Keteleeria evelyniana Mast. - PINACEAE

ຊ່ືພ້ອງ : Keteleeria roulettii Flous

ຊ່ືພື້ນເມືອງເປັນພາສາລາວ : ຮິ້ງ Hing

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນໃນພວກແປກ ໃບຂຽວຕະຫຼອດປີ, ເປືອກເປັນເກັດໆ. ນ້ຳຢາງເປັນທາດນ້ຳມັນ, ສີແດງແກມສີສົ້ມ, ມີກິ່ນຫອມ. ໃບຮູບ ແຂບ ແຜ່ແຈກອອກໃນແຜ່ນພຽງດຽວ. ໂກນແມ່ຍາວ, ຕັ້ງຂຶ້ນ. ແກ່ນມີປີກ.
ປະເພດພືດ : ເປັນຕົ້ນໄມ້ໃຫຍ່ ຂຽວຕະລອດປີ ຂອງພືດແກ່ນເປືອຍ ສູງເຖິງ 30 ແມັດ, ເສັ້ນຜ່ານສູນກາງຂອງລຳຕົ້ນລະດັບເອິກ ປະມານ 1.50 ແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນປະກອບດ້ວຍເກັດສີນ້ຳຕານ ແກມສີຂີ້ເຖົ່າ, ເວລາຍັງອ່ອນເກັດລຽບ ບາດເວລາແກ່ເກັດຈະເຫັນຄະລຸຄະລັກກວ່າ, ເປືອກນອກບາງ ປະມານ 1 ຊມ. ສີນ້ຳຕານ, ເປືອກໃນສີແດງແກມສີສົ້ມ ຫນາປະມານ 1 ຊມ. ມອກໄມ້ສີເຫລືອງຈາງ. ຕົ້ນອ່ອນມີເປືອກເປັນເກັດບາງ, ຢູ່ຕົ້ນແກ່ມັນຫຶກ, ເປັນເກັດ ຫຼື ແຕກເຫີບ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າບໍ່ສະມ່ຳສະເມີ, ກິ່ງງ່າອ່ອນສີນ້ຳຕານແກມສີເຫລືອງ, ກ່ິງງ່າແກ່ເຕັມໄປດ້ວຍໂກນຫມາກ ຊ່ຶງຢູ່ຕັ້ງຕົງ .
ທາດແຫຼວທີ່ລະບາຍອອກ : ນ້ຳຢາງ ບັນຈຸທາດນ້ຳມັນ, ມີສີສົ້ມແກມສີອອກແດງ.
ໃບ : ໃບຮູບເຂັມ ຈັບກ້ຽວວຽນອອ້ມເສັ້ນແກນ ແລະ ຢູ່ປາຍຂອງງ່ານ້ອຍ, ໃບເຂັມປິ່ນໄປເບື້ອງຍອດອ່ອນຢູ່ປາຍຕົ້ນ, ໃບແປ ຫລືແບນ ຈັດເປັນສອງແຖວ, ແຜ່ນໃບຮູບແຂບ ຫລື ຮູບຄ້າຍຮູບກ່ຽວ, ປະມານ 3-7 x 0.2-0.5 ຊມ. , ຂອບລຽບ, ປາຍສ້ວຍແຫລມ, ກົກໃບສ້ວຍແຫລມ. ໃບອ່ອນມີສີຂຽວຈາງໆ, ຜິວກ້ຽງ ບໍ່ມີຂົນ. ດ້ານລຸ່ມ ມີຈຸລັງປ່ອງອາກາດ ຈັດເປັນສອງແຖວເບິ່ງເຫັນດ້ວຍແກ້ວຂະຫຍາຍ.
ຊໍ່ດອກ / ດອກ : ໂກນດອກແມ່ຕັ້ງຊື່ຕົງ ເປັນທໍ່ກົມ, ອອກຢູ່ປາຍຍອດ ຂອງກິ່ງ ຢູ່ປາຍໆຂອງຕົ້ນ, ຍາວປະມານ 9-20 ຊມ, ເສັ້ນຜ່ານສູນກາງ ປະມານ 4-7 ຊມ, ໂກນດອກຜູ້ເກີດເປັນຈຸ້ມ ຢູ່ບໍລິເວນປາຍຍອດ ຫລື ອອກຢູ່ງ່າຂ້າງ.
ໝາກ : ໂກນໝາກອ່ອນ ມີສີຂຽວ ເວລາຍັງອ່ອນ ແລະ ເວລາແກ່ມີສີນ້ຳຕານຫາສີດຳ.
ແກ່ນ : ເມັດຢູ່ຂ້າງໃນໂກນໝາກ, ມີ ສີນ້ຳຕານ, ມີປີກ ຍາວປະມານ 6 ມມ, ເມື່ອຍ່ອງເມັດ ຈະມີຢາງທີ່ບັນຈຸທາດນ້ຳມັນ ໄຫຼອອກ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບເຫັນເປັນຕົ້ນທີ່ສູງລ່ືນໝູ່ ພ້ອມມີເຮືອນຍອດກວ້າງ, ພົບຕາມສັນພູ ໃນປ່າດົງດິບຕຶບ ລະດັບຄວາມສູງ ແຕ່500 ຫາ 900 ມ.. ມັກຢູ່ເປັນກຸ່ມນ້ອຍໆ 3 ຫາ 5 ຕົ້ນ. ນອກນັ້ນ ຍັງພົບໃນປ່າແປກໃນເຂດພາກກາງ ແລະ ພາກເໜືອຂອງລາວ, ໃນບ່ອນນີ້ ລະດັບຄວາມສູງອາດຈະແມ່ນ ເຖິງ 1200 ມ.

ເຂດແຜ່ກະຈາຍພັນ :

ພົບໃນປະເທດຈີນ, ຫວຽດນາມ ແລະ ລາວ (ແຂວງບໍລິຄຳໄຊ, ຈຳປາສັກ, ຫົວພັນ,ຄຳມ່ວນ, ສາລະວັນ ແລະ ຊຽງຂວາງ) .

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ມີການເກັບກູ້ເອົານ້ຳມັນຂາຍເປັນສິນຄ້າ, ໄມ້ນຳໃຊ້ໃນການປູກສ້າງ ແລະ ເຮັດຟືນ.

ຕົວຢ່າງທີ່ໄດ້ສຶກສາ :
BT 136 and BT 327 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Dung, Vu Van. 1996. Vietnam Forest Trees. Agriculture Publishing House, Hanoi, Vietnam.
Lehmann L., M. Greijmans and D. Shenman. 2003. Forests and trees of the central highlands of Xieng Khouang Lao PDR, A field guide. Lao Tree Seed Project, Vientiane, Laos.
Nguyen Tien Hiep, Pan Ke Loc, Nguyen Duc To Luu, P.I. Thomas, A. Farjon, L. Averyanov & J. Regalado Jr. 2004. Vietnam Conifers: Conservation Status Review 2004. Fauna & Flora International, Vietnam Programme, Hanoi.

Top of the page