Eurya acuminata DC. - THEACEAE

ຊ່ືພື້ນເມືອງເປັນພາສາລາວ : ຫາງດີ Hang dee

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຂຽວຕະຫລອດປີ ຂະໜາດນ້ອຍ. ດອກມີເພດແຍກ ພາຍໃນຕົ້ນດຽວ, ດອກນ້ອຍ, ສີເຫຼືອງ. ໝາກຄ້າຍໝາກເນື້ອ, ອວບນ້ຳ ໄຂບໍ່ໄດ້, ສີດຳແມສີແດງຊ້ຳອົມມ່ວງ.
ປະເພດພືດ : ພືດພຸ່ມ ຫຼື ໄມ້ຢືນຕົ້ນ ຂຽວຕະຫລອດປີ ສູງເຖິງ 12 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ຫລືບາງຄັ້ງລຳຕົ້ນ ແຕກງ່າຢູ່ກົກ, ເປືອກສີນ້ຳຕານ ອົມສີອອກແດງ, ກ້ຽງ ຫລື ມີຮອຍແຕກລະອຽດ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າເປັນທໍ່ກົມ, ກ້ຽງ ບໍ່ມີຂົນ ຫຼື ມີຂົນລະອຽດ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ , ຈັບສະລັບກັນ ໃນແຜ່ນພຽງດຽວ, ໃບອ່ອນມີຂົນຍາວລຽບຄືເສັ້ນໄໝ, ແຜ່ນໃບ ຮູບໃບຫອກ, ປາຍໃບແຫຼມເປັນຕິ່ງ, ຖານໃບຮູບສ້ວຍແຫຼມ, ຂອບໃບ ເປັນແຂ້ວຖ່ີໆ. ກ່າງຂັ້ນໜຶ່ງເປັນເສັ້ນດ່ຽວ, ກ່າງ ຂັ້ນສອງ ສະຫຼຽງມຸມເຫວີ ໃຫ້ກ່າງກາງ, ກ່າງຂັ້ນສາມ ຈັດເປັນຕາໜ່າງ. ກ້ານໃບມີຂົນ, ເປັນທໍ່ກົມ. ບໍ່ມີ ​ຫູໃບ.
ຊໍ່ດອກ / ດອກ : ດອກ ມີຈຳນວນ 2 ຫາ 5 , ຈັດລຽງເປັນຊໍ່ດອກ ຊຶ່ງອອກຢູ່ຂ້າງກິ່ງ ຫຼື ອອກນຳກິ່ງທີ່ບໍ່ມີໃບ , ດອກມີ ເພດດຽວ,ພາຍ ໃນຕົ້ນດຽວກັນ, ກ້ານດອກ ຍາວເຖິງ 3 ມມ.
ໝາກ : ໝາກຄ້າຍໝາກເນື້ອ, ຂະໜາດເສັ້ນຜ່າກາງ 0.6 ຊມ, ມີເນື້ອບາງໆ, ເມື່ອສຸກແລ້ວ ບໍ່ສາມາດແຕກອອກເອງໄດ້.
ແກ່ນ : ເມັດ ມີ ຫລາຍເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົ່ວໄປ ໂດຍສະເພາະໃນບ່ອນທີ່ຖືກຕັດ ໃນປ່າດົງດິບພູ.

ເຂດແຜ່ກະຈາຍພັນ :

ພົບ​ຢູ່​ປະ​ເທດ ຈີນ (ພາກໃຕ້ ແລະ ພາກຕາວັນຕົກ), ອິນເດັຍ, ອິນໂດເນເຊັຍ (ຊູມາຕຼາ, ຊາວາ), ​ແຫຼມມາເລ, ສີລັງກາ, ໄທ​ ແລະ ລາວ ( ​ແຂວງ ຄຳມ່ວນ, ຫຼວງພະບາງ ແລະ ຊຽງຂວາງ),.

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ໃຊ້ເຮັດຟືນ, ຕົ້ມໃບເອົານ້ຳໃຊ້ປົວອາການໂຣກອະຮິວາ, ຖອກທ້ອງ ແລະ ພະຍາດອ່ືນໆກ່ຽວກັບກະເພາະອາຫານ.

ຕົວຢ່າງທີ່ໄດ້ສຶກສາ :
BT 49, BT 211, BT 783, LAO 564, LAO 901 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page