Microdesmis caseariifolia Planch. ex Hook. - EUPHORBIACEAE

ຊ່ືພ້ອງ : Microdesmis philippinensis Elmer

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນ​ດູກ​ໄກ່ Ton Douk kay

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນໃບຂຽວຕະຫຼອດປີຂະໜາດນ້ອຍ, ກິ່ງງ່າອ່ອນສີຂີ້ເຖົ່າ, ມີຂົນ. ດອກມີເພດແຍກຕ່າງຕົ້ນ, ສີເຫຼືອງ, ຈັດເປັນຊໍ່ດອກ ແບບກະຈຸກກົມ ອອກຢູ່ທາງຂ້າງກ່ິງ.
ປະເພດພືດ : ໄມ້ຢືນຕົ້ນຂະໜາດນ້ອຍ ສູງເຖິງ 10 ແມັດ. ງ່າຕັ້ງຊັນຂຶ້ນ ທຽບໃສ່ລຳຕົ້ນ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່. ເປືອກລຽບ, ມີຊ່ອງອາກາດ, ສີຂຽວແກມສີອອກຂີ້ເຖົ່າ, ເປືອກນອກບາງ, ເປືອກໃນສີຂາວ ອອກເຫຼືອງ, ແມ່ນໄມ້ເນື້ອອ່ອນ ມີສີອອກຂາວ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່ານ້ອຍ, ຮູບທໍ່ກົມ, ງ່າອ່ອນ ມີຂົນສີຂີ້ເຖົ່າສັ້ນໆປົກຫຸ້ມ, ຕໍ່ມາ ກ້ຽງ ບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວໄຫອອກ.
ໃບ : ໃບດ່ຽວຈັບແບບສະລັບຕາມແຜ່ນພຽງດຽວ, ຂະໜາດ 7-14 x 3-4.5 ຊມ, ຮູບໃບຫອກແກມ ຮູບໄຂ່, ປາຍຮຽວແຫຼມເປັນຕິ່ງ, ໂຄນໃບສ້ວຍແຫຼມ ຫາ ຮຽວແຫຼມ, ບ້ຽວເລັກນ້ອຍ, ຂອບໃບລຽບ, ເປັນແຂ້ວເລ່ືອຍເລັກນ້ອຍ ຢ່າງນ້ອຍ ໃນເຄິ່ງສ່ວນປາຍ ຫຼື ເປັນຄື້ນເລັກນ້ອຍ, ແຜ່ນໃບກ້ຽງ ບໍ່ມີຂົນທັງສອງດ້ານ ຍົກເວັ້ນຕາມກ່າງກາງດ້ານລຸ່ມ. ຢູ່ດ້ານເທິງ ກ່າງກາງດູນຂຶ້ນຕາມທາງຍາວ, ກ່າງຂັ້ນໜຶ່ງເປັນກ່າງດ່ຽວ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານ ກັນຫ່າງໆ, ໂຄ້ງຈອດກັນຢູ່ໃກ້ຂອບໃບ, ກ່າງຂັ້ນສາມສະຫຼຽງ. ກ້ານໃບ ມີຂົນອ່ອນໆ. ມີຫູໃບ.
ຊໍ່ດອກ / ດອກ : ຊໍ່ດອກແບບຊໍ່ກະຈຸກກົມ ອອກຢູ່ຂ້າງກິ່ງ, ດອກມີສີເຫຼືອງຈືດ.
ໝາກ : ໝາກເນື້ອ ມີແກນ,ຂະໜາດ 4-7 x 5-8 ມມ, ມີສີອອກຂຽວ ແລ້ວປ່ຽນເປັນສີເຫຼືອງປົນສີອອກສົ້ມ.
ແກ່ນ : ແກ່ນ, ມີ 2 ຫາ 3 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບບຢູ່ທົ່ວໄປໃນປ່າດົງດິບ, ໂດຍສະເພາະ ເລາະຕາມທາງແຄມນ້ຳ ຢູ່ບ່ອນທີ່ມີຄວາມສູງເຖິງ 400 ເມັດ. ດອກ ແລະ ໝາກ ອອກຕະຫຼອດປີ.

ເຂດແຜ່ກະຈາຍພັນ :

ເກີດຢູ່ໃນປະເທດມ່ຽນມ້າ, ກຳພູຊາ, ຈີນ (ພາກໃຕ້), ອິນໂດເນເຊັຍ (ເກາະຊູມາຕຼາ, ບອກນຽວ), ແຫຼມມາເລເຊັຍ ( ແມ່ແບບ), ຟີລີບປິນ, ໄທ (ເກືອບວ່າມີທົ່ວປະເທດ), ຫວຽດນາມ ແລະ ລາວ (ແຂວງບໍລິຄຳໄຊ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ຖ່ອນ ສີນ້ຳຕານ ອອກ ເຫຼືອງ ໃຊ້ປຸກສ້າງເຮືອນ ແລະ ໃຊ້ເປັນວັດສະດຸສຳລັບທາງສິນລະປະກຳ. ບາງເທື່ອ ກໍ່ໃຊ້ໃນທາງການຢາແຕ່ວ່າບໍ່ມີການລາຍງານ.

ຕົວຢ່າງທີ່ໄດ້ສຶກສາ :
BT 113 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flore Générale de l’Indochine. 1925. Vol. 5, Fasc. 4. Muséum National d'Histoire Naturelle, Laboratoire de Phanérogamie, Paris, France.
Peter C. Van Welzen & Kongkanda Chayamarit. 2007. Euphorbiaceae. Flora of Thailand, Vol. 8, part 2.The Forest Herbarium, Royal Forest Department, Bangkok, Thailand.

Top of the page