Micromelum minutum (G.Forst.) Wight & Arn. - RUTACEAE

ຊ່ືພື້ນຖານ : Limonia minuta G. Forst.

ຊ່ືພ້ອງ : Micromelum pubescens Blume

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນສະມັດ Ton samat

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ປະເພດພືດ : ໄມ້ຢືນຕົ້ນ ຂຽວຕະຫລອດປີ ສູງເຖິງ 10 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ບາງຄັ້ງ ປັຸ້ງທີ່ໂຄນ, ເປືອກລຽບ, ສີຂີ້ເຖົ່າ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບປະສົມ , ຈັບສະລັບ ແລະ ກ້ຽວວຽນ, ບິ້ງໃບຮູບໄຂ່ ຫາຮູບໃບຫອກ, ປາຍໃບ ສ້ວຍແຫຼມ, ຖານໃບບ້ຽວ ບໍ່ສະເໝີກັນ, ແຜ່ນໃບກ້ຽງ ບໍ່ມີຂົນ ຫຼື ມີຂົນອ່ອນລຽບ, ມີຈຸດນ້ອຍໆໃສໆ, ແຄມໃບລຽບ . ບໍ່ມີ ​ຫູໃບ.
ຊໍ່ດອກ / ດອກ : ດອກ ມີຈຳນວນຫຼາຍ, ຈັດລຽງເປັນຊໍ່ດອກ, ອອກຕາມ ຕຳແໜ່ງປາຍຍອດ, ດອກມີເພດຮ່ວມ, ກ້ານດອກ ຍາວເຖິງ 3 ມມ.
ໝາກ : ໝາກມີເນື້ອ, ມີຂະໜາດເສັ້ນຜ່າກາງ ເຖິງ 1 ຊມ.
ແກ່ນ : ແກ່ນ ມີ 1 ຫາ 3 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ມີກະ​ແຈ​ກ ກະຈາຍໃນຊັ້ນພື້ນລ່າງຂອງປ່າດົງ​ດິບ.

ເຂດແຜ່ກະຈາຍພັນ :

ພົບ​ຢູ່​ປະ​ເທດ ອົດສະຕາລີ ( ກວິນສະແລັນ, ນີວເຊົາເວລ), ມ່ຽນມ້າ, ກຳພູຊາ, ອິນເດັຍ, ອິນໂດເນເຊັຍ, ແຫຼມມາເລເຊັຍ, ນີວກີເນັຍ, ໄທ, ຫວຽດນາມ ແລະ ລາວ ( ແຂວງ ຄຳມ່ວນ, ຫລວງພະບາງ ແລະ ບໍລິຄຳໄຊ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ຢູ່ທາງພາກເໜືອຂອງປະເທດ ໄທ ໜໍ່ອອ່ນ ກິນໄດ້ ແລະ ໃບໃຊ້ປົວອາການໄຂ້.

ຕົວຢ່າງທີ່ໄດ້ສຶກສາ :
BT 90, BT 255, BT 511, BT 581, BT 791, BT 1046, LAO 131 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page