Lithocarpus grandifolius (D.Don) S.N.Biswas - FAGACEAE

ຊ່ືພື້ນຖານ : Quercus grandifolia D.Don

ຊ່ືພ້ອງ : Lithocarpus spicatus (Smith) Rehder & E.H. Wilson
Quercus squamata Roxburgh.

ຊ່ືພື້ນເມືອງເປັນພາສາລາວ : ກໍ່​ແໜ່​ງ Ko neng

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບ ຫຼື ໃບຂຽວຕະຫຼອດປີ, ເປືອກມີຮອຍແຕກ ເລັກນ້ອຍ. ດອກມີເພດແຍກພາຍໃນຕົ້ນດຽວ, ດອກຜູ້ຈັດເປັນ ຊໍ່ຢ່ອນຄ້າຍຮວງ, ດອກແມ່ບໍ່ມີກ້ານ ຈັດລຽງກັນເປັນຮວງດົກໜາ ດົກໜາ,ອອກທາງຂ້າງ ຫຼື ຢູ່ຕາມກິ່ງເກືອບປາຍໆ. ໝາກເປັນ ໝາກແຫ້ງເປືອກແຂງເມັດດຽວ (ໝາກກໍ່), ຜົ້ງໝາກຫຸ້ມເອົາ 1/3 ຫາ 2/3 ຂອງໝາກ, ໝາກແປລົງຢູ່ປາຍ.
ປະເພດພືດ : ເປັນໄມ້ຢືນຕົ້ນສູງ 10 ຫາ 15 ແມັດ. ງ່າຕັ້ງຊັນຂຶ້ນທຽບໃສ່ລຳຕົ້ນ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຕັ້ງຊື່. ເປືອກມີຮອຍແຕກ, ມີຊ່ອງອາກາດ, ອອກສີນ້ຳຕານ, ເປືອກໃນສີນ້ຳຕານ, ເນື້ອໄມ້ມີສີອອກຂາວ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່ານ້ອຍເປັນຮູບທໍ່ກົມ, ມີຮອຍແຕກຕື້ນໆ ແລະ ມີຊ່ອງອາກາດ, ມີສີນ້ຳຕານອ່ອນໆ, ກ້ຽງ.
ທາດແຫຼວທີ່ລະບາຍອອກ : .ບໍ່ມີທາດແຫຼວທີລະບາຍອອກມາ.
ໃບ : ໃບດ່ຽວຮຽງສະຫຼັບ ແລະ ຈັບວຽນຂື້ນ, ຂະໜາດ 7-15 x 2-4 ຊມ, ຣູບໃບຫອກ ຫຼື ຮູບຂອບຂະໜານແກມຮູບສ້ວຍ, ປາຍໃບແຫຼມເປັນຕິ່ງ, ກົກໃບສ້ວຍແຫຼມ, ຫາບ້ຽວໜ້ອຍໜຶ່ງ, ຂອບໃບລຽບ, ໃບເປັນແຜ່ນຄືກັບແຜ່ນໜັງ ຫາ ແຜ່ນເຈັ້ຍ, ໜ້າໃບ ແລະ ພື້ນໃບກ້ຽງ, ເວລາຍັງອອ່ນໃບມີສີອອກແດງ. ເສັ້ນກ່າງກາງ ຮາບພຽງຢູ່ດ້ານເທິງຂອງໃບ, ກ່າງຂັ້ນໜ່ຶງເປັນເສັ້ນດ່ຽວ, ເສັ້ນກ່າງຂັ້ນສອງ ສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ເສັ້ນກ່າງຂັ້ນສາມຈັດສະຫຼຽງ. ກ້ານໃບກ້ຽງ. ມີຫູໃບ ແຕ່ຕົກຫຼົ່ນໄວ.
ຊໍ່ດອກ / ດອກ : ດອກມີເພດແຍກ, ອອກທາງຂ້າງ, ຂະໜາດນ້ອຍ, ສີຂຽວອອກເຫຼືອງ ຈັດເປັນຊໍ່ດອກຫ້ອຍຢ່ອນລົງ ຫ່າງໆ, ກ້ານກາງຊໍ່ດອກມີຂົນອອ່ນສັ້ນ. ກ້ານດອກຍ່ອຍສັ້ນກວ່າ 0.50 ຊມ.
ໝາກ : ໝາກເປັນໝາກແຫ້ງເປືອກແຂງ ເມັດດຽວ, ຜົ້ງໝາກ ກວມເອົາ 1/3 ເຖິງ 2/3 ຂອງໝາກ, ສ່ວນໂຄນຂອງ ໝາກແຂງ, ໝາກຮູບກົມ, ແປລົງຢູ່ປາຍ, ຂະໜາດ ໝາກ 1.5-2.2 x 2-2.6 ຊມ.
ແກ່ນ : ແກ່ນເປັນຮູບກົມ ແປລົງດ້ານເທິງ ແລະ ລູ່ມ, ຂະໜາດ 1.5-2.2 x 2-2.6 ຊມ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບຕາມປ່າດົງດິບ, ຢູ່ຕາມບ່ອນທີ່ເຫຼືອຈາກປ່າສົນ ຕັ້ງແຕ່ລະດັບຄວາມສູງ 500 ເຖິງ 1900 ແມັດ. ລະດູອອກດອກແຕ່ເດືອນ ເມສາເຖີງເດືອນ ພຶດສະພາ, ລະດູອອກໝາກແຕ່ເດືອນ ສິງຫາເຖີງເດືອນ ກັນຍາ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດບູຖານ, ມ່ຽນມ້າ (ພາກຕາວັນອອກສ່ຽງເໜືອ) , ປະເທດຈີນ(ພາກໃຕ້ ແລະ ພາກຕະວັນຕົກສ່ຽງໃຕ້ຂອງຢຸນນານ, ອິນເດັຍ(ພາກຕະວັນອອກສ່ຽງເໜືອ) , ເຂດຊິກຂິມ, ໄທ(ພາກເໜືອ) ແລະ ລາວ(ພາກກາງ, ແຂວງຄຳມ່ວນ ແລະ ບັນດາແຂວງພາກເໜືອ)

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ສາມາດໃຊ້ເປັນໄມ້ຖອນ ແຕ່ຍັງບໍ່ທັນມີລາຍງານ.

ຕົວຢ່າງທີ່ໄດ້ສຶກສາ :
BT 214, BT 280 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Huang Chengjiu, Zhang Yongtian & Bruce Bartholomew, 1999. Flora of China, Vol. 4. Missouri Botanical Garden Press ( St.Louis).

Top of the page