Harpullia arborea (Blanco) Radlk. - SAPINDACEAE

ຊ່ືພື້ນຖານ : Ptelea arborea Blanco

ຊ່ືພ້ອງ : Harpullia condorensis Pierre
Harpullia tomentosea Ridley

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຂຽວຕະຫຼອດປີ, ລຳຕົ້ນເປັນທໍ່ກົມ, ເປືອກກ້ຽງ, ກິ່ງງ່າບໍ່ມີຂົນ. ໃບປະສົມປາຍຄູ່, ໃບຍ່ອຍຈັບພາບ, 2-6 ຄູ່, ໂຄນໃບສະຫຼຽງ, ຂຸມແມງບໍ່ມີຂົນ. ດອກມີເພດແຍກຢູ່ຕ່າງຕົ້ນ, ອອກທາງຂ້າງ, ສີເຫຼືອງແກມສີອອກຂຽວ. ໝາກເປັນໝາກແຫ້ງ ໄຂໄດ້ແບບແຄບຊູນ, ບິ້ງໝາກແບ່ງເລິກ. ແກ່ນຈຳນວນ, ມີເຍື່ອຫຸ້ມສີສົ້ມ.
ປະເພດພືດ : ໄມ້ຢືນຕົ້ນ ຂຽວຕະຫລອດປີ ສູງເຖິງ 35 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ປັຸ້ງທີ່ໂຄນເລັກນ້ອຍ. ເປືອກສີນ້ຳຂີ້ເຖົ່າ, ກ້ຽງ ຫຼື ມີຊ່ອງອາກາດ ເລັກນ້ອຍ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບປະສົມ ແບບຂົນນົກ ປາຍຄູ່, ອອກສະຫລັບ ແລະ ກ້ຽວວຽນ, ບິ້ງໃບມີຮູບໄຂ່ ແຄບ ຫາຮູບສ້ວຍ , ປາຍໃບສ້ວຍແຫຼມ , ກົກໃບບ້ຽວ ມັກຈະມີ ຂຸມແມງ.​ ກ່າງ ກາງ ຮາບພຽງ ຢູ່ດ້ານເທິງ, ກ່າງໃບ ຂັ້ນສອງສະຫຼຽງ ໃຫ້ກ່າງກາງ, ຂະໜານ ກັນຫ່າງໆ, ກ່າງຂັ້ນສາມຈັດເປັນຕາໜ່າງ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກ ມີຈຳນວນຫຼາຍ, ຈັດລຽງເປັນຊໍ່ດອກ ຊຶ່ງອອກຢູ່ຂ້າງກິ່ງ, ບ່ອນທີ່ບໍ່ມີໃບ, ດອກມີ ເພດດຽວ, ກ້ານດອກ ຍາວເຖິງ 3 ມມ.
ໝາກ : ໝາກແຫ້ງໄຂໄດ້ແບບແຄບຊູນ ມີຂະໜາດເສັ້ນຜ່າກາງ ຍາວເຖິງ 6.5 ຊມ, ແບ່ງເປັນບິ້ງເລິກ.
ແກ່ນ : ແກ່ນ ມີ 2 ຫາ 4 ເມັດ, ມີ ເຍື່ອຫຸ້ມຢູ່ທີ່ໂຄນ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເປັນພືດພົບທົ່ວໄປໃນປ່າດົງດິບ ບ່ອນທີ່ມີລະດັບສູງນ້ຳທະເລບໍ່ຕຳ່ກວ່າ 1000 ມ.

ເຂດແຜ່ກະຈາຍພັນ :

ພົບ​ຢູ່​ປະ​ເທດ ອົສຕາລີ (ພາກເໜືອ ຂອງກວິນສະແລັນ), ມ່ຽນມ້າ, ອິນເດັຍ (ພາກເໜືອ ແລະ ພາກຕາວັນອອກ),​ ອິນໂດຈີນ, ​ມາເລເຊັຍ , ສີລັງກາ, ໄທ ​ແລະ ລາວ ( ຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໃຊ້ເປືອກສຳລັບກັນການກັດຈາກປີງ ແລະ ໃຊ້ເບື່ອປາ, ນ້ຳມັນຈາກເມັດໃຊ້ເປັນຢາບັນເທົາອາການປະດົງ.

ຕົວຢ່າງທີ່ໄດ້ສຶກສາ :
BT 774, BT 782 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page