Daphniphyllum glaucescens Blume - DAPHNIPHYLLACEAE

ຊ່ືພ້ອງ : Daphniphyllum lancifolium HK.f.
Daphniphyllum scortechinii HK.f.

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ກິ່ງງ່າກ້ຽງບໍ່ມີຂົນ. ໃບອອກເປັນຈຸ້ມ ຢູ່ປາຍຂອງກິ່ງ , ໃບດ່ຽວ ຈັບສະຫຼັບ, ກ້ຽງບໍ່ມີຂົນ, ດ້ານລຸ່ມອອກສີຂຽວແກມສີນ້ຳເງິນ, ໃບອອ່ນມີສີອອກດຳເວລາແຫ້ງ . ດອກມີເພດດ່ຽວຢູ່ຕ່າງຕົ້ນ, ບໍ່ມີກີບດອກ. ໝາກເປັນໝາກເນື້ອມີແກນ, ຮູບໄຂ່, ເຫຼື້ອມ, ເມື່ອເວລາແກ່ເປັນສີອອກດຳ, ຄໍເຕົ້າໄຂ່ມີສອງ ແງ່ມ ແລະ ວົງກາບດອກ ທົນນານ.
ປະເພດພືດ : ເປັນໄມ້ຢືນຕົ້ນ ຜັດປ່ຽນໃບ ຂະໜາດກາງ ສູງເຖິງ 25 ມ. ງ່າຕັ້ງຊັນຂຶ້ນ ທຽບໃສ່ລຳຕົ້ນ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຕັ້ງຊື່. ເປືອກລຽບ, ມີຊ່ອງອາກາດ, ອອກສີນ້ຳຕານອົມສີຂີ້ເຖົ່າ, ເປືອກໃນສີນ້ຳຕານ, ເນື້ອໄມ້ສີຄຼີມ ຫຼື ສີຂາວ, ເນື້ອໄມ້ອ່ອນ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່ານ້ອຍເປັນທໍ່ກົມ, ບໍ່ສະເໝີກັນ, ມີຊ່ອງ ອາກາດ, ມີຮອຍຈັບຂອງໃບ, ມີສີຂຽວ ແກມສີອອກແດງອົມມ່ວງ, ກ້ຽງ ບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່​ມີ​ທາດ​ແຫຼວ​ລະບາຍ​ອອກ.
ໃບ : ໃບ ດ່ຽວ, ຈັບສະຫຼັບ ແລະ ກ້ຽວວຽນ, ຂະໜາດ 5 - 20 x 1.5 - 3 ຊມ, ຮູບໃບຫອກ ຫຼື ຮູບສ້ວຍ, ປາຍໃບສ້ວຍແຫຼມ ຫຼື ເປັນຕິ່ງແຫຼມເລັກນ້ອຍ, ກົກໃບສ້ວຍແຫຼມ, ຂອບໃບລຽບ, ປີ້ນກັບຄືນ, ແຜ່ນໃບເປັນຄ້າຍແຜ່ນໜັງ, ດ້ານເທິງຂອງໃບອອກສີຂຽວເຂັ້ມ, ດ້ານລຸ່ມສີຂຽວແກມ ສີນ້ຳເງິນ. ເວລາແຫ້ງ ໃບອ່ອນ ມີສີອອກດຳ. ກ່າງກາງຮາບພຽງ ຢູ່ດ້ານຫຼັງໃບ, ກ່າງຂັ້ນ ໜຶ່ງເປັນເສັ້ນ ດຽວ, ແບບຂົນນົກ, ກ່າງຂັ້ນສອງ ສະຫຼຽງໃຫ້ກ່າງກາງ, ຂະໜານກັນແບບ ຫ່າງໆ, ກ່າງຂັ້ນສາມຈັດເປັນແບບດາງແຫ ຢ່າງລະອຽດ. ກ້ານໃບຍາວ, ເປັນ ຮ່ອງຕາມລວງຍາວເລັກນ້ອຍ, ກ້ຽງ ບໍ່ມີຂົນ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກມີເພດແຍກຕ່າງຕົ້ນ, ຂະໜາດນ້ອຍ, ຈັດເປົນຊໍ່ດອກມີກ້ານ, ອອກຢູ່ດ້ານຂ້າງກິ່ງ, ກ້ານດອກຍາວກວ່າ 0.5 ຊມ. ບໍ່ມີກີບດອກ. ດອກແມ່ມີຄໍເຕົ້າໄຂ່ ແບ່ງເປັນສອງແງ່ມ, ປາຍປີ້ນລົງ, ວົງກາບ ດອກທົນນານ.
ໝາກ : ໝາກມີແກນ ຮູບໄຂ່ ຫຼື ຮູບກັບສ້ວຍ, ຂະໜາດ 1 - 1.5 x 0.8 ຊມ, ເຫຼື້ອມ, ອອກສີຂຽວແກມສີຟ້າອ່ອນ, ເວລາສຸກ ໝາກມີສີແດງອົມສີມ່ວງ, ວົງກາບດອກ ແລະ ຄໍເຕົ້າໄຂ່ ທີ່ມີສອງແງ່ມ ມີຂະໜາດນ້ອຍ ແລະ ທົນນານ.
ແກ່ນ : ມີແກ່ນ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າດົງດິບໃນເຂດເນີນພູ, ແຕ່ລະດັບຄວາມສູງ 500 ແມັດ ຂຶ້ນໄປ. ລະດູອອກດອກເລີ້ມແຕ່ເດືອນ ກຸມພາຫາເດືອນ ມີນາ, ລະດູອອກໝາກໃນເດືອນ ເມສາ.

ເຂດແຜ່ກະຈາຍພັນ :

ພົບຢູ່ໃນປະເທດ ກຳພູຊາ, ຈີນ, ອິນເດຍ, ອິນໂດເນເຊັຍ, ຢີປຸ່ນ, ມາເລເຊັຍ, ສີລັງກາ, ຫວຽດນາມ ແລະ ລາວ (ແຂວງ ຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ການນຳໃຊ້ ບໍ່ເປັນທີ່ຮູ້ຈັກ.

ຕົວຢ່າງທີ່ໄດ້ສຶກສາ :
BT 56 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Whitmore T. C. 1983. Tree Flora of Malaya. A manual for Foresters, Vol. 1. Forest Department, West Malaysia. Multiprint Services.

Top of the page