Crypteronia paniculata Blume - CRYPTERONIACEAE

ຊ່ືພື້ນເມືອງເປັນພາສາລາວ : ສາອາມ Sa aam

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ກິ່ງງ່າເປັນ 4 ລ່ຽມ, ໜາຢູ່ລະດັບຂໍ້. ໃບດ່ຽວ ຈັບພາບ, ກ້ຽງ ບໍ່ມີຂົນ, ກ່າງຂັ້ນສາມຈັດເປັນຕາໜ່າງ. ດອກສີຂາວ ແກມສີ ອອກຂຽວ. ໝາກນ້ອຍ, ແມ່ນໝາກແຫ້ງໄຂໄດ້ແບບແຄບຊູນ, ແກ່ນມີປີກ.
ປະເພດພືດ : ເປັນໄມ້ຢືນຕົ້ນຂຽວຕະຫລອດປີ, ສູງເຖິງ 30 ແມດ
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ຮຽວ, ເປືອກໜາ ນ້ຳຕານແກສີໝົ່ນແກ່, ມີຮອຍແຕກ ແລະ ຂ້ອນຂ້າງມີເກັດເປັນແຜນບາງໆ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າເປັນນຮູບສີລ່ຽມ, ກ້ຽງບໍ່ມີຂົນ, ກິ່ງງ່າ ໜາທີ່ຂໍ້.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບພາບ, ໃບກ້ຽງ ບໍ່ມີຂົນ, ໃບເປັນຮູບໄຂ່ແຄບ ເຖິງຮູບຮີ, ປາຍໃບມົນ ຫຼື ສ້ວຍແຫຼມ, ໂຄນມົນ, ແຄມໃບລຽບ. ກ່າງຂັ້ນໜຶ່ງເປັນເສັ້ນດ່ຽວ, ກ່າງຂັ້ນສອງ ສະຫຼຽງມຸມເຫວີ, ກ່າງຂັ້ນ ສາມເປັນຕາໜ່າງ.
ຫູໃບນ້ອຍຫຼາຍ, ແລະ ລົ່ນໄວ.
ຊໍ່ດອກ / ດອກ : ດອກມີຫຼາຍ ຈັດລຽງຕາມຊໍ່ດອກ ຊຶ່ງສ່ວນຫຼາຍອອກຢູ່ປາຍ, ດອກ ມີເພດດຽວ, ເພດຜູ້ ແລະ ເພດແມ່ຢູ່ຕ່າງຕົ້ນກັນ, ກ້ານດອກຍ່ອຍ ຍາວເຖິງ 3 ມມ.
ໝາກ : ໝາກມີເສັ້ນຜ່າກາງຍາວເຖິງ 0.5 ຊມ, ໝາກແຫ້ງ, ໝາກແຕກອອກເອງໄດ້ ເປັນ 2 ບິ້ງ.
ແກ່ນ : ມີແກ່ນຫຼາຍ ແລະ ແກ່ນມີປີກ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ບໍ່ພົບທົ່ວໄປໃນປ່າດົງດິບ ທີ່ຍັງບໍ່ຖືກລົບກວນ.

ເຂດແຜ່ກະຈາຍພັນ :

ເກີດຢູ່ ປະເທດ ບັງກະລາເທດ, ມ່ຽນມ້າ, ກຳພູຊາ, ອິນເດັຍ (ເຂດອັດຊຳ, ອັນດາມັນ), ມາເລເຊັຍ, ໄທ, ຫວຽດນາມ ແລະ ລາວ (ແຂວງ ອັດຕະປື, ຈຳປາສັກ, ຄຳມ່ວນ, ສະຫັວນນະເຂດ ແລະ ວຽງຈັນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ໃຊ້ເຮັດເຄ່ືອງເຟີນີເຈີ.

ຕົວຢ່າງທີ່ໄດ້ສຶກສາ :
BT 190, LAO 551, LAO 884, LAO 961, LAO 966 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page