Knema globularia (Lam.) Warb. - MYRISTICACEAE

ຊ່ືພື້ນຖານ : Myristica globularia Lam.

ຊ່ືພ້ອງ : Knema corticosa Lour.

ຊ່ືພື້ນເມືອງເປັນພາສາລາວ : ຖ່ອມເລືອດ Thome leuat

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນໃບຂຽວຕະຫຼອດປີ, ເປືອກກ້ຽງ ບາງເທ່ືອມີຮອຍແຕກ, ກິ່ງງ່າມີຂົນ, ທາດແຫຼວທີ່ລະບາຍອອກມີສີແດງ. ໃບດ່ຽວຈັບ ສະຫຼັບ ພາຍໃນແຜ່ນພຽງດຽວ, ຢູ່ດ້ານລຸ່ມ ມີຂົນຮູບດາວ. ດອກ ມີເພດແຍກຕ່າງຕົ້ນ. ໝາກຄ້າຍໝາກແຫ້ງໄຂໄດ້ແບບແຄບຊູນ, ແກ່ນມີນວນຫຸ້ມ.
ປະເພດພືດ : ໄມ້ຢືນຕົ້ນ ຂຽວຕະຫລອດປີ ສູງເຖິງ 20 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່. ເປືອກສີ ນ້ຳຕານ ແຂັ້ມແກມສີຂີ້ເຖົ່າ, ເປືອກກ້ຽງ, ຫາຍາກທີ່ມີຮອຍແຕກ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງ ບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ໄຫຼອອກມີສີແດງ.
ໃບ : ໃບດ່ຽວ , ຈັບສະລັບກັນ ໃນແຜ່ນພຽງດຽວ, ແຜ່ນໃບຮູບຂອບຂະໜານ ຫາຮູບໃບຫອກ , ປາຍໃບສ້ວຍແຫຼມເປັນຕິ່ງ, ຖານໃບມົນ, ຂອບໃບລຽບ, ມີຂົນຮູບດາວ ຈັບຢູ່ດ້ານລຸ່ມ . ບໍ່ມີຫູໃບ .
ຊໍ່ດອກ / ດອກ : ດອກ ມີຈຳນວນບໍ່ຫຼາຍປານໃດ, ຈັດລຽງເປັນຊໍ່ດອກ ຊຶ່ງອອກຢູ່ຂ້າງ, ຕາມກິ່ງກ້ານອອ່ນ, ດອກມີເພດດຽວ, ຕ່າງຕົ້ນ, ກ້ານດອກ ຍາວເຖິງ 3 ມມ.
ໝາກ : ໝາກມີຂະໜາດເສັ້ນຜ່າກາງເຖິງ 1.5 ຊມ, ເປືອກເປັນຄືແຜ່ນໜັງ, ແຕກອອກເປັນສອງສ່ວນເມື່ອສຸກແລ້ວ.
ແກ່ນ : ແກ່ນ ມີ 1 ເມັດ ມີ ເຍື່ອຫຸ້ມ ຊຶ່ງແບ່ງເປັນສ່ວນຢູ່ປາຍ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບແບບກະແຈກ ກະຈາຍ ໃນປ່າດົງດິບ ບ່ອນສູງເຖິງ 800 ມ.

ເຂດແຜ່ກະຈາຍພັນ :

ພົບ​ຢູ່​ປະ​ເທດ ມ່ຽນມ້າ (ພາກໃຕ້), ກຳພູຊາ, ຈີນ( ພາກໃຕ້), ອິນໂດເນເຊັຍ (ຊູມາຕຼາ, ຊາວາຕາພາກ ວັນຕົກ), ມາເລເຊັຍ ( ແຫຼມມາເລ), ໄທ, ຫວຽດນາມ ແລະ ລາວ (ອັດຕະປື, ຄຳມ່ວນ, ຈຳປາສັກ, ສະຫວັນນາເຂດ, ວຽງຈັນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ການນຳໃຊ້ ຍັງບໍ່ເປັນທີ່ຮູ້ຈັກ.

ຕົວຢ່າງທີ່ໄດ້ສຶກສາ :
BT 182, BT 748 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.
Hoang Van Sam, Khamseng Nanthavong & P.J.A. Keßler. 2004. Trees of Laos and Vietnam. Blumea 49: 201--349.

Top of the page