Gmelina lecomtei Dop - VERBENACEAE

ຊ່ືພື້ນເມືອງເປັນພາສາລາວ : ໄມ້​ຊໍ່ May so

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບ, ເປືອກມີຮອຍແຕກລະອຽດ. ໃບດ່ຽວ, ຈັບພາບ, ຮູບໄຂ່ກວ້າງ, ດ້ານລຸ່ມສີຂຽວແກມສີນ້ຳເງິນ. ກ່າງຂັ້ນໜຶ່ງເປັນສາມເສັ້ນອອກຢູ່ໂຄນ. ກ້ານໃບຍາວ ມີຕ່ອມ 2 ເມັດອອກຢູ່ປາຍ. ຊໍ່ດອກອອກຢູ່ປາຍ, ດອກມີຫຼອດຂອງກີບດອກ ສີແດງຊ້ຳອົມສີມ່ວງແກມສີອອກບົວ, ສ່ວນໂຄນຂອງກີບດອກ ສີເຫຼືອງ. ແມ່ນໝາກເນື້ອມີແກນຫຼາຍເມັດ.
ປະເພດພືດ : ເປັນໄມ້ຢືນຕົ້ນ ຜັດປ່ຽນໃບ ສູງເຖິງ 12 ແມັດ, ເສັ້ນຜ່າກາງຂອງລຳຕົ້ນຍາວ ປະມານ 15 ຊັງຕີແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນມີຮອຍແຕກລະອຽດ. ເປືອກ ສີນ້ຳຕານອອກໝົ່ນ, ເປືອກນອກ ບາງ, ມີສີນ້ຳຕານ, ເປືອກໃນ ສີນ້ຳຕານແກມສີອອກດຳ, ມອກໄມ້ ມີສີຂາວ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າເປັນທໍ່ກົມ, ມີຂົນສີຂີ້ເຖົ່າ ແກມສີອອກເຫລືອງ, ແລ້ວກ້ຽງ ບໍ່ມີຂົນ, ເວລາແຫ້ງ ມີສີອອກນ້ຳຕານ, ມີຊ່ອງອາກາດ ຢ່າງຫຼວງຫຼາຍ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ
ໃບ : ໃບດ່ຽວ, ຈັບພາບກັນ, ແຜ່ນໃບຮູບໄຂ່ກ້ວາງ ເຖິງຮູບຮີ, ຂະຫນາດ 10-22 x 9-18 ຊມ., ປາຍໃບສ້ວຍແຫລມເປັນຕິ່ງ, ກົກໃບມົນ, ຂອບ ໃບລຽບ, ໃບອ່ອນສີນ້ຳຕານ, ແຜ່ນໃບໜຽວຄືແຜ່ນໜັງ, ດ້ານລຸ່ມອອກສີຂຽວແກມສີນ້ຳເງິນ, , ບໍລິເວນກົກໃບມີຕ່ອມຈຳນວນຫລາຍ. ກ່າງຂັ້ນໜຶ່ງອອກຢູ່ໂຄນໃບ. ກ່າງກາງ ຮາບພຽງ ຢູ່ດ້ານເທິງ ແລະ ຢູ່ດ້ານລຸ່ມເປັນຄູຊັດເຈນ, ກ່າງໃບ ຂັ້ນສອງສະຫຼຽງ ໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າຂັ້ນສາມອອກຕາມລວງນອນ. ກ້ານໃບຍາວ ປະມານ 6-7 ຊມ.
ຊໍ່ດອກ / ດອກ : ຊໍ່ດອກແຕກແຫນງ, ອອກຢູ່ປາຍ, ສີເຫລືອງ ມີຂົນປົກຄຸມ ຍາວເຖິງ 20 ຊມ, ໃບຊ້ອນດອກມີຮູບຄ້າຍຄືໃບ, ລົ່ນງ່າຍ, ດອກບໍ່ສະມ່ຳສະເມີ , ມີສີແດງອອກມ່ວງແກມສີບົວ, ແມ່ນດອກບໍ່ສະໝ່ຳສະເໝີ, ກ້ານ ດອກຍາວກວ່າ 0.5 ຊມ.
ໝາກ : ໝາເນື້ອມີແກນ, ອອກດ່ຽວ ຮູບກົມ ຫຼື ຮູບໄຂ່, ເສັ້ນຜ່າ ກາງປະມານ 3-4 ຊມ, ຜິວກ້ຽງ ບໍ່ມີຂົນ, ໝາກອ່ອນ ສີຂຽວ ຕໍ່ມາກາຍເປັນສີເຫລືອງ ມີຊ່ອງອາກາດ ຢູ່ເປັນບາງສ່ວນ.
ແກ່ນ : ມີເມັດຈຳນວນຫລາຍ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

.ພົບໃນປ່າດົງດິບ ລະດັບຄສວາມສູງແຕ່ 500 ເຖິງ 600 ແມັດ.

ເຂດແຜ່ກະຈາຍພັນ :

ພົບໃນປະເທດ ຫວຽດນາມ ແລະ ລາວ.

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ນຳໃຊ້ໃນການປູກສ້າງ ແລະ ເຮັດຟືນ.

ຕົວຢ່າງທີ່ໄດ້ສຶກສາ :
BT 501 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flore Générale de l’Indochine, Vol.4, Fasc. 6. Muséum National d'Histoire Naturelle, Laboratoire de Phanérogamie, Paris, France.

Top of the page