Dialium cochinchinense Pierre - CAESALPINIACEAE

ຊ່ືພື້ນເມືອງເປັນພາສາລາວ : ໝາກ​ເຄັງ Mak kheng

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບ ຂະໜາດໃຫຍ່,ປົກກະຕິ ມີປີກຮາກ, ມີນ້ຳ ຢາງທີ່ເປັນນ້ຳມັນປ່ຽນສີເປັນສີແດງ. ໃບປະສົມປາຍຄີກ, ຈັບສະຫຼັບ, ໃບຍ່ອຍຈັບສະຫຼັບ, ກ້ຽງບໍ່ມີຂົນ, ບໍ່ມີຕ່ອມ. ດອກ ສີຂາວ. ໝາກເປັນຝັກຮູບໄຂ່ ຄ້າຍຄືໝາກມີເນື້ອ ເມື່ອສຸກ ໝາກຈະເປັນສີດຳ, ຈັບເປັນກຸ່ມໃນຊໍ່ແບບແຕກແໜງ. ແກ່ນ ມີນວນສີຂາວຫຸ້ມ ເວລາຍັງອ່ອນ.
ປະເພດພືດ : ໄມ້ຢືນຕົ້ນຜັດປ່ຽນໃບ ຂະໜາດໃຫຍ່, ສູງເຖິງ 35 ແມັດ, ເສັ້ນຜ່າກາງລຳຕົ້ນ 80 -100 ຊມ, ງ່າຕັ້ງຊັນຂຶ້ນ ທຽບໃສ່ລຳຕົ້ນ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຕັ້ງຊື່, ມີປີກຮາກເລັກນ້ອຍຢູ່ທີ່ໂຄນ. ເປືອກລຽບ, ມີຮອຍແຕກ ຊ່ອງອາກາດ, ຊາມືເລັກນ້ອຍ, ເປືອກສີຂີ້ເຖົ່າ ຫຼື ສີຂີ້ເຖົ່າອົມຂາວ, ເປືອກໃນເປັນສີອອກນ້ຳຕານ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າເປັນຮູບທໍ່ກົມ, ກ້ຽງ ບໍ່ມີຂົນ, ພາກສ່ວນອ່ອນມີຂົນຫ່າງໆ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ລະບາຍອອກເປັນນ້ຳມັນ, ໄສ ແລະປ່ຽນເປັນສີອອກແດງ.
ໃບ : ໃບປະສົມ ແບບປີກນົກ, ປາຍຄີກ, ຈັບສະລັບ ກ້ຽວວຽນ, ບິ້ງໃບກໍ່ຈັບສະລັບ, ຂະໜາດ 4-7 X 1.5-4.5 ຊມ, ຮູບໄຂ່ແກມຮູບສ້ວຍ, ປາຍໃບສ້ວຍແຫຼມເປັນຕິ່ງເລັກນ້ອຍ, ໂຄນໃບມົນ, ບ້ຽວເລັກນ້ອຍ, ຂອບໃບລຽບ, ຜິວໃບກ້ຽງ ບໍ່ມີຂົນທັງສອງດ້ານ. ກ່າງກາງໃບຮາບພຽງ ຢູ່ດ້ານເທິງ, ກ່າງຂັ້ນ ໜຶ່ງເປັນກ່າງດ່ຽວ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ໂຄ້ງຈອດກັນຢູ່ໃກ້ກັບຂອບໃບ, ກ່າງຂັ້ນສາມຈັດເປັນຕາໜ່າງລະອຽດ. ກ້ານໃບຍາວ 10. ຫູໃບນ້ອຍ ແລະ ຕົກລົ່ນໄວ.
ຊໍ່ດອກ / ດອກ : ດອກສີຂາວ ຈັດກັນເປັນຊໍ່ແຕກແໜງ, ອອກຢູ່ປາຍ ຫຼືຢູ່ຂ້າງກິ່ງ, ແມ່ນດອກສົມບູນເພດ, ມີຂົນອ່ອນໆ ຫາ ກ້ຽງ ບໍ່ມີຂົນ.
ໝາກ : ໝາກ ເປັນຝັກ, ຮູບໄຂ່ແປເຂົ້າທາງຂ້າງເລັກນ້ອຍ, ຂະໜາດ 1.5x 0.8-0.9 cm, ມີຂົນອ່ອນລະອຽດເຖິງຂົນອ່ອນນຸ່ມ, ໜາກອ່ອນເປັນສີຂຽວອ່ອນໆ ເວລາແກ່ຈະເປັນສີດຳ.
ແກ່ນ : ແກ່ນມີ 1 ເຖິງ 2 ເມັດ ຕໍ່ຝັກ, ມີຮອຍຂີດຕາມທາງຍາວຢ່າງລະອຽດ, ເວລາຍັງອ່ອນ ແກ່ນມີນວນສີອອກຂາວ, ຕໍ່ມາຈຶ່ງອອກສີນ້ຳຕານປົນສີອອກແດງ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບຕາມປ່າດົງດິບ ຫຼື ປ່າປະສົມປ່ຽນໃບ ທີ່ ຢູ່ບ່ອນສູງເຖິງ 800 ແມັດ, ຢູ່ປະສົມກັບພືດສະກຸນ ໄມ້ຂະຍຸງ, ສະກຸນແຄຝອຍ, ສະກຸນຫູກວາງ, ສະກຸນໄມ້ຮັງ ແລະອື່ນໆ. ລະດູອອກດອກ : ແຕ່ເດືອນມີນາເຖິງເດືອນກໍລະກົດ; ອອກໝາກ ແຕ່ເດືອນມີຖຸນາ ເຖິງເດືອນພະຈິກ.

ເຂດແຜ່ກະຈາຍພັນ :

ພົບຢູ່ປະເທດມ່ຽນມ້າ, ກຳພູຊາ,ມາເລເຊັຍ, ໄທ ແລະ ລາວ (ແຂວງຄຳມວນ, ສະວັນນະເຂດ, ແຂວງວຽງຈັນ ແລະ ແຂວງອື່ນໆ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ໃຊ້ໃນການປຸກສ້າງໜັກ, ໃຊ້ເຮັດເຟີນິຈີ, ໃຊ້ເຮັດລໍ້ບັນທຸກ, ໃຊ້ສຳລັບເຮັດເຄ່ືອງມືກະສິກຳ ແລະ ເຮັດເຮືອ. ໝາກກິນໄດ້ມີລົດຫວານ

ຕົວຢ່າງທີ່ໄດ້ສຶກສາ :
BT 28, BT 206 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Dung, Vu Van. 1996. Vietnam Forest Trees. Agriculture Publishing House, Hanoi, Vietnam.
Flore Générale de l’Indochine. 1908-1916. Vol.2, Fasc. 1-3. Muséum National d'Histoire Naturelle, Laboratoire de Phanérogamie, Paris, France.
Hoang Van Sam, K. Nathavong & P.J.A. Keβler. 2004. Trees of Laos and Vietnam: A field guide to 100 economically or ecologically important species. Blumea no 49.
Larsen K., Larsen S.S. & Vidal J.E. 1980. Leguminosae- Caesalpiniaceae. Flore du Cambodge, du Laos et du Viêtnam, No 18. Muséum National d'Histoire Naturelle, Paris, France.
Larsen K., Larsen S.S. & Vidal J.E. 1984. Leguminosae- Caesalpiniaceae. Flora of Thailand, Vol. 4, part 1. The Forest Herbarium, Royal Forest Department, Bangkok, Thailand.
Tree Flora of Malaya. 1983. A manual for Foresters, Vol. 1. Forest Department, West Malaysia. Multiprint Services.

Top of the page