Mallotus philippensis (Lam.) Müll.Arg. - EUPHORBIACEAE

ຊ່ືພື້ນຖານ : Croton philippense Lam.

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນໝາກຄາຍ Ton makkhay

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນໃບຂຽວຕະຫຼອດປີ, ລຳຕົ້ນເປັນທໍ່ກົມ ມັກປຸ້ງຢູ່ລຸ່ມ. ກິ່ງງ່າອ່ອນມີຂົນສັ້ນໆ ສີນ້ຳຕານແກມສີແດງ. ທາດແຫຼວລະ ບາບອອກເປັນນ້ຳ ສີແດງແກມສີອອກບົວ. ໃບມີຂົນຮູບດາວ ຢາຍທົ່ວໆ, ຢູ່ໂຄນຂອງແຜ່ນໃບ ມີຕ່ອມນອກດອກຈັບຢູ່ໃກ້ ກັບບ່ອນຈັບຂອງກ້ານດອກ. ດອກມີເພດແຍກຕ່າງຕົ້ນ. ໝາກ ເປັນໝາກແຫ້ງໄຂໄດ້ ແບບແຄບຊູນມີຕ່ອມເປັນຝຸ່ນສີແດງ.
ປະເພດພືດ : ໄມ້ຢືນຕົ້ນ ຂຽວຕະຫລອດປີ ສູງເຖິງ 12 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ບາງຄັ້ງ ປັຸ້ງທີ່ໂຄນ, ເປືອກສີຂີ້ເຖົ່າຈືດໆ ແລະ ເປືອກກ້ຽງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ ຫຼື ມີຂົນສັ້ນໆສີນ້ຳຕານອົມສີແດງປົກຫຸ້ມຢູ່.
ທາດແຫຼວທີ່ລະບາຍອອກ : ບໍ່ເຫັນທາດແຫຼວທີ່ໄຫຼອອກ ແຕ່ໜ້າຈະເປັນນ້ຳ ມີສີແດງແກມສີອອກບົວ.
ໃບ : ໃບດ່ຽວ, ຈັບສະລັບ ແລະ ກ້ຽວວຽນ, ມີຂົນຕ່ອມນ້ອຍໆສີແດງຢູ່ດ້ານລຸ່ມ, ແຜ່ນໃບຮູບຮີ ຫາ ຮູບໄຂ່ແຄບ, ປາຍໃບສ້ວຍແຫຼມເປັນຕິ່ງ, ຖານໃບສ້ວຍແຫຼມ ມີ ຕ່ອມ ສອງອັນ, ຂອບໃບລຽບ, ກ່າງໃບເສັ້ນໃຫຍ່ 3 ເສັ້ນອອກແຕ່ໂຄນ, ກ່າງກາງ ຮາບພຽງຢູ່ດ້ານເທິງ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ເສັ້ນກ່າງໃບຂັ້ນສາມຢູ່ຕາມເສັ້ນນອນ. ມີຫູໃບ, ມີຂະໜາດນ້ອຍ ແລະ ຕົກລົ່ນໄວ.
ຊໍ່ດອກ / ດອກ : ດອກ ມີຈຳນວນຫຼາຍ, ຈັດລຽງເປັນຊໍ່ດອກ, ອອກຕາມຕຳແໜ່ງ ປາຍຍອດ, ດອກມີ ເພດດຽວ, ພາຍໃນຕົ້ນດຽວກັນ, ກ້ານດອກ ຍາວເຖິງ 3 ມມ.
ໝາກ : ໝາກມີຂະໜາດເສັ້ນຜ່າກາງເຖິງ 0.9 ຊມ,ແມ່ນໝາກ ແຫ້ງແຕກເອງໄດ້ແບບແຄບຊູນ, ແຕກເປັນສາມປ່ຽງ ເມື່ອສຸກແລ້ວ, ມີຕ່ອມສີແດງ ຊຶ່ງມີຝຸ່ນລະອຽດ ຈັບຢູ່ດ້ານນອກ.
ແກ່ນ : ແກ່ນ ມີ 3 ເມັດ, ມີສີດຳ, ມີເຍື່ອຫຸ້ມບາງໆ ສີແດງ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເປັນພືດພົບທົ່ວໄປໃນປ່າເລ່ົາ.

ເຂດແຜ່ກະຈາຍພັນ :

ພົບ​ຢູ່​ປະ​ເທດຈີນ (ພາກໃຕ້), ອິນເດັຍ,ກຳພູຊາ, ຍີ່ປຸ່ນ (ໝູ່ເກາະ ຣີອູກີອູ), ມາເລເຊັຍ ເຖິງ ອົສຕາລີ, ເມລາເນຊັຍ, ຢີ່ປຸ່ນ(ຣີອຸກຸ) ໄທ, ຫວຽດນາມ ແລະ ລາວ ( ແຂວງ ບໍລິຄຳໄຊ, ຈຳປາສັກ ແລະ ຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເມັດໆ ທີ່ມີຂ້າງນອກຂອງໝາກໃຊ້ເປັນນ້ຳສີຍ້ອມ, ສີແດງ, ໃບໃຊ້ເປັນອາຫານສັດ.

ຕົວຢ່າງທີ່ໄດ້ສຶກສາ :
BT 406, BT 809, BT 1091 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page