ່ປາຍ 1 ເບື້ອງໜ່ຶງ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບຢູ່ທຸກບ່ອນ ແລະ ພົບທົ່ວໆໄປຕາມປ່າໂຄກ.

ເຂດແຜ່ກະຈາຍພັນ :

ເກີດຢູ່ ປະເທດມ່ຽນມ້າ, ພາກໃຕ້ຂອງປະເທດຈີນ, ໄທ, ຫວຽດນາມ ແລະ ລາວ (ແຂວງ ຄຳມ່ວນ, ຫຼວງພະບາງ ແລະ ສະຫັວນນະເຂດ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເປືອກສາມາດໃຊ້ເຮັດສີຍ້ອມ ເປັນສີນ້ຳຕານ, ຍອດອ່ອນກິນໄດ້, ໄມ້ເປັນໄມ້ເນື້ອແຂງ ແລະ ທົນທານ.

ຕົວຢ່າງທີ່ໄດ້ສຶກສາ :
BT 234, LAO 269, LAO 442, LAO 575, LAO 729, LAO 900, LAO 1138 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page