Mitragyna hirsuta Havil. - RUBIACEAE

ຊ່ືພື້ນເມືອງເປັນພາສາລາວ : ກົກຖົ່ມ ກະທຸມ Kok thom Katoum

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບ. ໃບດ່ຽວ ຈັບພາບ, ຮູບໄຂ່ຫາຮູບໄຂ່ປີ້ນ, ດ້ານລຸ່ມມີຂົນ, ມີ ກ່າງ 5-6 ເສັ້ນ ອອກຢູ່ໂຄນ ບໍ່ເຖິງປາຍໃບ. ຫູໃບຢູ່ລະຫວ່າງກ້ານໃບ, ໃຫຍ່, ຮູບໄຂ່ ແລະ ແປລົງ. ດອກຈັດ ເປັນຫົວດອກອອກຢູ່ປາຍ. ໝາກເປັນໝາກແຫ້ງໄຂໄດ້ແບບ ແຄບຊູນ, ແກ່ນມີປີກ.
ປະເພດພືດ : ໄມ້ຢືນຕົ້ນ ຜັດປ່ຽນໃບຕາມລະດູການ, ສູງເຖິງ 15 ແມັດ, ເສັ້ນຜ່າກາງລະດັບເອິກຂອງລຳຕົ້ນປະມານ 20 ຊັງຕີແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນລາຍ, ມີຊ່ອງອາກາດ, ສີຂຽວແກມສີອອກຂຽວ, ເປືອກນອກມີສີຂຽວ ແກມສີອອກເຫລືອງເວລາຍັງອ່ອນ ເມ່ືອແກ່ມັນເປັນເກັດ ແລະ ແຕກ ເຫີບ, ເປືອກໃນສີສົ້ມອົມສີບົວອ່ອນ, ມອກໄມ້ສີຂາວ.
ງ່າ ແລະ ກິ່ງນ້ອຍ : ງ່າມີ ຕາຍອດສອງລະດັບ, ມີຊ່ອງອາກາດເປັນຊ່ວງໆ; ກິ່ງງ່າ ກົມມົນ, ກ້ຽງບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ
ໃບ : ໃບດ່ຽວ, ຈັບພາບກັນ, ຈັບເປັນຈຸ້ມຢູ່ປາາຍກິ່ງ, ແຜ່ນໃບ ຮູບໄຂ່ ຫາ ຮູບຮີ ຫຼື ຮູບໄຂ່ປີ້ນ, ຂະຫນາດ 15-20 x 10-12 ຊມ., ແຜ່ນໃບໜາເກືອບຄ້າຍແຜ່ນໜັງ, ປົກຄຸມດ້ວຍຂົນຢູ່ດ້ານລຸ່ມ, ຂອບໃບລຽບ, ປາຍໃບສ້ວຍແຫລມ ຫາ ສ້ວຍແຫຼມເປັນຕິ່ງ, ກົກໃບຕັດ. ກ່າງກາງເປັນຮ່ອງຕາມລວງຍາວ ຢູ່ດ້ານເທິງ ແລະ ເປັນຄູຊັດເຈນດ້ານທ້ອງໃບ, ມີ 6 ເສັ້ນແຕກອອກຈາກກົກໃບ ແຕ່ບໍ່ໄປເຖິງປາຍໃບ, ກ່າງຂັ້ນສອງສະຫຼຽງມຸມເຫວີ, ຈຳນວນ 9-12 ຄູ່, ມີຂຸມ ແມງຢູ່ຈຸດແຍກຂອງກ່າງໃບ. ມີຫູໃບຢູ່ລະຫວ່າງກົກຂອງສອງກ້ານໃບ, ຫູໃບ ຮູບໄຂ່ ຫາຮູບຮີ ຫລື ຮູບໄຂ່ປີ້ນ ແປລົງ, ເປັນສັນຈະແຈ້ງ, ຫຸ້ມຫໍ່ເອົາຊໍ່ດອກ ບາງຄັ້ງຄ້າຍຄືໃບ, ຍາວປະມານ 2 ຊມ.
ຊໍ່ດອກ / ດອກ : ຊໍ່ດອກເປັນຫົວດອກກະຈຸກແຫນ້ນ, ອອກຢູ່ປາຍຂອງງ່າຂ້າງ, ດອກສີຂາວແກມສີອອກເຫລືອງ ຕໍ່ມາກາຍເປັນສີດຳ ເສັ້ນຜ່າກາງ ປະມານ 4 ຊມ, ຄໍເຕົ້າໄຂ່ສີຂາວ, ພົ້ນອອກນອກ .
ໝາກ : ກຸ່ມໝາກເປັນກະຈຸກແຫນ້ນ ຮູບກົມ ຊຶ່ງປະກອບ ດ້ວຍໝາກແຫ້ງ ໄຂເອງໄດ້້ຈຳນວນຫຼາຍ, ມີ ວົງກາບ ຍັງຄົງເຫຼືອຢູ່ນຳໝາກ. ແມ່ນໝາກແຫ້ງໄຂໄດ້ ແບບແຄບຊູນ.
ແກ່ນ : ເມັດມີຈຳນວນຫລາຍ ແລະ ມີປີກຢູ່ທັງສອງສົ້ນ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບເຫັນໃນໂຄກແຫ້ງແລ້ງ ແລະ ປ່າໄມ້ກໍ່ ແລະ ໃນປ່າຊຸດໂຊມ ລະດັບຄວາມສູງ ແຕ່ 500 ຫາ 600 ມ.

ເຂດແຜ່ກະຈາຍພັນ :

ພົບໃນປະເທດ ໄທ, ຫວຽດນາມ ແລະ ລາວ.

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ແຂງ ນຳໃຊ້ໃນການປູກສ້າງໄດ້ດີ ແລະ ເຮັດຟືນອີກ.

ຕົວຢ່າງທີ່ໄດ້ສຶກສາ :
BT 485, BT 502 and Lao 582 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Kessler P.J.A. (ed.) 2000. Secondary forest trees of Kalimantan, Indonesia. MOFEC Tropenbos Kalimantan Series 3. The Netherlands.
Puff C., K. Chayamarit and V. Chamchumroon. 2005. Rubiaceae of Thailand. A pictorial guide to indigenous and cultivated genera. The Forest Herbarium, National Park, Wildlife and Plant Conservation Department, Bangkok.


Top of the page