Litsea cubeba Pers. - LAURACEAE

ຊ່ືພື້ນຖານ : Laurus cubeba Lour.

ຊ່ືພ້ອງ : Litsea citrina Blume

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນໝີ່ Ton Mee

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບ ຫຼື ໃບຂຽວຕະຫຼອດປີ, ເມ່ືອຍ່ອງທຸກໆພາກ ສ່ວນ ມີກິ່ນຫອມຫົວສີໄຄ. ໃບສີຂຽວ ແກມສີນ້ຳເງິນຢູ່ດ້ານລຸ່ມ. ບໍ່ມີຫູໃບ. ດອກມີເພດ ແຍກຕ່າງຕົ້ນ, ອອກເປັນຈຸ້ມດອກແບບ ຄັນຮົ່ມ ອອກທາງຂ້າງ. ໝາກເນື້ອມີແກນ, ມີສີດຳເວລາສຸກ.
ປະເພດພືດ : ໄມ້ຢືນຕົ້ນ ຜັດປ່ຽນໃບ ຫລື ເຄິ່ງຂຽວຕະຫລອດປີ ສູງເຖິງ 12 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກສີຂີ້ເຖົ່າ, ກ້ຽງ, ມີຊ່ອງອາກາດ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງ ບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບສະລັບ ແລະ ກ້ຽວວຽນ, ກ້ຽງ ບໍ່ມີຂົນ, ພື້ນໃບອອກສີຂຽວແກມນ້ຳເງິນ, ແຜ່ນໃບ ຮູບໄຂ່ແຄບ ຫາຮູບໃບຫອກ, ປາຍໃບແຫຼມເປັຍນຕິ່ງ, ຖານໃບແຫຼມ, ຂອບໃບລຽບ. ກ່າງກາງເປັນເສັ້ນດ່ຽວ, ກ່າງຂັ້ນສອງ ສະຫຼຽງມຸມເຫວີ ໃຫ້ກ່າງກາງ, ກ່າງຂັ້ນສາມຈັດເປັນຕາໜ່າງ. ​ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກສີຄີມ, ມີເພດແຍກຕ່າງຕົ້ນ, ຈຳນວນ 4 ຫາ 6 ດອກ ຈັດລຽງ ເປັນຊໍ່ດອກແບບຄັນຮົ່ມ, ຊໍ່ເປັນຮູບປຸ້ມດອກ, ອອກທາງຂ້າງກິ່ງ, ປົກ ກະຕິ ຕົ້ນອອກດອກໃນເວລາໃບລົ່ນ, ດອກມີເພດ ຮ່ວມ, ກ້ານດອກ ຍາວເຖິງ 3 ມມ.
ໝາກ : ແມ່ນໝາກເນື້ອມີແກ່ນ, ໝາກມີຂະໜາດຍາວເຖິງ 0.7 ຊມ, ອອກສີດຳເວລາແກ່.
ແກ່ນ : ແກ່ນ ມີ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເປັນພືດພົບທົ່ວໄປໃນປ່າໂຄກ.

ເຂດແຜ່ກະຈາຍພັນ :

ພົບ​ຢູ່​ປະ​ເທດ ມ່ຽນມ້າ, ກຳພູຊາ, ຈີນ, ອິນເດັຍ (ພາກຕາວັນ ອອກສ່ຽງເໜືອ), ອິນໂດເນເຊັຍ (ຊູມາຕຼາ), ເນປານ, ໄທ, ຫວຽດນາມ ​ແລະ ລາວ (ຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ນ້ຳມັນລະເຫີຍຈາກໃບແລະ ໝ າກໃ ຊ້ຢູ່ໃນອຸດສະຫະກຳ ແແລະ ກ ານຢາ.

ຕົວຢ່າງທີ່ໄດ້ສຶກສາ :
BT 209, BT 831, BT 864 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page