Gardenia sootepensis Hutch. - RUBIACEAE

ຊ່ືພື້ນເມືອງເປັນພາສາລາວ : ໄຂ່ເນົ່າ ສີດາໂຄກ khaynao, sidakhok

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບ, ເປືອກກ້ຽງ. ຫູໃບຢູ່ລະຫວ່າງກ້ານໃບ, ມັກເປັນກາບໂອບເລື້ອຍ, ມີຢາງເປັນນ້ຳມັນໜຽວ ສີເຫຼືອງຫຸ້ມ. ດອກອອກດ່ຽວ, ຫຼອດກີບດອກເປັນຮູບຈວຍ, ສີຂາວ ແລ້ວປ່ຽນ ເປັນສີເຫຼືອງ, ມີກິ່ນຫອມ. ໝາກຄ້າຍໝາກເນື້ອມີຫຼາຍແກ່ນ, ສີອອກຂຽວ, ເປັນຄູຕາມລວງຍາວ, ເວລາແຕກ ໃນມີນວນສີສົ້ມ.
ປະເພດພືດ : ເປັນໄມ້ຢືນຕົ້ນ ປ່ຽນໃບ ສູງເຖິງ 15 ແມັດ, ເສັ້ນຜ່າກາງຂອງລຳຕົ້ນປະມານ 30 ຊັງຕີແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນມີ ເປືອກລຽບ ສີນ້ຳຕານອອນແກມສີອອກໝົ່ນ, ມີຊ່ອງອາກາດ, ເປືອກນອກອອກສີຂຽວ, ເປືອກໃນສີນ້ຳຕານຈືດ, ມອກໄມ້ສີຂາວ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກ້ຽງ ບໍ່ມີຂົນ, ມີຊ່ອງອາກາດ ຈຳນວນຫລາຍ. ຕາຢູ່ປາຍຍອດ ມີນ້ຳຢາງທີ່ມີທາດນ້ຳມັນ ເປັນສີເຫຼືອງ.
ທາດແຫຼວທີ່ລະບາຍອອກ : ມີນ້ຳຢາງທ່ີມີນ້ຳມັນ ອອກກິ່ນຫອມ.
ໃບ : ໃບດ່ຽວ, ຈັບພາບ, ເປັນຈຸ້ມທີ່ປາຍກິ່ງ, ຮູບຮີແຄບ, ຂະຫນາດ 12-15 x 4-6 ຊມ, ປາຍໃບແຫລມເປັນຕິ່ງ ຫາ ແຫຼມເປັນຕິ່ງຢ່າງແຮງ, ກົກໃບສ້ວຍແຫລມ, ຂອບໃບລຽບ,ແຜ່ນໃບບາງຄືເຈັ້ຍ ຫາໜາຄ້າຍແຜ່ນໜັງ, ບາງຄັ້ງມີຂົນປົກຄຸມທັງສອງດ້ານ. ກ່າງກາງຮາບພຽງຢູ່ດ້ານເທິງ ແລະ ເປັນຄູ ຊັດເຈນຢູ່ດ້ານລຸ່ມ, ກ່າງຂັ້ນສອງສະຫຼຽງ, ຂະຫນານກັນຫ່າງໆ, ກ່າງຂັ້ນສາມ ສະຫຼຽງ, ມີຈຳນວນ 10-14 ຄູ່. ຫູໃບຢູ່ລະຫວ່າງກົກກ້ານໃບເຊ່ືອມຕິດກັນ ເປັນຫຼອດ, ປາຍເປັນຮູບສາມຫລ່ຽມ ຍາວປະມານ 1 ຊມ.
ຊໍ່ດອກ / ດອກ : ດອກດ່ຽວ ອອກຢູ່ດ້ານຂ້າງກິ່ງ, ຫລອດກີບດອກຍາວປະມານ 6 ຊມ, ມີແສກວົງກີບດອກຍາວປະມານ 5 ຊມ, ສີຂາວຄີມ ຕໍ່ມາກາຍ ເປັນສີເຫລືອງເຂັ້ມ ມີກ່ິນຫອມຫວນ.ກ້ານດອກຍາວກວ່າ 0.5 ຊມ.
ໝາກ : ໝາກເນື້ອມີຫຼາຍແກ່ນ ດ່ຽວ, ຮູບປາຍຫອກປີ້ນ, ຍາວປະມານ 5 ຊມ, ເສັ້ນຜ່າກາງ 3 - 4 ຊມ. ໝາກອ່ອນມີ ສີຂຽວ ເປັນຄູຕາມລວງຍາວ ແລະ ມິຈຸດໆສີນ້ຳຕານ. ເວລາແຕກ ໃນມີນວນສີສົ້ມ.
ແກ່ນ : ມີເມັດຈຳນວນຫລາຍ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບເຫັນໃນປ່າພືດຕະກຸນໄມ້ຍາງ ຫລື ປ່າໄມ້ກໍ່ ແລະ ໃນປ່າຊຸດໂຊມ ລະດັບຄວາມສູງ ແຕ່ 500 - 600 ມ.

ເຂດແຜ່ກະຈາຍພັນ :

ພົບໃນປະເທດໄທ, ຫວຽດນາມ ແລະ ລາວ.

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ນຳໃຊ້ເປັນພືດສະໝູນໄພ.

ຕົວຢ່າງທີ່ໄດ້ສຶກສາ :
BT 62, BT 786, Lao 582 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Puff C., K. Chayamarit and V. Chamchumroon. 2005. Rubiaceae of Thailand. A pictorial guide to indigenous and cultivated genera. The Forest Herbarium, National Park, Wildlife and Plant Conservation Department, Bangkok.

Top of the page