Garcinia merguensis Wight - GUTTIFERAE

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນ ໃບຂຽວຕະຫລອດປີ, ເປືອກມີຮອຍແຕກ, ແຕກງ່າສະຫລັບກັນ ຕາມລວງນອນ, ກິ່ງງ່ານ້ອຍ ກ້ຽງ ບໍ່ມີຂົນ. ທາດແຫຼວທີ່ລະບາຍອອກເປັນສີເຫຼືອງ. ໃບດ່ຽວ, ຈັບພາບ, ກ້ຽງ ບໍ່ມີຂົນ, ຂອບໃບລຽບ. ບໍ່ມີ ຫູໃບ. ດອກ ເພດດຽວ. ໝາກເນື້ອມີເມັດ, ຮູບກົມ.
ປະເພດພືດ : ໄມ້ຢືນຕົ້ນສູງເຖິງ 12ມ.
ລຳຕົ້ນ ແລະ ເປືອກ : ເປືອກລຽບ ຕໍ່ມາມີຮອຍແຕກເມື່ອຕົ້ນຫາກແກ່, ເປືອກດ້ານໃນມີສີອອກສີແດງ.
ງ່າ ແລະ ກິ່ງນ້ອຍ : ງ່າອອກສະຫລັບກັນ ຕາມລວງນອນ, ກ້ຽງບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ລະບາຍອອກມີສີເຫຼືອງ.
ໃບ : ໃບດຽວ, ຈັບພາບ, ຮູບສ້ວຍ ຫາຮູບຂອບຂະໜານແກມຮູບສ້ວຍ, ກ້ຽງ ບໍ່ມີຂົນ, ປາຍໃບສ້ວຍແຫລມ, ກົກໃບສ້ວຍແຫລມ ຫາ ເປັນຮຽວແຫລມ, ຂອບໃບລຽບ. ເສັ້ນກ່າງໃບຂັ້ນໜຶ່ງເປັນເສັ້ນດຽ່ວ, ເສັ້ນກ່າງໃບຂັ້ນສອງ ແລະ ຂັ້ນສາມເຫັນບໍ່ແຈ້ງປານໃດ. ກ້ານໃບຍາວ ປະມານ 1 ຊມ., ກ້ຽງ ບໍ່ມີຂົນ. ບໍ່ມີ ຫູໃບ.
ຊໍ່ດອກ / ດອກ : ດອກ ສ່ວນຫລາຍປົ່ງອອກດ້ານຂ້າງ, ມີເພດແຍກຕ່າງຕົ້ນ ດອກແມ່ສີແດງ ແລະດອກຜູ້ ມີສີອອກເຫລືອງ.
ໝາກ : ໝາກເນື້ອມີເມັດ ຮູບກົມ, ກ້ຽງ ບໍ່ມີຂົນ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເກີດໃນປ່າປະສົມເຄິ່ງຂຽວຕະຫລອດປີ ແບບ ກະແຈກກະຈາຍ.

ເຂດແຜ່ກະຈາຍພັນ :

ພົບໃນປະເທດ ມ່ຽນມ້າ(ພະມ້າ), ອິນໂດຈີນ, ແຫຼມມາເລເຊັຍ, ໄທ, ລາວ.

ຕົວຢ່າງທີ່ໄດ້ສຶກສາ :
BT 535 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Kurz S. 1877. Forest Flora British Burma 1 (2 volumes). Office of the superintendent of government printing. Calcutta.
Wight. 1840. In Icon. Pl. Ind. Orient. t. 116.

Top of the page