Glyptostrobus pensilis (Staunt. ex D.Don) K. Koch - CUPRESSACEAE

ຊ່ືພື້ນຖານ : Thuja pensilis Staunt.

ຊ່ືພ້ອງ : Glyptostrobus heterophyllus (Brongn.) Endl.

ຊ່ືພື້ນເມືອງເປັນພາສາລາວ : ຮິ້ງທາມ Hing Tham

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໃນກຸ່ມຕົ້ນແປກ ຂະໜາດໃຫຍ່, ມັກມີຮາກພຶງ ແລະ ຮາກປອດ. ໃບມີສອງຮູບຊົງ, ຢູ່ນຳຕົ້ນອ່ອນ ແລະ ງ່າທີ່ຜັດປ່ຽນໃບ ໃບຄ້າຍຮູບ ເຂັມ, ຢູ່ນຳງ່າເກົ່າ ແລະ ງ່າຈະເລີນພັນ ໃບຄ້າຍເກັດ. ມີເພດ ແຍກພາຍໃນຕົ້ນດຽວ, ໂກນໝາກມີຂະໜາດນ້ອຍ. ແກ່ນ ມີປີກບາງໆ
ປະເພດພືດ : ໄມ້ຢືນຕົ້ນຂະໜາດໃຫຍ່, ເຄິ່ງປ່ຽນໃບ, ສ່ວນລຸ່ມຂອງລຳຕົ້ນ ມັກເປັນປຸ້ງ ຫຼື ມີ ປີກຮາກ(ຮາກພຶງ) ແລະ ຮາກປອດ, ສູງເຖິງ 25 ແມັດ, ເສັ້ນຜ່າກາງ ຢູ່ສູງລະດັບເອິກ 1 ແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຕັ້ງຊ່ື, ມີລຳດຽວ, ໂດຍປົກກະຕິເຮືອນຍອດເປັນຮູບຈວຍ (ສຳລັບຕົ້ນເກົ່າງ່າ ຊີ້ໄປທຸກທິດ ); ເປືອກບາງ, ຕົກລົ່ນອອກເປັນ ແຊກໆບໍ່ສະໝ່ຳສະເໝີ, ສີນ້ຳຕານ ຫຼື ສີອອກແດງ; ເປືອກໃນ ມີສີບົວອົມສີແດງ.
ງ່າ ແລະ ກິ່ງນ້ອຍ : ງ່າທີ່ເປັນຕົ້ນຕໍ ຍາວຮຽວ: ງ່າເທິງຕັ້ງຊັນຂຶ້ນ, ໃບເຕົ້າໂຮມກັນຢູ່ປາຍງ່າ; ງ່າທີ່ມີໃບ ຍາວ ແລະ ທົນນານ ຫຼື ວ່າສັ້ນແລະ ຕົກລົ່ນໄວ.
ທາດແຫຼວທີ່ລະບາຍອອກ : ການນຳໃຊ້ບໍ່ທັນເປັນທີ່ຮູ້ຈັກ.
ໃບ : ໃບ ມີ 2 ປະເພດ ຈັບສະຫຼັບ ຫຼື ກ້ຽວວຽນ. ໃບ ຄ້າຍເກັດ ຈັບຕາມກິ່ງງ່ານ້ອຍ ແລະ ຕາມແໜງທີ່ມີໂກນດອກ, ບໍ່ມີຈຸດເຊ່ືອມຕໍ່ກັບແຜ່ນໃບ ແລະ ເລື່ອນເຕັງກັນ, ມີສັນເຫັນຈະແຈ້ງຢູ່ຕາມດ້ານຫຼັງຂອງໃບ, ມີປ່ອງອາກາດຈັດກັນເປັນ ແຖວໆຢູ່ທັງສອງຂ້າງຂອງປ່ອງອາກາດ. ໃບຄ້າຍເຂັມ ຈັບຢູ່ຕາມຍອດໃໝ່ສັ້ນໆ ຊຶ່ງມີໃບປ່ຽນຕາມລະດູການ, ການຈັບແມ່ນແບບກ້ຽວວຽນ, ມີຮູບແຂບ ແລະ ບໍ່ມີຈຸດເຊ່ືອມຕໍ່ກັບແຜ່ນໃບ ຫຼື ເປັນຮູບກ່ຽວ ແລະ ປິ່ນອອກໄປຕາມທຸກທິດ.
ຊໍ່ດອກ / ດອກ : ດອກດອກມີເພດແຍກ ພາຍໃນຕົ້ນດຽວ; ໂກນດອກເພດແມ່ອອກດ່ຽວ, ຈັບຢູ່ປາຍ ຂອງງ່ານ້ອຍສັ້ນໆ; ໂກນດອກເພດຜູ້ ອອກດ່ຽວ ແລະ ຈັບຢູ່ປາຍ, ຍາວ 3 ຫາ 5 ມມ.
ໝາກ : ໂກນໝາກເປັນຮູບໝາກຂ່າງ ຫາ ຮູບໄຂ່ປີ້ນ, ມີເກັດໆ 20 ຫາ 25 ເກັດ , ຢູ່ຕາມແຄມຂອງເກັດເທິງ ແບ່ງເປັນແຊກໆຄ້າຍແຂ້ວ, ໂກນໝາກແກ່ມີສີນ້ຳຕານ .
ແກ່ນ : ແກ່ນເປັນຮູບຂອບຂະໜານ, ແປ, 5 ຫາ 7 ມມ, ມີປີກດຽວ ບາງໆ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເກີດຢູ່ບ່ອນຕ່ຳ ໃນເຂດຊຸ່ມ, ໃກ້ສາຍນ້ຳ; ຢູ່ຫວຽດນາມ ແລະ ລາວ ພົບຢູ່ລະດັບ 500 ເຖິງ 700 ມ; ຢູ່ຈີນ ພົບຢູ່ໃກ້ໆລະດັບນ້ຳທະເລ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດຈີນ, ພາກຕາວັນອອກສ່ຽງໃຕ້(ມີການປູກເປັນຕົ້ນຕໍ ), ຢູ່ຫວຽດນາມ (ພົບຢູ່ສອງຈຸດ) ແລະ ຢູ່ລາວ (ແຂວງຄຳມ່ວນ ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ສະກຸນນີ້ມີປະຫວັດການເປັນຊາກເສດພືດຍາວນານ (ປະມານ 65 ລ້ານປີ) ແລະ ເຄີຍເປັນອົງປະກອບໃນການເກີດເປັນຖ່ານຫີນຂອງປ່າດິນທາມໃນຫຼາຍບ່ອນຂອງຂວ້ນໂລກເໜືອ. ປະຈຸບັນ ມີພຽງຊະນິດດຽວ, ຢູ່ປະເທດຈີນ ອາດບໍ່ແມ່ນປະຊາກອນແບບທຳມະຊາດແລ້ວ; ຢູ່ຫວຽດນາມ ມີຈຳນວນຕຳ່ກວ່າ 250 ຕົ້ນ; ຢູ່ສປປ ລາວ ການແຈກຢາຍທັງໝົດກໍ່ບໍ່ເປັນທີ່ຮູ້ຈັກ, ຖືກຈັດຢູ່ໃນຈຳນວນຊະນິດທີ່ມີແນວໂນ້ມຈະສູນພັນຢ່າງແຮງໃນໂລກ. ການນຳໃຊ້: ຢູ່ປະເທດຈີນ ສຳລັບຕົ້ນທີ່ລົ້ມແບບທຳມະຊາດ ມີການນຳໃຊ້ເຮັດເຮືອ ແລະ ເຮັດຂົວເພາະເປັນໄມ້ທົນທານຕໍ່ນ້ຳ. ນອກນັ້ນ ຍັງມີການປູກຢູ່ຕາມແຄມຮ່ອງນ້ຳ ເພ່ືອຮັກສາຄວາມສົມດູນໃນບ່ອນນັ້ນ, ມີສ່ວນໃນຄວາມເຊ່ືອຖືດ້ານເຟັງຊຸ້ຍ, ເມ່ືອປູກແລ້ວ ຈະນຳໂຊກມາໃຫ້. ຢູ່ຫວຽດນາມ ມີການໃຊ້ປຸກສ້າງໃນທ້ອງຖິ່ນ ແລະ ນຳໃຊ້ໃນວຽກງານຫັດຖະກຳ. ສຳລັບຢູ່ລາວ ການນຳໃຊ້ ຍັງບໍ່ເປັນທີ່ຮູ້ຈັກ.

ຕົວຢ່າງທີ່ໄດ້ສຶກສາ :
BT 513, VL 1122 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier), Coffman 1, 2, 6, 7 (Herbarium of Royal Botanical Garden, Edingburgh, Scotland, UK).

ເອກກະສານອ້າງອີງ :
Nguyen Tien Hiep, Phan Ke Loc, Nguyen Duc To Luu, P.I. Thomas, A. Farjon, L. Averyanov & J. Regalado Jr. 2004. Vietnam Conifers: Conservation Status Review 2004. Fauna & Flora International, Vietnam Programme, Hanoi.
Nguyen Duc To Luu & P. Thomas. 2004. Cay La Kim Viet Nam (Conifers of Vietnam: an illustrated field guide). World Publishing House, Hanoi. 121 pp. (in Vietnamese and English).
Farjon A. 2005. A monograph of the Cupressaceae and Sciadopityaceae. Royal Botanic Gardens Kew, Richmond, UK.

Top of the page