Ixonanthes reticulata Jack - IXONANTHACEAE

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນ​ຂີ້ກາກ Ton khikark

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ລຳຕົ້ນຊື່ ມີປີກຮາກສູງ, ເປືອກລຳຕົ້ນມີຕູດ, ເນື້ອໄມ້ມີ ສີອອກແດງ. ໃບສີຂຽວອ່ອນ, ກ້ານໃບເຊື່ອມເປັນແຜ່ນດຽວ ກັບແຜ່ນໃບ, ໜ້າໃບເຫຼື້ມ, ກ່າງໃບຂັ້ນສອງແຕກແໜງ ເຫັນຊັດ ຢູ່ສ່ວນໃກ້ໆແຄມໃບ.
ປະເພດພືດ : ເປັນໄມ້ຢືນຕົ້ນ ສູງເຖິງ 40 ແມັດ, ເສັ້ນຜ່າໃຈກາງ 80 ຊມ, ມີພືງຮາກໃຫຍ່ ແລະ ສູງເຖິງ 5 ແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນມັກປຸ້ງຢູ່ໂຄນ. ເປືອກມີຮອຍແຕກຕື້ນໆ ແລະ ມີຕູດ, ເປືອກມີສີອອກຂາວ ຫຼືສີອອກຂາວແກມສີຂີ້ເທົ່າ, ເປືອກໃນສີອອກແດງ.
ງ່າ ແລະ ກິ່ງນ້ອຍ : ກິ່ງນ້ອຍເປັນຮູບທໍ່ກົມ, ລຽບ ຫຼືມີຮອຍຮ່ຽວ ຊາມື, ບໍ່ມີຂົນ, ເວລາແຫ້ງ ໃບມີສີນ້ຳຕານອອກດຳ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ ຈັບສະຫຼັບແລະ ວຽນກັນຂື້ນ, ຂະໜາດ 6-9 x 2,5-4,5 ຊມ, ເວລາໃບແຫ້ງ ເປັນສີນ້ຳຕານແກມເຫຼືອງ ຫາສີນ້ຳຕານແກມສີໂຊໂກເລດ, ໃບເປັນ, ຮູບຮີ ຫຼືຮູບໄຂ່, ປາຍໃບບໍ່ແຫຼມ, ໂຄນໃບມົນ ຫຼືແຫຼມ, ຂອບໃບລຽບ, ແຜ່ນໃບເປັນຄືແຜ່ນໜັງ, ກ້ຽງ, ດ້ານເທິງຂອງໃບເຫຼື້ອມ, ກ້ານໃບເຊື່ອມຕິດເປັນແຜ່ນດຽວກັບແຜ່ນໃບ. ເສັ້ນກ່າງກາງເປັນຣ່ອງຕາມລວງຍາວ ຢູ່ດ້ານເທີງຂອງໃບ, ເສັ້ນກ່າງຂັ້ນໜຶ່ງເປັນເສັ້ນດ່ຽວ, ເສັ້ນກ່າງຂັ້ນສອງ ສະຫຼຽງໃຫ້ເສັ້ນກ່າງກາງ, ຂະໜານກັນຫ່າງໆ ແລະ ແຕກແງ່ມ ຢູ່ບໍລິເວນ ຂອບໃບ. ກ່າງໃບຂັ້ນສາມເປັນຕານ່າງລະອຽດ. ກ້ານໃບ ໄຄ່ເລັກນ້ອຍຢູ່ທີ່ໂຄນ.
ຊໍ່ດອກ / ດອກ : ດອກ ມີສອງເພດ, ຈັດກັນຊໍ່ກະຈຸກ, ຈັບຢູ່ປາຍຍອດ ແລະ ອອກດ້ານຂ້າງ. ກ້ານດອກຍາວກວ່າ 0.5 ຊມ.
ໝາກ : ໝາກແມ່ນໝາກແຫ້ງແຕກເອງໄດ້ແບບແຄບຊູນ, ຍາວ 3-4 ຊມ, ແຕກເປັນ 10 ຫ້ອງ, ໝາກແຂງ.
ແກ່ນ : ແກ່ນຍາວ 1,5 ຊມ, ມີປີກ ແລະ ສັນ ຕາມລວງຍາວ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າດົງດິບ ຕັ້ງແຕ່ລະດັບຄວາມສູງ 50 gເຖິງ 1300 ແມັດ. ດອກອອກ ແຕ່ເດືອນເມສາເຖິງເດືອນ ພຶດສະພາ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດມ່ຽນມ້າ, ຈີນ ( ພາກໃຕ້), ອິນເດັຍ, ອິນໂດເນເຊັຍ, ນິວກີເນຍ, ຟິລິບປິ່ນ, ໄທ ( ເຂດແຫຼມ ), ຫວຽດນາມ ແລະ ລາວ( ແຂວງຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ລຳຕົ້ນມີຂະໜາດນ້ອຍ ບາງເທື່ອໃຊ້ສຳຫຼັບກໍ່ສ້າງ.

ຕົວຢ່າງທີ່ໄດ້ສຶກສາ :
BT 171 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Tree Flora of Malaya. 1983. A manual for Foresters, Vol. 1. Forest Department, West Malaysia. Multiprint Services.
Kai Larsen. 1997. Flora of Thailand, Vol. 6, part 3.The Forest Herbarium, Royal Forest Department, Bangkok, Thailand.

Top of the page