Mallotus barbatus Müll.Arg. - EUPHORBIACEAE

ຊ່ືພ້ອງ : Mallotus esquirollii H. Lév.
Mallotus leveilleanus Tcheou
Mallotus barbatus Müll.Arg. var. congestus F.P. Metcalf
Mallotus barbatus Müll.Arg. var. pedicellaris Croizat
Mallotus lotingensis F.P. Metcalf
Mallotus luchenensis F.P. Metcalf
Mallotus barbatus Müll.Arg. var. hubeiensis S.M. Hwang
Mallotus barbatus Müll.Arg. var. croizatianus (F.P. Metcalf ) S.M. Hwan
Mallotus barbatus Müll.Arg. var. wuiH.S. Kiu.

ຊ່ືພື້ນເມືອງເປັນພາສາລາວ : ຕອງເຕົ້າ Tong Tao

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນໃບຂຽວຕະຫຼອດປີ, ນ້ຳຢາງສີແດງ. ກິ່ງງ່າອອ່ນ ແລະ ທຸກພາກສ່ວນປົກຫຸ້ມດ້ວຍຂົນຮູບດາວນຸ້ມນວນ ຢ່າງດົກໜາ. ໃບຮູບໄຂ່ກວ້າງ, ກ່າງອອກຢູ່ກາງແຜ່ນໃບ, ມີຕ່ອມນ້ຳຫວານນ ອກດອກຈັບຢູ່ໃກ້ບ່ອນຈັບຂອງໃບ. ດອກມີເພດແຍກຕ່າງຕົ້ນ, ດອກແມ່ຈັດເປັນຊໍ່ຍາວຢ່ອນລົງ. ໝາກເປັນໝາກແຫ້ງໄຂໄດ້ ແບບແຄບຊູນ ມີໝາມ ຊຶ່ງມີຂົນຮູບດາວນຸ້ມດົກໜາ. ແກ່ນຮູບໄຂ່ ມີສີດຳ.
ປະເພດພືດ : ໄມ້ພຸ່ມຂຽວຕະຫຼອດປີ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ ສູງເຖິງ 8 ແມັດ, ເຮືອນຍອດ ດົກໜາ. ງ່າຕັ້ງຊັນຂຶ້ນ ມີຂົນຮູບດາວປົກຫຸ້ມຢ່າງດົກໜາ ຕາມທຸກພາກສ່ວນ ຂອງຕົ້ນ.
ລຳຕົ້ນ ແລະ ເປືອກ : ເປືອກລຽບ, ມີສີຂີ້ເຖົ່າ, ເນື້ອໄມ້ສີຂາວ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າເປັນຮູບທໍ່ກົມປົກຫຸ້ມດ້ວຍຂົນຮູບດາວນຸ້ມນວນ ດົກໜາເໝືອນແຜ່ນແລນ ສີອອກເຫຼືອງ ໂດຍສະເພາະຢູ່ຕາມແໜງອ່ອນ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ໄຫຼອອກມາ ມີສີອອກແດງ.
ໃບ : ໃບດ່ຽວ, ຈັບສະລັບ ແລະ ກ້ຽວວຽນ, ຂະໜາດ 10-34 x 8-26 ຊມ, ຮູບໄຂ່ກວ້າງ ຫຼື ເປັນຮູບວົງມົນ, ບາງຄັ້ງແກວກ, ປາຍສ້ວຍແຫຼມເປັນຕິ່ງ, ໂຄນໃບມີກ້ານໃບ ຈັບຢູ່ກາງແຜ່ນໃບ, ໂຄນໃບມົນ, ຂອບໃບເປັນແຂ້ວເລື່ອຍ ແລະ ມີຕ່ອມຢູ່ຕາມ ແຂ້ວເລື່ອຍ, ແຜ່ນໃບເປັນຄືແຜ່ນເຈັ້ຍ, ຢູ່ທາງດ້ານເທິງເກືອບວ່າບໍ່ມີຂົນເລີຍ, ດ້ານລຸ່ມມີຂົນຮູບດາວປົກຫ້ມຢ່າງດົກໜາ, ຢູ່ໂຄນຂອງແຜ່ນໃບມີຕ່ອມນ້ຳຫວານ 1 - 4 ຕ່ອມ. ກ້ານໃບຍາວ 5 - 22 ຊມ, ມີຂົນດົກໜາຢູ່ພາກສ່ວນອື່ນໆອີກ ຂອງພືດ. ຫູໃບເປັນຮູບແຂບ, ຕົກລົ່ນໄວ.
ຊໍ່ດອກ / ດອກ : ດອກມີເພດແຍກຕ່າງຕົ້ນ. ຊໍ່ດອກຄ້າຍຊໍ່ດອກບໍ່ມີກ້ານ ອອກຢູ່ປາຍ, ຊໍ່ດອກຜູ້ແຕກແໜງ, ຊໍ່ດອກແມ່ຢ່ອນລົງໝ ປົກຫຸ້ມດ້ວຍຂົນຮູບດາວ ືສີອອກເຫຼືອງຢ່າງດົກໜາ. ກ້ານດອກສັ້ນກວ່າ 0.5 ຊມ. ດອກຜູ້ ນ້ອຍ, ດອກເພດແມ່ມີຄໍເຕົ້າໄຂ່ ສີເຫຼືອງ 4 ຫາ 5 ອັນ.
ໝາກ : ເປັນໝາກແຫ້ງໄຂໄດ້ແບບແຄບຊູນ, ຮູບກົມ, ວ້ຳລົງຢູ່ ທາງປາຍເລັກນ້ອຍ, ມີຂົນນຸ້ມນວນສີນ້ຳຕານ ປົກຫຸ້ມ ເປັນແຜ່ນດົກໜາ, ໝາກແຕກອອກ ບໍ່ສະໝ່ຳສະເໝີ ເປັນ 4 - 6 ປ່ຽງ.
ແກ່ນ : ແກ່ນ ມີ 4 ຫາ 6 ເມັດ, ຮູບໄຂ່, ເຫຼື້ອມເປັນເງົາ ແລະ ມີສີດຳ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າປະສົມ ປ່າແປກທີ່ຍັງເຫຼືອຢູ່ຊຶ່ງມີຕົ້ນແປກສອງໃບ, ມີພືດຕະກຸນໄມ້ຍາງ, ຕະ ກຸນໄມ້ກໍ່ ແລະ ຕະກຸນສີໄຄຕົ້ນ; ພືດຊະນິດນີ້ ເປັນທີ່ຮູ້ດີ ໃນປ່າຟື້ນຟູເຊັ່ນດຽວ.

ເຂດແຜ່ກະຈາຍພັນ :

ເກີດຢູ່ໃນປະເທດມ້ຽນມາ, ກຳພູຊາ, ຈີນ, ອິນເດັຍ, ແຫຼມມາເລເຊັຍ, ໄທ, ຫວຽດນາມ ແລະ ລາວ (ແຂວງຄຳມ່ວນ ແລະ ແຂວງວຽງຈັນ ,..)

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເພິ່ນນຳໃຊ້ ກິ່ງງ່າເຂົ້າໃນການປຸງແຕ່ງຢາພື້ນເມືອງ.

ຕົວຢ່າງທີ່ໄດ້ສຶກສາ :
BT 497, BT 117, BT 663, BS 171 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flore Générale de l’Indochine. 1925. Vol. 5, Fasc. 4. Muséum National d'Histoire Naturelle, Laboratoire de Phanérogamie, Paris, France.
Tree Flora of Malaya. 1983. A manual for Foresters, Vol. 2. Forest Department, West Malaysia. Multiprint Services.
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.
Peter C. Van Welzen & Kongkanda Chayamarit. 2007. Euphorbiaceae. Flora of Thailand, Vol. 8, part 2.The Forest Herbarium, Royal Forest Department, Bangkok, Thailand.
Soraya Sierra & Peter C. Van Welzen. 2005. Blumea No 50.

Top of the page