Ochna integerrima (Lour.) Merr. - OCHNACEAE

ຊ່ືພື້ນຖານ : Elaeocarpus integerrimus Lour.

ຊ່ືພ້ອງ : Ochna andamanica Kurz
Ochna wallichii Planchon

ຊ່ືພື້ນເມືອງເປັນພາສາລາວ : ຊ້າງນ້າວ Xang Nao

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບຂະໜາດນ້ອຍ. ມີຫູໃບນ້ອຍ. ດອກມີເພດ ຮ່ວມ, ສີເຫຼືອງ, ຄໍເຕົ້າໄຂ່ຈັບຕິດກັບຖານຂອງເຕົ້າໄຂ່. ໝາກມີ ສີດຳ ຢອງຢູ່ເທິງຖານຮອງດອກກ້ວາງໆ ສີແດງ ແລະ ລ້ອມ ຮອບດ້ວຍກີບດອກປີ້ນອອກສີແດງ ແລະ ເຫວີກ້ວາງອອກ.
ປະເພດພືດ : ໄມ້ຕົ້ນຜັດປ່ຽນໃບ ສູງເຖິງ 10 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່ ຫຼື ມັກຈະບິດ, ເປືອກລຽບ, ມີຊ່ອງອາກາດ, ສີນ້ຳຕານຈືດ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງ ບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບສະລັບກັນພາຍໃນແຜ່ນພຽງດຽວ, ໃບຮູບໄຂ່ປີ້ນ, ກ້ຽງ ບໍ່ມີຂົນ, ປາຍ ໃບສ້ວຍມຸມເຫວີ, ກົກໃບມົນ ຫາສ້ວຍແຫຼມ, ຂອບໃບເປັັນແຂ້ວເລ່ືອຍ. ກ່າງຂັ້ນ ໜຶ່ງເປັນເສັ້ນດ່ຽວ, ກ່າງຂັ້ນສອງ 7-15 ຄູ່, ສະຫຼຽງ ມີເສັ້ນຕັດຫຼາຍ, ກ່າງຂັ້ນສາມ ຈັດເປັນຕາໜ່າງ. ຫູໃບ ນ້ອຍບາງ, ຕົກລົ່ນໄວ.
ຊໍ່ດອກ / ດອກ : ດອກສີເຫຼືອງ, ມີຈຳນວນບໍ່ຫຼາຍປານໃດ, ຈັດລຽງເປັນຊໍ່ດອກ, ຊໍ່ອອກຢູ່ຕຳແໜ່ງຂ້າງກິ່ງທີ່ບໍ່ມີໃບ, ດອກມີເພດຮ່ວມ, ກ້ານດອກ ຍາວກ່ວາ 0.5 ຊມ.
ໝາກ : ໝາກມີຂະໜາດຍາວ ເຖິງ1.1 ຊມ, ມີສີດຳ, ມີເນຶ້ອ ບາງໆ, ໝາກຢອງເທີງຖານຮອງດອກກ້ວາງ ຊຶ່ງມີ ກາບດອກສີແດງປີ້ນອອກ.
ແກ່ນ : ແກ່ນ ມີ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ມີທົ່ວໄປໃນປ່າເຄິ່ງ​ໂຄກ​ ທີ່ມີໄມ້ແປກ ຫຼື ປ່າພືດ​ຕະກຸນໄມ້ຍາງ ແລະ ​ເຊັ່ນດຽວ​ກັນ ​ໃນປ່າດົງ​ດິບ.

ເຂດແຜ່ກະຈາຍພັນ :

ພົບ​ຢູ່​ປະ​ເທດ ບັງກະລາເທດ, ມ່ຽນມ້າ, ກຳພູຊາ, ຈີນ ( ໄຮນັງ), ອິນເດັຍ (ພາກຕາວັນອອກສ່ຽງເໜືອ, ອັນດາມັນ, ນີໂກບາຮ),​ ​ມາເລເຊັຍ (ແຫຼມມາເລ), ໄທ, ຫວຽດນາມ ແລະ ລາວ (ແຂວງອັດຕະປື, ຄຳມ່ວນ, ຫຼວງພະບາງ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ວຽງຈັນ, ຊຽງຂວາງ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເປືອກໃຊ້ປົວອາການເຈັບຄໍ. ເປັນພືດທີ່ໄດ້ຮັບຄວາມນິຍົມຊົມຊອບປູກໃນຊ່ວງປີໃໝ່ຂອງຊາວຫວຽດນາມ (ເຕດ).

ຕົວຢ່າງທີ່ໄດ້ສຶກສາ :
BT 34, BT 126, BT 225, BT 420, BT 427, BT 846, BT 854, BT 1024, LAO 56, LAO 231 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page