Gironniera nervosa Planch. - ULMACEAE

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຂຽວຕະຫລອດປີ, ເປືອກມີເສັ້ນໄມ້. ຕາອອກຢູ່ປາຍ ແລະ ຫູໃບຍາວຫຼຸດ 35 ມມ. ຫູໃບຢູ່ລະຫວ່າງກ້ານໃບ, ເປັນກາບໂອບ, ເວລາລົ່ນປະຮອຍອ້ອມຮອບ. ດອກມີເພດແຍກ ພາຍໃນຕົ້ນດຽວ. ໝາກເປັນໝາກເນື້ອມີແກນ, ອອກສີແດງ ອົມສີສົ້ມເວລາສຸກ, ໝາກມີແຜ່ນກາບ ແລະ ຄໍເຕົ້າໄຂ່ເຫຼືອຢູ່.
ປະເພດພືດ : ໄມ້ຢືນຕົ້ນຂຽວຕະຫລອດປີ ສູງເຖິງ 30 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ບາງຄັ້ງມີປີກຮາກ, ເປືອກສີນ້ຳຕານອົມສີຂີ້ເຖົ່າ, ເປືອກກ້ຽງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບສະລັບກັນໃນແຜ່ນພຽງດຽວ, ໃບຮູບຂອບຂະໜານ ແກມຮູບສ້ວຍ, ປາຍໃບສ້ວຍແຫຼມ, ຖານໃບມົນ ຫາຮູບຫລີ້ມ, ບ້ຽວ ຫຼື ບໍ່ບ້ຽວ, ຂອບໃບລຽບ ຫຼືເປັນແຂ້ວເລ່ືອຍ . ຫູໃບ ຍາວ.
ຊໍ່ດອກ / ດອກ : ດອກ ມີຈຳນວນຫຼາຍ, ຈັດລຽງເປັນຊໍ່ດອກ, ດອກມີ ເພດດຽວ, ຢູ່ຕ່າງຕົ້ນ, ກ້ານດອກ ຍາວກ່ວາ 0.5 ເຊັນ.
ໝາກ : ໝາກຍາວເຖິງ 1.4 ຊມ, ໝາກແປ, ມີຄໍເຕົ້າໄຂ່ ທີ່ຄົງເຫຼືອໄວ້ 2 ອັນ.
ແກ່ນ : ແກ່ນ ມີ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເປັນພືດພົບທົ່ວໄປໃນປ່າເດີມ ແລະ ໃນດົງດິບເກີດໃໝ່ ຢູ່ເຂດຮາບພຽງ.

ເຂດແຜ່ກະຈາຍພັນ :

ພົບ​ຢູ່​ປະ​ເທດ ອິນໂດເນເຊັຍ ( ກາລີມັນຕັນ), ໄທ ​ແລະ ລາວ (ແຂວງ ບໍລິຄຳໄຊ ແລະ ຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເປັນປະເພດໄມ້ເນື້ອອ່ອນ ຫາ ເນື້ອແຂງລະດັບຕຳ່, ລຳຕົ້ນ ໃຊ້ໃນການກໍ່ສ້າງ.

ຕົວຢ່າງທີ່ໄດ້ສຶກສາ :
BT 144, BT 377, BT 707, BT 741, BT 744 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Soepadmo. 1977. Flora Malesiana I, 8: 74.

Top of the page