English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
| ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ເປືອກມີຮອຍແຕກເລັກນ້ອຍ, ເສັ້ນເປືອກໄຍຢັ່ງເຂົ້າໃນຊັ້ນໄມ້. ດອກມີເພດແຍກພາຍໃນຕົ້ນດຽວ, ດອກຜູ້ຈັດເປັນ ຊໍ່ຢ່ອນຄ້າຍຮວງ, ດອກແມ່ບໍ່ມີກ້ານ ຈັດລຽງກັນເປັນຮວງ ດົກໜາ, ອອກທາງຂ້າງ. ໝາກເປັນ ໝາກແຫ້ງເປືອກແຂງ ເມັດດຽວ, ຝັງລົງໃນຜົ້ງໝາກຊຶ່ງກວມເອົາ 1/2 ຂອງໝາກ ເວລາແກ່, ໜັງລຽບ. |
| ປະເພດພືດ : | ໄມ້ຢືນຕົ້ນ ໃບຂຽວຕະຫລອດປີ ສູງເຖິງ 20 ມ., ມີເສັ້ນລັດສະໝີ 50 ຊມ.ງ່າ ຕັ້ງຊັນຂື້ນ ທຽບໃສ່ລຳຕົ້ນ. |
| ລຳຕົ້ນ ແລະ ເປືອກ : | ລຳຕົ້ນຊື່. ເປືອກລຽບ, ມີຮອຍແຕກເຫີບລະອຽດ, ສີ ຂາວ ຫລື ສີໝົ່ນແກມສີອອກຂາວ, ເປືອກນອກບາງ, ເປືອກໃນສີແດງ ເປັນເສັ້ນໃຍ. |
| ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າເປັນຮູບທໍ່ກົມ, ມີ ຊ່ອງອາກາດ ໜາແໜ້ນ, ກ້ຽງ ບໍ່ມີຂົນ ເມືອ່ແກ່ແລ້ວ, ແຕ່ຕອນຍັງອອ່ນ ປົກຄຸມດ້ວຍຂົນສີອອກເຫລືອງ. |
| ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ. |
| ໃບ : | ໃບດ່ຽວ, ອອກສະຫລັບ ແລະ ກ້ຽວວຽນ, ຂະໜາດ 10-17 X 5.5 -9 ຊມ., ແຜ່ນໃບແຂງຄືແຜ່ນໜັງ, ຮູບຂອບຂະໜານ ຫລື ຮູບໄຂ່ແກມຮູບສ້ວຍ ຫາຮູບໄຂ່ປີ້ນ, ປາຍໃບ ສ້ວຍມຸມເຫວີ, ກົກໃບຮຽວແຫລມ, ຂອບໃບລຽບ. ແຜ່ນໃບ ກ້ຽງ ບໍ່ມີຂົນຢູ່ທັງສອງດ້ານ. ກ່າງກາງ ຮາບພຽງຢູ່ດ້ານເທິງ, ກ່າງຂັ້ນໜຶ່ງ ເປັນ ກ່າງເສັ້ນດຽວ, ກ່າງຂັ້ນສອງ ສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງ ຂັ້ນສາມ ສະຫຼຽງ. ກ້ານໃບຍາວ, ເມື່ອຍັງອອ່ນ ມີຂົນສັ້ນໆປົກຄຸມ, ເມື່ອ ແກ່ ແລ້ວ ມີສີອອກດຳ. |
| ຊໍ່ດອກ / ດອກ : | ດອກມີເພດແຍກພາຍໃນຕົ້ນດຽວ, ດອກຜູ້ ຈັດເປັນຊໍ່ຢ່ອນຄ້າຍຊໍ່ດອກ ບໍ່ມີກ້ານ, ດອກແມ່ບໍ່ມີກ້ານ, ຈັດກັນເປັນຊໍ່ດອກ ບໍ່ມີກ້ານ ອອກທາງຂ້າງ. |
| ໝາກ : | ໝາກແຫ້ງເປືອກແຂງ ເມັດດຽວ, ເຊືອ່ມໂຮມກັນ 3 - 5 ໝາກ ຊຶ່ງຜົ້ງໝາກກວມເອົາ 3/4, ຜົ້ງໝາກຫຸ້ມເອົາເກືອບທັງໝົດ ໝາກ ເວລາຍັງອ່ອນ ແຕ່ເວລາແກ່ແລ້ວ ມັນກວມເອົາເຄິ່ງໜຶ່ງເທົ່ານັ້ນ, ຂະໜາດ 3.2 - 3.4 X 3.0 - 3.2 ຊມ. , ຮູບຄ້າຍຮູບໄຂ່ ຫລື ຮູບຄ້າຍຮູບໄຂ່ປີ້ນ, ບາງຄັ້ງ ກໍ່ເປັນຮູບສາມລ່ຽມ, ໝາກກ້ຽງ ບໍ່ມີຂົນ. |
| ແກ່ນ : | ແກ່ນ ມີ 1 ເມັດ. |