Engelhardtia serrata Blume - JUGLANDACEAE

ຊ່ືພ້ອງ : Engelhardtia nudiflora Hook.f.
Engelhardtia parviflora C.DC.

ຊ່ືພື້ນເມືອງເປັນພາສາລາວ : ພາວຂຽວ Phao khiao

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບ, ເປືອກມີຮອຍແຕກ. ໃບປະສົມ, ບິ້ງໃບ ຈັບພາບ. ແຄມໃບດ້ານເທິງເປັນແຂ້ວເລ່ືອຍ. ດອກມີເພດດ່ຽວ ພາຍໃນຕົ້ນດຽວ, ດອກຂະໜາດນ້ອຍ. ໝາກເປັນໝາກແຫ້ງ ເປືອກແຂງໄຂບໍ່ໄດ້.
ປະເພດພືດ : ໄມ້ຢືນຕົ້ນ ຜັດປ່ຽນໃບ ສູງເຖິງ 20 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່. ເປືອກສີຂີ້ເຖົ່າ ຫຼື ສີນ້ຳຕານ ແກມສີຂີ້ເຖົ່າ, ເປືອກມີຮອຍແຕກເລິກ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງ ບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບປະສົມ ແບບຂົນນົກ ປາຍຄີກ ຫຼື ປາຍຄູ່, ຈັບສະລັບ ແລະ ກ້ຽວວຽນ, ບິ້ງໃບ ມີຮູບໄຂ່ແຄບ ຫລື ຮູບສ້ວຍ ທີ່ມີຕ່ອມສີເຫຼືອງເປັນຈຸດໆ, ຂອບໃບເປັນແຂ້ວເລ່ືອຍ ຢ່າງໜ້ອຍ ກໍ່ມີຢູ່ສ່ວນປາຍ.​ ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກ ມີຈຳນວນຫຼາຍ, ຈັດລຽງເປັນຊໍ່ດອກ ຊຶ່ງອອກຢູ່ຂ້າງກິ່ງ , ບ່ອນທີ່ບໍ່ມີໃບ, ດອກມີເພດດຽວ, ຢູ່ ຕ່າງຕົ້ນ, ກ້ານດອກຍ່ອຍ ຍາວເຖິງ 3 ມມ.
ໝາກ : ໝາກເປືອກແຂງໄຂບໍ່ໄດ້, ຍາວເຖິງ 3.5 ຊມ, ມີ ປີກ ຢູ່ 3 ປີກ.
ແກ່ນ : ແກ່ນ ມີ 1 ເມັດ

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເປັນພືດທີ່ບໍ່ພົບຫຼາຍປານໃດ ໃນປປ່າປ່ຽນໃບ ແລະ ປ່າດົງດິບ ທີ່ບໍ່ທັນຖືກລົບກວນ ແລະ ທີ່ ຖືກລົບກວນແລ້ວ.

ເຂດແຜ່ກະຈາຍພັນ :

ພົບຢູ່ປະເທດ ມ່ຽນມ້າ, ອິນໂດຈີນ, ອິນໂດເນເຊັຍ (ຊູມາຕຼາ, ຊາວາ, ບອກນ່ຽວ), ມາເລເຊັຍ (ແຫຼມມາເລ), ຟີລິບປິນ, ໄທ, ລາວ (ແຂວງອັດຕະປື, ຄຳມ່ວນ ແລະ ຫລວງພະບາງ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ການນຳໃຊ້ ຍັງບໍ່ເປັນທີ່ຮູ້ຈັກ.

ຕົວຢ່າງທີ່ໄດ້ສຶກສາ :
BT 188, BT 241 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page