Macaranga denticulata (Blume) Müll.Arg. - EUPHORBIACEAE

ຊ່ືພື້ນຖານ : Mappa denticulata Blume

ຊ່ືພ້ອງ : Macaranga henricorum Hemsley

ຊ່ືພື້ນເມືອງເປັນພາສາລາວ : ຕອງໂຄບ Tong khop

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນໃບຂຽວຕະຫຼອດປີ, ລຳຕົ້ນມີຮອຍຈັບຂອງໃບເປັນ ຮູບກາບຫອຍ. ທາດແຫຼວລະບາຍອອກເປັນນ້ຳໄສ ຕໍ່ມາຄ້າຍ ຢາງ, ສີແດງແກມສີອອກບົວ. ກິ່ງງ່າເປັນລ່ຽມ. ໃບດ້ານລຸ່ມສີຂຽວ ແກມສີນ້ຳເງິນ, ກ້ານໃບຈັບຢູ່ກາງແຜ່ນໃບ, ຂອບໃບບໍ່ມີຕ່ອມ. ດອກມີເພດແຍກຕ່າງຕົ້ນ. ໝາກແຫ້ງໄຂໄດ້ແບບແຄບຊູນ, ແກ່ນສີດຳ ມີນວນສີສົ້ມຫຸ້ມ.
ປະເພດພືດ : ໄມ້ຢືນຕົ້ນ ຂຽວຕະຫລອດປີ ສູງເຖິງ 18 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ລຳຕົ້ນ ມັກສ້ວຍປາຍ. ເປືອກ ສີຂີ້ເຖົ່າ ຈືດໆ, ເປືອກກ້ຽງ, ມີສັນ ເປັນຮູບຕົວ U ແລະ ຮອຍຈັບຂອງໃບເປັນຮູບກາບຫອຍ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າເປັນລ່ຽມ ແລະ ສັນ, ກ້ຽງບໍ່ມີຂົນ ຫຼື ມີຂົນສັ້ນໆປົກຫຸ້ມ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ໄຫຼອອກເປັນນ້ຳ ຕໍ່ມາຄ້າຍຢາງ, ສີແດງ ແກມສີອອກບົວ.
ໃບ : ໃບດ່ຽວ, ຈັບສະລັບ ແລະ ກ້ຽວວຽນ, ມີຂົນສີນ້ຳຕານແກມແດງ ດົກໜາ ຢູ່ດ້ານ ລຸ່ມໃບ, ຕໍ່ມາ ແແຜ່ນໃບກ້ຽງ ບໍ່ມີຂົນ ຫຼື ມີຂົນສັ້ນໆ, ມີຈຸດຕ່ອມສີເຫຼືອງ, ແຜ່ນໃບ ຮູບໄຂ່ກ້ວາງ ຫາຮູບເກືອບມົນ, ປາຍໃບສ້ວຍແຫຼມເປັນຕິ່ງ, ກ້ານໃບຈັບຢູ່ກາງ ຂອງແຜ່ນໃບ, ຂອບໃບລຽບ ຫຼືເປັນແຂ້ວເລ່ືອຍຕື້ນໆ ແລະ ມີຕ່ອມຢູ່ປາຍແຂ້ວ ເລ່ືອຍ. ກ່າງຂັ້ນໜຶ່ງ ໂ ຫາ 5 ເສັ້ນເດ່ອອກທຸກທິດ, ເສັ້ນກ່າງ ຂັ້ນສອງສະຫຼຽງ ມຸມເຫວີ, ກ່າງຂັ້ນສາມສະຫຼຽງ. ຫູໃບແຄບ, ຕົກລົ່ນໄວ.
ຊໍ່ດອກ / ດອກ : ດອກ ມີຈຳນວນຫຼາຍ, ຈັດລຽງເປັນຊໍ່ດອກ, ອອກຕາມຕຳແໜ່ງ ດ້ານຂ້າງ ຫຼື ຢູ່ໃຕ້ໃບ, ດອກມີເພດດຽວ, ຕ່າງຕົ້ນ, ກ້ານດອກ ຍາວເຖິງ 3 ມມ.
ໝາກ : ແມ່ນໝາກແຫ້ງໄຂໄດ້ແບບແຄບຊູນ, ໝາກ ຍາວເຖິງ 0.8 ຊມ,ໝາກແຕກອອກເປັນສອງສ່ວນເມື່ອສຸກແລ້ວ, ມີຝຸ່ນລະອຽດ ສີເຫລືອງໜຽວມາຈາກຕ່ອມ ຈັບຢູ່ ດ້ານນອກ.
ແກ່ນ : ແກ່ນ ມີ 2 ເມັດ, ສີດຳ, ມີເຍື່ອຫຸ້ມບາງໆ ສີສົ້ມ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເປັນພືດເບີກນຳ ທົ່ວໄປໃນເຂດເຊ່ືອມຕໍ່ຂອງປ່າດົງດິບ.

ເຂດແຜ່ກະຈາຍພັນ :

ພົບ​ຢູ່​ປະ​ເທດ ຈີນ (ພາກໃຕ້) , ອິນໂດຈີນ, ອິນໂດເນເຊັຍ (ຊູມາຕຼາ, ຊາວາ) , ​ມາເລເຊັຍ (ແຫຼມມາເລ),ໄທ, ຫວຽດນາມ ແລະ ລາວ ( ແຂວງ ຄຳມ່ວນ ແລະ ຫລວງພະບາງ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ການນຳໃຊ້ ຍັງບໍ່ເປັນທີ່ຮູ້ຈັກ.

ຕົວຢ່າງທີ່ໄດ້ສຶກສາ :
BT 139, BT 537 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page