English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ຕົ້ນມີນ້ຳຢາງຄັນ, ສີຂາວ ຊຶ່ງປ່ຽນເປັນສີດຳຫຼັງຈາກໄຫຼອອກ ໃນໄລຍະເວລາສັ້ນໆ. ດອກມີເພດຮ່ວມ. ໝາກແມ່ນໝາກ ເນື້ອມີແກນ. |
ປະເພດພືດ : | ເປັນໄມ້ຢືນຕົ້ນ, ສູງເຖິງ 15 ແມັດ, ໃບຂຽວຕະຫຼອດປີ ແລະ ຢາງກໍ່ໃຫ້ເກີດຄັນຄາຍ. |
ລຳຕົ້ນ ແລະ ເປືອກ : | ລຳຕົ້ນຕັ້ງຊ່ື. ເປືອກໄມ້ເປັນເກັດໆ, ມີສີໝົ່ນແກມຂາວ, ສີອອກແດງ, ເປືອກນອກອອກສີແດງຊ້ຳ, ເປືອກໃນໃກິຄຽງສີແດງອ່ອນ. |
ງ່າ ແລະ ກິ່ງນ້ອຍ : | ງ່າ ແລະ ກິ່ງນ້ອຍ ມີຂົນບົ່ວທົ່ວໆ ໃນຂະນະທີ່ງ່າແກ່ກ້ຽງ ບໍ່ມີຂົນ. |
ທາດແຫຼວທີ່ລະບາຍອອກ : | ທາດແຫຼວທີ່ລະບາຍອອກໜຽວ, ເຮັດໃຫ້ຄັນຄາຍ ແລະປ່ຽນເປັນສີດຳຢ່າງໄວວາ.. |
ໃບ : | ໃບດ່ຽວ ຈັບສະຫຼັບ, ຂະໜາດ 6-15 x 2- 4.5 ຊມ, ຮູບສ້ວຍ ຫຼື ຮູບ ຂອບ ຂະໜານ, ປາຍໃບສ້ວຍແຫຼມ, ໂຄນໃບ ຮຽວແຫຼມຄືຫຼີ້ມ ແລະ ຮຽວແຫຼມ. ກ້ານໃບ ແປ, ກ້ຽງ ບໍ່ມີຂົນ. ຂອບໃບ ລຽບ, ເປັນຄື້ນໆ. ກ່າງກາງ ສວດຂຶ້ນ ຢູ່ດ້ານເທິງ ຂອງໃບ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ມີ 11-15 ຄູ່, ກ່າງຂັ້ນ ສາມ ຈັດເປັນຕານ່າງ ເຫັນທັງສອງດ້ານ. ບໍ່ມີຫູໃບ. |
ຊໍ່ດອກ / ດອກ : | ດອກ ຈັດເປັນຊໍ່ແຕກແໜງ ອອກຢູ່ປາຍ ຫຼື ຢູ່ຂ້າງກ່ິງ, ແມ່ນດອກມີເພດຮ່ວມ, ກ້ານດອກຍ່ອຍສັ້ນ, ໃບຊ້ອນຊໍ່ດອກ ແລະ ໃບຊ້ອນດອກ ລົ່ນໄວ. |
ໝາກ : | ໝາກ ແມ່ນໝາກມີແກນ, ຂະໜາດ 3 - 4 x 2 ຊມ, ຮູບກົມມົນ, ມີກ້ານສັ້ນ, ເວລາຍັງອ່ອນ ອອກສີເຫຼືອງ ແກມສີອອກຂຽວ ແລະ ໝາກກ້ຽງບໍ່ມີຂົນເວລາມັນສຸກ. |
ແກ່ນ : | ມີແກ່ນ 1 ເມັດ. |