Diospyros brandisiana Kurz - EBENACEAE

ຊ່ືພ້ອງ : Diospyros vanprukii Bakh.

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນໝາກດຳ Ton Mak dam

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ລຳຕົ້ນສີດຳ, ດອກສີຂາວອອກຢູ່ດ້ານຂ້າງຂອງກິ່ງ ແລະ ຫຼື ອອກຢູ່ລຳຕົ້ນ ຕາມ ຕຸ່ມຕູດ. ໃບເຫຼື້ອມເປັນເງົາຢູ່ດ້ານລຸ່ມ, ກ່າງຂັ້ນໂຄ້ງແຕ່ບໍ່ໄປລຽບຮອດແຄມໃບ.
ປະເພດພືດ : ໄມ້ຢືນຕົ້ນ ໃບຂຽວຕະຫຼອດປີ ສູງເຖິງ 15 ແມັດ, ງ່າຕັ້ງຊັນຂຶ້ນ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຕັ້ງຊື່. ເປືອກລຽບ, ເປືອກມີສີດຳ.
ງ່າ ແລະ ກິ່ງນ້ອຍ : ງ່າ ແລະ ກິ່ງນ້ອຍເປັນຮູບທໍ່ກົມ, ກິ່ງງ່າກ້ຽງ ບໍ່ມີຂົນ ເວລາແກ່.
ທາດແຫຼວທີ່ລະບາຍອອກ : ບໍ່​ມີ​ທາດ​ແຫຼວ​ລະບາຍ​ອອກ.
ໃບ : ໃບດ່ຽວ, ຈັບສະຫຼັບ ແລະ ພາຍໃນແຜ່ນພຽງດຽວ, ຂະໜາດ 14-20 x 3.5-6 ຊມ, ຮູບຂອບຂະໜານ ຫຼື ຮູບໃບຫອກ, ປາຍໃບສ້ວຍແຫຼມ ແລະ ເປັນຫາງຍາວ ຫຼື ສ້ວຍແຫຼມເປັນຕິ່ງ, ໂຄນໃບຮຽວແຫຼມ ຫຼືມົນເລັກນ້ອຍ, ຂອບໃບລຽບ, ແຜ່ນໃບຄ້າຍຄືເຈ້ຍ, ໃບກ້ຽງ ບໍ່ມີຂົນຢູ່ທັງສອງດ້ານ ຍົກເວັ້ນຕາມກ່າງກາງ ແລະ ກ່າງຂັ້ນສອງ ເຫຼື້ອມຢູ່ດ້ານລຸ່ມໃບ, ໃບອ່ອນມີຂົນດົກໜາຢູ່ດ້ານລຸ່ມ. ກ່າງກາງ ຮາບພຽງຢູ່ດ້ານເທິ່ງ, ກ່າງຂັ້ນໜື່ງເປັນກ່າງດ່ຽວ, ກ່າງຂັ້ນສອງສະຫຼຽງ ໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມສະຫຼຽງ. ກ້ານໃບ ມີຂົນຫ່າງໆຢູ່ໃບແກ່, ເວລາໃບຍັງອ່ອນ ມີຂົນອ່ອນໆ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກສີຂາວ, ອອກເປັນຊໍ່ແບບຊໍ່ກະຈຸກ ຫຼື ອອກເປັນຈຸ້ມ, ຈັບຢູ່ດ້ານ ຂ້າງຂອງກິ່ງ ຫຼື ອອກຢູ່ລຳຕົ້ນ ຕາມ ຕຸ່ມຕູດ. ກ້ານດອກຍາວ 2 - 5 ມມ, ມີຂົນອ່ອນໆ.
ໝາກ : ໝາກເປັນໝາກມີເນື້ອ, ຮູບໄຂ່, ມີຂົນອ່ອນໆ, ຢູ່ປາຍມີຕິ່ງແຫຼມສັ້ນ.
ແກ່ນ : ມີແກ່ນ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເກີດຕາມປ່າດົງດິບ ບ່ອນທີ່ມີຄວາມສູງເຖິງ 400 ແມັດ. ລະດູອອກດອກ: ເດືອນກຸມພາ-ເດືອນເມສາ; ເວລາຈັບເປັນໝາກ: ເດືອນເມສາ-ເດືອນມິຖຸນາ.

ເຂດແຜ່ກະຈາຍພັນ :

ພົບຢູ່ປະເທດ ມ່ຽນມ້າ(ແມ່ແບບ), ແຫຼມຂອງປະເທດໄທ, ແລະ ລາວ (ແຂວງຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ການນຳໃຊ້ບໍ່ເປັນທີ່ຮູ້ຈັກ.

ຕົວຢ່າງທີ່ໄດ້ສຶກສາ :
BT 161 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flore Générale de l’Indochine. 1930-1933. Vol. 3, Fasc. 7-9. Muséum National d'Histoire Naturelle, Laboratoire de Phanérogamie, Paris, France.
Phengklai C. 1981. Flora of Thailand. Vol. 2, part 4. The Forest Herbarium, Royal Forest Department, Bangkok, Thailand.

Top of the page