Dysoxylum cyrtobotryum Miq. - MELIACEAE

ຊ່ືພື້ນເມືອງເປັນພາສາລາວ : ກົກຖົ່ມ ກະທຸມ Kok thom Katoum

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ເປືອກສີອອດດຳ, ໃບປະສົມ, ກ້ານກາງຂອງໃບບໍ່ໄຄ່ທີ່ໂຄນ, ໃບຍ່ອຍຈັບພາບ. ດອກສີຂາວ, ມີສອງເພດ, ເກສອນເຊ່ືອມຕິດ ກັນເປັນຫຼອດ. ໝາກເປັນໝາກແຫ້ງໄຂໄດ້ແບບແຄບຊູນ.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບຂຽວຕະລອດປີ ສູງເຖິງ 15 ແມັດ, ເສັ້ນຜ່າກາງລະດັບເອິກຂອງລຳຕົ້ນ ປະມານ 25 ຊັງຕີແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນລຽບ, ເປືອກນອກອອກສີ ອອກດຳ, ເປືອກໃນນຸ້ມ ມີສີຂາວ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າມີຂົນປົກຄຸມ
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ
ໃບ : ໃບປະສົມແບບຂົນນົກປາຍຄູ່, ກ້ານກາງຂອງໃບຍາວປະມານ 40 ຊມ. ກ້ານໃບຍ່ອຍ ປະມານ 7-8 ຊມ. ບິ້ງໃບຈັບພາບກັນ, ມີຈຳນວນ 5-10 ຄູ່, ໃບຮູບປາຍຫອກປີ້ນແກມຮູບຂອບຂະໜານ, ຂະຫນາດ 10-12 x 3-5 ຊມ., ປາຍໃບສ້ວຍແຫຼມແກມແຫຼມເປັນຕິ່ງ, ໂຄນໃບມົນ ບໍ່ສະເໝີກັນ, ສ້ວຍແຫຼມ, ຂອບໃບລຽບ, ກ້ຽງ ບໍ່ມີຂົນທັງສອງດ້ານ. ກ່າງໃບເຫັນຊັດຢູ່ດ້ານລຸ່ມ, ຂັ້ນສອງ ປະມານ 7-10 ຄູ່, ສະຫຼຽງໃຫ້ກ່າງກາງ, ລຽບຂອບໃບ. ກ້ານໃບຍ່ອຍ ສັ້ນຫລາຍ, ປະມານ 2-3 ມມ
ຊໍ່ດອກ / ດອກ : ຊໍ່ດອກສັ້ນກວ່າໃບ, 15-20 ຊມ. , ແມ່ນຊໍ່ດອກແຕແຫນງ ອອກຢູ່ດ້ານຂ້າງກິ່ງ. ດອກມີຮ່ວມເພດ, ບໍ່ມີກ້ານດອກ, ອອກສີຂາວ, ເກສອນຈັດເປັນຫລອດ. ກ້ານດອກສັ້ນກວ່າ 0.5 ຊມ.
ໝາກ : ເປັນໝາກແຫ້ງໄຂເອງໄດ້ແບບແຄບຊູນ, ຮູບກົມ, ເສັ້ນຜ່າກາງປະມານ 4 - 5 ຊມ, ເປືອກໜາ, ກ້ຽງ ບໍ່ມີຂົນ. ເວລາຍັງອ່ອນ ອອກສີນ້ຳຕານແກມສີຂຽວ ເມ່ືອແກ່ມີສີແດງ, ແຕກອອກເປັນ 2 - 4 ຫ້ອງ.
ແກ່ນ : ມີເມັດຈຳນວນ 4 ຫາ 10 , ຮູບກົມ ສີດຳ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບເຫັນໃນປ່າດົງດິບ ຫຼື ປ່າໂຄກຊຸກໂຊມ, ລະດັບຄວາມສູງ ແຕ່ 400 - 600 ມ,ສ່ວນຫລາບເລາະຕາມແຄມຫ້ວຍ.

ເຂດແຜ່ກະຈາຍພັນ :

ພົບໃນປະເທດມ່ຽນມ້າ, ຈີນ, ອິນເດັຍ, ຫວຽດນາມ ແລະ ລາວ.

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ນຳໃຊ້ໃນການປູກສ້າງ ແລະເຮັດຟືນ.

ຕົວຢ່າງທີ່ໄດ້ສຶກສາ :
BT 358 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Dung, Vu Van. 1996. Vietnam Forest Trees. Agriculture Publishing House, Hanoi, Vietnam.

Top of the page